ປະກັນໄພລົດໃນແອັບໂລກ້າ ໃຫ້ການຄຸ້ມຄອງຫຍັງແນ່?

ໂລກ້າອໍານວຍຄວາມສະດວກໃຫ້ທຸກທ່ານໃນການຊື້ປະກັນໄພງ່າຍໆຜ່ານແອັບໂລກ້າ

ປະກັນໄພພາຫະນະ ສໍາລັບຜູ້ທີ່ມີການໃຊ້ພາຫະນະເປັນປະຈໍາ ເພື່ອຫຼຸດຜ່ອນຄວາມສ່ຽງຄ່າໃຊ້ຈ່າຍທີ່ອາດເກີດຂື້ນໄດ້ໃນອຸບັດຕິເຫດທາງລົດ.

ການຊື້ປະກັນໄພພາຫະນະໃນແອັບໂລກ້າສາມາດເລືອກຮັບການຄຸ້ມຄອງໃດແດ່?

ຄຸ້ມຄອງບຸກຄົນທີ່ສາມ, ຄຸ້ມຄອງຄົນຂັບຂີ່ ແລະ ຄຸ້ມຄອງການຊົດເຊີຍ

I. ການຄຸ້ມຄອງບຸກຄົນທີສາມແມ່ນຫຍັງ?

– ການຄຸ້ມຄອງຄູ່ກໍລະນີ (ຕົວຢ່າງ: ຜູ້ທີ່ໄດ້ຮັບຄວາມເສຍຫາຍຈາກອຸບັດຕິເຫດ ຫຼື ຜູ້ທີ່ພາໃຫ້ເກີດອຸບັດຕິເຫດທີ່ບໍ່ໄດ້ໝາຍເຖິງຕົວທ່ານເອງ)

– ການຄຸ້ມຄອງຄົນທີ່ຮ່ວມທາງໃນລົດ ຫຼື ຄົນຂັບທີ່ບໍ່ແມ່ນເຈົ້າຂອງລົດກໍສາມາດໄດ້ຮັບການຄຸ້ມຄອງ.

– ການຄຸ້ມຄອງຄົນທີ່ສັນຈອນຢູ່ຕາມຖະໜົນຫົນທາງ.

  • ບຸກຄົນທີສາມຈະໄດ້ຮັບການຄຸ້ມຄອງແນວໃດແດ່?
    1. ການຄຸ້ມຄອງຄວາມເສຍຫາຍທາງຮ່າງກາຍຄື: ເສຍຊີວິດ ຫຼື ພິການຖາວອນ, ໃນນີ້ລວມທັງຄ່ານອນໂຮງໝໍເຊິ່ງຕ້ອງໄດ້ຮັບການປິ່ນປົວເກີນ 24 ຊົ່ວໂມງ.
    2. ການຄຸ້ມຄອງຄວາມເສຍຫາຍທາງດ້ານວັດຖຸ.
    3. ການປົກປ້ອງສິດ ແລະ ການຮຽກຮ້ອງຜົນກະທົບ ຫຼື ຄວາມເສຍຫາຍທີ່ໄດ້ຮັບຈາກອຸບັດຕິເຫດ.

II. ການຄຸ້ມຄອງຄົນຂັບຂີ່ແມ່ນຫຍັງ?

– ການຄຸ້ມຄອງເຈົ້າຂອງລົດ ຫຼື ບຸກຄົນທີ່ຊື້ປະກັນໄພ

  • ຄົນຂັບຂີ່ຈະໄດ້ຮັບການຄຸ້ມຄອງແນວໃດແດ່?
    1. ການຄຸ້ມຄອງຄວາມເສຍຫາຍທາງຮ່າງກາຍຄື: ເສຍຊີວິດ ຫລື ພິການຖາວອນ.
    2. ການຄຸ້ມຄອງຄ່າປິ່ນປົວເມື່ອໄດ້ຮັບບາດເຈັບ.
    3. ການປົກປ້ອງສິດ ແລະ ການຮຽກຮ້ອງແທນຄືນຕໍ່ຊັບສິນຂອງທ່ານ ລວມເຖິງໂຕລົດທີ່ໄດ້ຮັບ ຄວາມເສຍຫາຍ.

