ບໍລິສັດ ໂລກ້າ ໄດ້ຂະຫຍາຍຮອບລະດົມທຶນດ້ວຍຮຸ້ນກູ້ສີຂຽວ 2.5 ລ້ານໂດລາສະຫະລັດ ເພື່ອຮອງຮັບ ແລະ ຂະຫຍາຍການນຳໃຊ້ລົດໄຟຟ້າ ແລະ ການຂັບຂີ່ສີຂຽວ (Green Mobility) ໃນລາວ.

ບໍລິສັດ ໂລກ້າ ໄດ້ຂະຫຍາຍຮອບລະດົມທຶນດ້ວຍຮຸ້ນກູ້ສີຂຽວ 2.5 ລ້ານໂດລາສະຫະລັດ ເພື່ອຮອງຮັບ ແລະ ຂະຫຍາຍການນຳໃຊ້ລົດໄຟຟ້າ ແລະ ການຂັບຂີ່ສີຂຽວ (Green Mobility) ໃນລາວ.

ນະຄອນຫຼວງວຽງຈັນ, ສປປ ລາວ – ເດືອນມິຖຸນາ 2025 – ໂລກ້າ ເຊິ່ງເປັນບໍລິສັດ ໃຫ້ບໍລິການເອີ້ນລົດໂດຍສານອອນລາຍ ລາຍໃຫຍ່ໃນປະເທດ ແລະ ເປັນບໍລິສັດຊັ້ນນໍາຂອງປະເທດທີ່ເລີ່ມຕົ້ນການຂັບເຄື່ອນລົດໂດຍສານດ້ວຍລົດໄຟຟ້າ, ມີຄວາມພູມໃຈທີ່ຈະປະກາດການຂະຫຍາຍຮອບການລະດົມທຶນໃນປັດຈຸບັນ ໂດຍຜ່ານການອອກຮຸ້ນກູ້ສີຂຽວ ລວມເຖິງ 2.5 ລ້ານໂດລາສະຫະລັດ (ທຽບເທົ່າ). ເງິນທຶນໃໝ່ນີ້ ຈະຊ່ວຍເລັ່ງເຮັດໃຫ້ວິໄສທັດຂອງ ບໍລິສັດ ໂລກ້າ ໃນການຫັນປ່ຽນການຂົນສົ່ງໃນຕົວເມືອງໃນລາວ ດ້ວຍການຂັບເຄື່ອນດ້ວຍລົດໄຟຟ້າ ແລະ ໂຄງລ່າງແບບຍືນຍົງ ໄດ້ໄວຂື້ນ. ການອອກ ແລະ ຂາຍ ຮຸ້ນກູ້ສີຂຽວ ຈະໄດ້ຮັບການອຳນວຍຄວາມສະດວກຈາກສາມບໍລິສັດຫຼັກຊັບ ລວມມີ ບໍລິສັດຫຼັກຊັບ BCEL-KT ຈຳກັດ, ບໍລິສັດຫຼັກຊັບ LDB ຈຳກັດ ແລະ ບໍລິສັດຫຼັກຊັບລາວ-ຈີນ ມະຫາຊົນ.

ລາຍຮັບຈາກຮຸ້ນກູ້ສີຂຽວ ຈະຖືກນໍາໃຊ້ເພື່ອຂະຫຍາຍໂຄງລ່າງການສາກລົດໄຟຟ້າ ຂອງ ບໍລິສັດ ໂລກ້າ ທົ່ວປະເທດ, ລວມທັງໂຄງການນະວັດຕະກໍາເພື່ອຟື້ນຟູປໍ້ານໍ້າມັນທີ່ບໍ່ໄດ້ໃຊ້ງານແລ້ວມາເປັນເປັນ ເເຫຼ່ງສາກລົດໄຟຟ້າທີ່ເປັນມິດກັບສະພາບແວດລ້ອມ ແລະ ຊຸມຊົນ – ມອບລົມຫາຍໃຈຊີວິດໃໝ່ສູ່ໂຄງລ່າງທີ່ທັນສະໄໝ. ນອກຈາກນັ້ນ, ສ່ວນຫນຶ່ງຂອງການສະຫນອງທຶນຈະນໍາໃຊ້ເຂົ້າໃນການເພີ່ມລົດໂດຍສານ ໃນຮູບແບບລົດ LOCA MINI, ເຊີ່ງເປັນ ລົດແທັກຊີ່ ໄຟຟ້າ 100% ທີ່ມີລາຄາບໍ່ແພງ, ແນໃສ່ການເດີນທາງທີ່ປອດໄພ, ຄ່າໃຊ້ຈ່າຍຕ່ໍາ, ແລະປະສິດທິພາບໃນການຂົນສົ່ງຕາມຄວາມຕ້ອງການສໍາລັບຊາວເມືອງ.

