ໂລກ້າພາໄປ! ຮ້ານຄ້າເຂົ້າໃໝ່ໃນ LOCA REWARD ໃນນະຄອນຫຼວງວຽງຈັນ

ໂລກ້າມີຮ້ານມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກກັນອີກແລ້ວເດີ້ ກັບຮ້ານ Artisan Bar, Cocoon Bar ແລະ Balance – Everyday Weekend ທີ່ຕ້ອງປັກໝຸດໄວ້ເຊັກອິນ ທັງ 3 ຮ້ານແມ່ນມີເອກະລັກສະເພາະໂຕ ພ້ອມກັບສະເໜ່ຂອງອາຫານ ເຄື່ອງດື່ມ ແລະ ບັນຍາກາດແບບ 3 ຮ້ານ 3 ສະໄຕລ໌ ບໍ່ວ່າຈະໄປສະຫຼອງ ສັງສັນກັບໝູ່ ຫຼື ເດດກັບແຟນ ກໍເໝາະສຸດໆ ໂລກ້າເມມເບີທ່ານໃດຈະແວ່ໄປກິນດື່ມ ກໍຢ່າລືືມໃຊ້ຄະແນນແລກສິດໃນແອັບໂລກ້ານຳເດີ້🤩

 

 

Artisan Bar ບາຣ໌ນັ່ງຊິວໃຈກາງເມືອງ ບັນຍາກາດດີ ສະຫງົບ ການຕົກແຕ່ງຫຼູຫຼາ ແລະ ມີເຄື່ອງດື່ມຫຼາກຫຼາຍໃຫ້ລິ້ມລອງ ບໍ່ວ່າລູກຄ້າຈະເປັນມືໃໝ່ ຫຼື ສາຍດື່ມ ກໍຢາກໃຫ້ລອງເປີດປະສົບການກັບ Artisan Bar ຈັກຄັ້ງໜຶ່ງໃນຊີວິດ ຮັບຮອງວ່າບໍ່ຜິດຫວັງ.
—————-
: ບ້ານສີເມືອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
: 17.00 ໂມງແລງ – 00.00 ໂມງທ່ຽງຄືນ | ອັງຄານ – ອາທິດ
: +856 20 2992 4933

 

Cocoon Bar ບາຣ໌ລັບທີ່ບໍ່ລັບຂ້າງຮ້ານ Balance – Everyday Weekend ເໝາະກັບການນັດເຈິໝູ່ຄູ່ທ້າຍອາທິດ ຣີວິວຊີວິດ ເມົ້າມອຍມ່ວນໆນຳກັນ ເພາະເປັນຮ້ານທີ່ບັນຍາກາດຊິວໆ ສະຫງົບສຸດໆ ມາພ້ອມກັບເມນູຄັອກເທລທີ່ຫຼາກຫຼາຍໃຫ້ໄດ້ລອງສຳຜັດ ໃຜທີ່ຍັງບໍ່ເຄີຍໄປຕ້ອງລອງເດີ້
—————-
location: ບ້ານມີໄຊ ເມືອງຈັນທະບູລີ ແຂວງນະຄອນຫຼວງວຽງຈັນ (ຮ່ອມຕໍ່ໜ້າວັດມີໄຊ)
ແຜນທີ່: https://maps.app.goo.gl/FASiobtg5M9GTpQaA
ເປີດບໍລິການທຸກວັນຈັນ-ເສົາ|ເວລາ 19:00 PM – 01:00 AM
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: 020 2926 7722


 

Balance – Everyday Weekend ເປັນຮ້ານບາຣ໌ທີ່ຄໍເບຍສົດຕ້ອງໄດ້ລອງ ແລະ ຫ້າມພາດ ເພາະເບຍຈາກທົ່ວທຸກມຸມໂລກໄດ້ລວມກັນຢູ່ທີ່ຮ້ານນີ້ແລ້ວ ພຽງແຕ່ຈິນຕະນາການເຖິງບັນຍາກາດຊິວໆ ດົນຕີເບົາໆ ນັ່ງຈິບເບຍສົດທີ່ລົດຊາດເປັນເອກະລັກ ຫຼາກຫຼາຍສະໄຕລ໌ຈາກທົ່ວໂລກ ແລະ ການຕົກແຕ່ງຮ້ານທີ່ຫຼູຫຼາສະບາຍຕາ ຄືຈະເປັນຄືນທີ່ມີຄວາມສຸກສຸດໆ ຢ່າລໍຊ້າທີ່ຈະສຳຜັດປະສົບການດີໆນີ້ດ້ວຍຕົນເອງ ຕອນແລງນີ້ເຊັກອິກເລີຍ
—————-
location: ບ້ານມີໄຊ ເມືອງຈັນທະບູລີ ແຂວງນະຄອນຫຼວງວຽງຈັນ (ຮ່ອມຕໍ່ໜ້າວັດມີໄຊ)
ແຜນທີ່: https://maps.app.goo.gl/FASiobtg5M9GTpQaA
ເປີດບໍລິການທຸກວັນຈັນ-ວັນອາທິດ|ເວລາ 9:30 am – 00:00 am
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: 021 465999, 020 2314 4442

 

ທຸກຄັ້ງທີ່ໃຊ້ບໍລິການໂລກ້າແທັກຊີ ທ່ານສາມາດສະສົມຄະເເນນເເລກ ສິດທິພິເສດ ກິນ-ດື່ມ ຟຣີ! ໄດ້ທີ່ແອັບໂລກ້າ
ດາວໂຫຼດເພື່ອໃຊ້ງານໂລກ້າແທັກຊີເລີຍທີ່: https://www.loca.la/download

Related Posts

ໂລກ້າ ບໍລິການແທັກຊີອອນລາຍ 24ຊົ່ວໂມງ ສະດວກສະບາຍ ປອດໄພ ແລະ ລາຄາໂປ່ງໃສ

ໂລກ້າແມ່ນຫຍັງ? ໂລກ້າ ແມ່ນແອັບພລິເຄຊັນໃຫ້ບໍລິການແທັກຊີອອນລາຍທີ່ເນັ້ນຄວາມທັນສະໄໝ ເປີດໃຫ້ບໍລິການມາແລ້ວຕັ້ງແຕ່ປີ 2018 ເຊິ່ງເປັນບໍລິສັດຂອງຄົນລາວ ແລະ ໄດ້ກາຍບໍລິການທີ່ນັກທ່ອງທ່ຽວ, ແຂກຕ່າງປະເທດ, ສໍານັກຂ່າວຕ່າງໆຈາກພາຍໃນ ແລະ ຕ່າງປະເທດກ່າວເຖິງ ແລະ...

Valentines Food Festival Celebrate Special Day with Special One

[ENGLISH BELOW] ເທດສະການອາຫານວັນ Valentine ສະຫຼອງວັນພິເສດ ກັບຄົນພິເສດ ເປັນຄັ້ງທຳອິດກັບເທດສະການອາຫານທີ່ສາມາດສັ່ງຊື້ Voucher ຜ່ານແອັບ LOCA. ຊື້ Voucher ຮັບປະທານອາຫານກັບ...