III. ການຄຸ້ມຄອງຄ່າຊົດເຊີຍແມ່ນຫຍັງ? 

– ການຄຸ້ມຄອງຄ່າຊົດເຊີຍລາຍວັນລະຫວ່າງສ້ອມແປງລົດ

  • ຈະໄດ້ຮັບການຊົດເຊີຍແບບໃດ
    1. ການຄຸ້ມຄອງຄ່າຊົດເຊີຍລາຍວັນສູງສຸດ 30 ວັນຕໍ່ອຸບັດຕິເຫດ.
    2. ການຄຸ້ມຄອງຄ່າຊົດເຊີຍລາຍວັນ 2 ອຸບັດຕິເຫດຕໍ່ປີ.

 

ປະກັນໄພອອນລາຍຈາກໂລກ້າ ສາມາດໃຫ້ເຮົາເລືອກການຄຸ້ມຄອງໄດ້ເອງເລີຍ ບໍ່ວ່າຈະເປັນປະກັນໄພລົດທີ່ເຮົາສາມາດເລືອກຊື້ແພັກເກັດການຄຸ້ມຄອງ ທີ່ເຂົ້າກັບການຂັບຂີ່ຂອງເຮົາໃຫ້ຫຼາຍທີ່ສຸດເຊັ່ນວ່າ: ຖ້າລົດເຮົາບໍ່ແມ່ນລົດທີ່ມີຄ່າໃຊ້ຈ່າຍໃນການສ້ອມແປງສູງ ກໍເລືອກເອົາການຄຸ້ມຄອງຕໍ່ຕົວເອງ ແລະ ລົດບໍ່ສູງຫຼາຍ ຫຼື ເຮົາສາມາດເລືອກທີ່ຈະບໍ່ເອົາແພັກເກັດນີ້ເລີຍໄດ້, ແຕ່ຖ້າເຮົາຢາກໃຫ້ມີການຄຸ້ມຄອງບຸກຄົນທີສາມສູງ ກໍສາມາດເລືອກວົງເງິນຄຸ້ມຄອງໄດ້ ເພາະບຸກຄົນທີສາມບໍ່ແມ່ນພຽງແຕ່ຄູ່ກໍລະນີ ແຕ່ຍັງລວມເຖິງຄົນທີ່ໂດຍສານໄປນຳຄູ່ກໍລະນີ ລວມທັງຜູ້ທີ່ໂດຍສານໄປນຳເຮົາເຊິ່ງອາດເປັນຄົນໃກ້ໂຕ ຫລື ຄົນໃນຄອບຄົວອີກດ້ວຍ.

ເມື່ອເຮົາບໍ່ຢາກໃຫ້ຄຸ້ມຄອງຕົວເອງຫຼາຍ ແລະ ຢາກຄຸ້ມຄອງບຸກຄົນທີສາມໃຫ້ສູງ ກໍສາມາດປັບແຕ່ງແພັກເກັດໃນປະກັນໄພໂລກ້າໄດ້ເລີຍ ໂດຍທີ່ແອັບຈະຄຳນວນລາຄາໃຫ້ພ້ອມວ່າ ຄູ່ແພັກເກັດທີ່ເຮົາເລືອກມີລາຄາລວມເທົ່າໃດ? ພ້ອມນັ້ນໃນປະກັນໄພລົດ ຍັງມີແພັກເກັດເສີມກໍຄືເງິນຄຸ້ມຄອງຊົດເຊີຍລາຍໄດ້ຕໍ່ວັນລະຫວ່າງການສ້ອມແປງລົດເຮົາ ເພື່ອທີ່ເຮົາຈະສາມາດມີລາຍໄດ້ຊົດເຊີຍໄດ້ ຕອນທີ່ລົດເຮົາຢູ່ທີ່ອູ່ແປງລົດ. ນັ້ນຄືການຄຸ້ມຄອງທີ່ໂລກ້າມອບໃຫ້ເຮົາໄດ້ ໂດຍແຕກຕ່າງຈະປະກັນໄພທົ່ວໄປ.