ທ່ານ ສຸລິສັກ ທຳນຸວົງ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງໃຫ້ຄໍາເຫັນວ່າ, ການອອກຮຸ້ນກູ້ສີຂຽວຄັ້ງນີ້ສະແດງເຖິງບາດກ້າວສຳຄັນຂອງຕະຫຼາດທຶນຂອງລາວ, ເພີ່ນໄດ້ຍ້ໍາວ່າ ການອອກຮຸ້ນກູ້ຄັ້ງນີ້ ມີບົດບາດສຳຄັນ ໃນການລະດົມທຶນໃຫ້ກັບໜ່ວຍງານຕ່າງໆ ແລະ ເປີດໂອກາດການລົງທຶນທີ່ຫຼາກຫຼາຍທີ່ເຊື່ອມໂຍງກັບແນວທາງປະຕິບັດທາງທຸລະກິດດ້ານສິ່ງແວດລ້ອມທີ່ຍືນຍົງ. ການພັດທະນາດັ່ງກ່າວຖືເປັນສິ່ງສຳຄັນຕໍ່ການເຕີບໂຕທາງດ້ານເສດຖະກິດຂອງປະເທດ ແລະ ການຫຼຸດຜ່ອນການປ່ອຍອາຍພິດ.

ນອກນັ້ນແລ້ວ ທ່ານ ດຣ ເທບສະຫວັນ ກິດຕິຍະວົງ, ຜູ້ອໍານວຍການໃຫຍ່ ບໍລິສັດຫຼັກຊັບ BCEL-KT ຈໍາກັດ, ຕ່າງໜ້າສາມບໍລິສັດຫຼັກຊັບ ກໍ່ໄດ້ກ່າວວ່າ: ນີ້ແມ່ນຄັ້ງທຳອິດທີ່ປະເທດລາວອອກ ຈະມີການອອກຮຸ້ນກູ້ສີຂຽວ. ມັນບໍ່ແມ່ນພຽງແຕ່ກ້າວສໍາຄັນສໍາລັບທຸລະກິດເທົ່ານັ້ນ, ແຕ່ຍັງເປັນຄວາມມູ່ງໝັ້ນຂອງ LOCA ທີ່ຈະກ້າວໄປຂ້າງຫນ້າ ສູ່ການເຄື່ອນໄຫວແບບຍືນຍົງຢ່າງຫມັ້ນຄົງ

 “ພວກເຮົາໄດ້ສໍາເລັດການລະດົມທຶນໃນຮອບກ່ອນຫນ້ານີ້ແລ້ວ, ແຕ່ພວກເຮົາກຳລັງຈະຂະຫຍາຍຮອບນີ້ເພື່ອຊຸກຍູ້ວິໄສທັດປີ 2035 ຂອງພວກເຮົາໃຫ້ກ້າວໄປຂ້າງໜ້າໃຫ້ໄດ້ໄວຂື້ນ – ໂດຍຈະຫຍໍ້ເປົ້າຫມາຍປີ 2035 ມາໃຫ້ສໍາເລັດໃນປີ 2030” ທ່ານ ສຸລິໂຍ ວົງດາລາ, ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ອໍານວຍການຂອງ ບໍລິສັດ ໂລກ້າ ໄດ້ກ່າວໄວ້ “ຍັງບໍ່ທັນມີນັກລົງທຶນທີ່ເຊື່ອໃນວິໄສທັດ ລົດໄຟຟ້າ ສໍາລັບປະເທດລາວຢ່າງແທ້ຈິງ, ດັ່ງນັ້ນພວກເຮົາບໍ່ມີທາງເລືອກອື່ນ ແຕ່ເປັນການທີ່ຈະກ້າວໄປຂ້າງຫນ້າແລະມຸ່ງຫມັ້ນທີ່ຈະບຸກເບີກການຫັນປ່ຽນນີ້ເອງ. ເຊິ່ງທີ່ຜ່ານມາພວກເຮົາໄດ້ເຮັດສໍາເລັດມາແລ້ວໃນການສ້າງຕະຫຼາດລົດແທັກຊີໄຟຟ້າໃນລາວ – ຊ່ວຍໃຫ້ຕະຫຼາດທັງໝົດຂະຫຍາຍຕົວສ້າງວຽກເຮັດງານທໍາ ແລະ ພວກເຮົາພ້ອມທີ່ຈະເປັນຜູ້ນໍາພາການຫັນປ່ຽນໄປນໍາໃຊ້ລົດໄຟຟ້າໃນ ສປປ ລາວ. ພວກເຮົາຍັງຫວັງວ່າ ຕໍ່ຈາກນີ້ ຈະມີນັກລົງທຶນໃນຂະແໜງການນີ້ເພີ່ມຂຶ້ນ ແລະ ເຮັດໃຫ້ຕະຫຼາດເຕີບໃຫຍ່ສ້າງໂອກາດໃຫມ່ໆເພີ່ມຂຶ້ນອີກ”