ການຊື້ປະກັນໄພຜ່ານແອັບໂລກ້າສາມາດຊໍາລະຜ່ານລະບົບອອນລາຍ, ເລືອກແພັກເກັດໄດ້ຕາມຄວາມຕ້ອງການ ແລະ ຮັບການຄຸ້ມຄອງຈາກປະກັນໄພໃນທັນທີ.

ຊື້ປະກັນໄພໂລກ້າແມ່ນບໍ່ໄດ້ຮັບແຕ່ພຽງການຄຸ້ມຄອງເທົ່ານັ້ນ ເພາະທຸກໆ 1,000 ກີບ ຂອງລາຄາປະກັນທີ່ເຮົາຊື້ ແມ່ນເຮົາຈະໄດ້ 1 ຄະແນນຕໍ່ 1,000 ກີບ. ແລ້ວຄະແນນນັ້ນເອົາໄປເຮັດຫຍັງໄດ້ແນ່ລະ? ເຮົາສາມາດນຳຄະແນນນີ້ ໄປແລກຂອງລາງວັນຕ່າງໆຈາກໂລກ້າໄດ້ ແລະ ລວມທັງໃຊ້ແລກຮັບສ່ວນຫຼຸດອາຫານ ຫຼື ສິດທິພິເສດຕ່າງໆຈາກຮ້ານຄ້າທີ່ເຂົ້າຮ່ວມກັບໂລກ້າໄດ້.

 

ຊື້ປະກັນສຸຂະພາບກັບໂລກ້າມື້ນີ້ ຮັບທັນທີສ່ວນຫຼຸດ 30% ພຽງໃຊ້ລະຫັດ APA30 ໃນແອັບ.

 

 

ຕົວຢ່າງ: ວິທີການຊື້ປະກັນໄພໃນແອັບໂລກ້າງ່າຍໆພຽງ 4 ຂັ້ນຕອນເທົ່ານັ້ນ!

Related Posts

LOCA ຮ່ວມຮັບລາງວັນທຸລະກິດດີເດັ່ນອາຊຽນປີ 2023 – ໝວດບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ

ພວກເຮົາມີຄວາມຕື່ນເຕັ້ນຫຼາຍ ທີ່ຈະປະກາດບາດກ້າວຄວາມສໍາເລັດທີ່ສໍາຄັນສໍາລັບ LOCA ຢູ່ທີ່ງານ ASEAN Business Award 2023 ທີ່ຈັດຂຶ້ນໃນນະຄອນຫຼວງຈາກາຕາໃນວັນທີ 4 ກັນຍາທີ່ຜ່ານມາ. ພວກເຮົາສາມາດຊະນະລາງວັນທຸລະກິດດີເດັ່ນອາຊຽນປີ 2023...

LOCA ບໍລິການເອີ້ນລົດຮັບສົ່ງຜ່ານແອັບຈັບມືສະມາຄົມລົດຕູ້ນະຄອນຫຼວງວຽງຈັນຫັນການບໍລິການລົດຕູ້ໃນລາວໃຫ້ເປັນທັນສະໄໝ

ໂລກ້າ (LOCA) ບໍລິການເອີ້ນລົດຮັບສົ່ງໂດຍສານຜ່ານແອັບພຼິເຄຊັນເທິງມືຖື ແລະ ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຈັບມືກັນເພື່ອຫັນການບໍລິການລົດຕູ້ໃນລາວໃຫ້ເປັນທັນສະໄໝ, ເພີ່ມຄວາມສະດວກສະບາຍ ແລະ ມີຄວາມໂປ່ງໃສດ້ານລາຄາ.