“ບໍລິສັດໂລກ້າ ບໍ່ພຽງແຕ່ເຕີບໂຕຢ່າງວ່ອງໄວເທົ່ານັ້ນ ແຕ່ຍັງສ້າງລາຍໄດ້ຜົນກຳໄລ ຢ່າງມີຄວາມຮັບຜິດຊອບອີກດ້ວຍ” ທ່ານ ນາງ ພອນປະສົງ ມີຊັບ, ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ຮ່ວມບໍລິຫານ ໄດ້ກ່າວ.

“ດ້ວຍທີມງານທີ່ເຂັ້ມແຂງ, ເຕັກໂນໂລຢີທີ່ມີນະວັດຕະກໍາ, ແລະຮູບແບບທຸລະກິດທີ່ມີການສອດຄ່ອງ, ພວກເຮົາຫມັ້ນໃຈວ່າຮອບນີ້ຈະນໍາເອົາຜົນຕອບແທນທີ່ດີເລີດມາໃຫ້ນັກລົງທຶນ, ທັງຍັງສ້າງຜົນກະທົບທີດີ ແລະ ຍືນຍົງທີ່ແທ້ຈິງຕໍ່ສິ່ງແວດລ້ອມ ກໍ່ຄື ປະຊາຊົນລາວ”

ຕະຫຼາດລົດໄຟຟ້າຂອງລາວມີການຂະຫຍາຍຕົວເພີ່ມຂຶ້ນ, ດ້ວຍການລົງທະບຽນ ລົດໄຟຟ້າແບັດເຕີລີ້ (BEV) 4 ລໍ້ເພີ່ມຂຶ້ນຈາກ 1,414ຄັນ ໃນປີ 2022 ມາເປັນຫຼາຍກວ່າ 5,100ຄັນ ໃນປີ 2024, ແລະ ຕາມການຄາດຄະເນແມ່ນຈະ ຫລາຍກວ່າ 8,000 ຄັນ ໃນປີ 2025 ແລະ 15,000 ຄັນ ໃນປີ 2030. ໂຄງລ່າງການສາກລົດໄຟຟ້າ ຂອງ ບໍລິສັດ ໂລກ້າ ໄດ້ໃຫ້ບໍລິການແລ້ວຫຼາຍກວ່າ 8,000 ຄັນ, ຮອງຮັບຜູ້ຂັບຂີ່ ລົດນໍ້າມັນຂອງລາວເກືອບ 100% ຢ່າງມີປະສິດທິພາບ, ທັງຜູ້ປະກອບການແທັກຊີ່ ແລະ ລົດສ່ວນຕົວ.

ປະຈຸບັນນີ້ ຜູ້ຂັບຂີ່ລົດໄຟຟ້າໃນລາວ ປະຢັດຄ່ານໍ້າມັນຫຼາຍກວ່າ 70% ເມື່ອທຽບໃສ່ນໍ້າມັນແອັດຊັງ, ເຮັດໃຫ້ການສັບປ່ຽນນີ້ບໍ່ພຽງແຕ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມເທົ່ານັ້ນ ແຕ່ຍັງມີຂໍ້ໄດ້ປຽບທາງດ້ານເສດຖະກິດອີກດ້ວຍ ໂດຍສະເພາະແລ້ວ ປຽບທຽບກັບລາຄາລົດໄຟຟ້າທີ່ຫຼຸດລົງ, ອັດຕາການນຳໃຊ້ຄາດວ່າຈະເພີ່ມຂຶ້ນເລື້ອຍໆ.

ບໍລິສັດ ໂລກ້າ ເຊື່ອ​ວ່າ​ການ​ລົງ​ທຶນ​ໃນ​ໂຄງ​ລ່າງສາກລົດໄຟຟ້າ ແລະ​ ການຂັບຂີ່ສີຂຽວ ​ໃນ​ມື້​ນີ້​ຈະ​ສົ່ງ​ຜົນ​ປະ​ໂຫຍດທີ່ສຳຄັນ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ​ເສດ​ຖະ​ກິດ​ ຂອງ ປະເທດລາວ, ທີ່ຖືກເອີ້ນວ່າ “ແບດເຕີຣີຂອງອາຊີຕາເວັນອອກສຽງໃຕ້”, ມີຊັບພະຍາກອນພະລັງງານທົດແທນທີ່ອຸດົມສົມບູນ – ເຮັດໃຫ້ເປັນປະເທດທີ່ເໝາະສົມທີ່ຈະນຳພາການຫັນປ່ຽນ ລົດໄຟຟ້າ. ຕາມ​ການ​ຄາດ​ຄະ​ເນ​ຂອງ JICA, ລາວ​ຈະ​ສາມາດ​ປະຫຍັດເງິນໄດ້​ເຖິງ 940 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ​ໃນ​ປີ 2030 ຖ້າ​ຫາກ​ບັນລຸ​ການ​ນຳ​ໃຊ້ ລົດໄຟຟ້າ ໄດ້ຢ່າງ​ເຕັມສັດ​ສ່ວນ.

ດ້ວຍຂໍ້ລິເລີ່ມຂອງ ການອອກຮຸ້ນກູ້ສີຂຽວ ນີ້, LOCA ກໍາລັງເຊື້ອເຊີນນັກລົງທຶນທີ່ສົນໃຈ ມາເປັນສ່ວນຫນຶ່ງຂອງການປ່ຽນແປງທາງປະຫວັດສາດ – ການເຄື່ອນໄຫວທີ່ສ້າງວຽກເຮັດງານທໍາ, ການຫລຸດຜ່ອນການປ່ອຍອາຍພິດ, ແລະວາງຕໍາແໜ່ງປະເທດລາວເປັນຜູ້ນໍາໃນພາກພື້ນ ໃນການເຄື່ອນຍ້າຍແບບຍືນຍົງ

ສອບຖາມຂໍ້ມູນເພີ່ມຕື່ມສາມາດຕິດຕໍ່ໄດ້ທີ່:

ບໍລິສັດ ໂລກ້າ ຈຳກັດ

ຊັ້ນ 7, ຕຶກໂຮງແຮມວຽງຈັນພລາຊາ, ຖະໜົນສາຍລົມ, ບ້ານຫັດສະດີ, ເມືອງຈັນທະບູລີ, ແຂວງນະຄອນຫຼວງວຽງຈັນ

ອີເມວ: [email protected]

ເບີໂທ: +8562098111129

Related Posts

ໂລກ້າພາໄປ ຮ້ານຄ້າເຂົ້າໃໝ່ໃນ Loca Rewards ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane

ໂລກ້າມີຮ້ານມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກກັນອີກແລ້ວເດີ ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane ທີ່ໄດ້ເຂົ້າມາຮ່ວມເປັນສ່ວນໜຶື່ງໃນການໃຫ້ບໍລິການແກ່ລູກຄ້າໂລກ້າ ໃຜທີ່ຍັງບໍ່ໄດ້ໄປແມ່ນຕ້ອງໄດ້ປັກໝຸດໄວ້ເຊັກອິນ! ທັງສອງຮ້ານແມ່ນມີເອກະລັກສະເພາະໂຕ...