ມາຮູ້ຈັກ: ແອັບພຼິເຄຊັນ LOCA ເປີດໂອກາດໃຫ້ຄົນມີລົດ ສາມາດຫາລາຍໄດ້ເສີມ $300-$600 ໄດ້

ທຸກມື້ນີ້ ການເຮັດວຽກເພື່ອມີລາຍໄດ້ພຽງທາງດຽວນັ້ນມີຄວາມສ່ຽງຕໍ່ຄວາມໝັ້ນຄົງທາງການເງິນຢູ່ພໍສົມຄວນ ເພາະຄົນສ່ວນໃຫຍ່ທີ່ມີລາຍໄດ້ພຽງແຕ່ທາງດຽວ ເຖິງວ່າຈະເປັນອາຊີບລາຍໄດ້ດີກໍຕາມ ກໍມັກຈະຂາດຫຼັກປະກັນລາຍໄດ້ ບໍ່ຮູ້ວ່າມື້ໃດຈະວ່າງງານ ຫຼື ມີເຫດໃຫ້ຕ້ອງອອກຈາກວຽກໂດຍບໍ່ທັນຄາດຄິດ. ຖ້າເປັນແບບນີ້ ເຮົາຈະຫາລາຍໄດ້ທາງໃດມາທົດແທນ?! ຫຼາຍຄົນຈຶ່ງຢາກມີລາຍໄດ້ເສີມ ແລະ ກຳລັງແນມຫາລາຍໄດ້ພິເສດກັນຢູ່.

ແນວໃດກໍຕາມ ການເຮັດວຽກເສີມ ຄວນເປັນວຽກພີເສດທີ່ເຮັດຫຼັງຈາກເລີກວຽກ ຫຼື ເມື່ອມີເວລາວ່າງ ແລະ ຄວນເປັນວຽກທີ່ບໍ່ລົບກວນເວລາເຮັດວຽກຫຼັກ. ສະນັ້ນ ການເຮັດວຽກຫາລາຍໄດ້ພິເສດ ຄວນເປັນວຽກທີ່ເຮັດເວລາໃດກໍໄດ້ ແລະ ບໍ່ຕ້ອງລົງທຶນຫຼາຍ ເຊັ່ນ ການຂັບລົດ Loca ເຊິ່ງເປັນບໍລິການຮັບສົ່ງລູກຄ້າໄປຍັງປາຍທາງທີ່ພວກເຂົາຕ້ອງການໂດຍໃຊ້ແອັບ ແລະ ລົດຂອງທ່ານ.

Loca ເປັນບໍລິການລົດສ່ວນຕົວ ສາມາດເອີ້ນໃຊ້ບໍລິການຜ່ານແອັບໄດ້ ເຊິ່ງຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ທົ່ວໄປ, ມີລົດໃຫ້ເລືອກໃຊ້ຫຼາກຫຼາຍປະເພດ ບໍ່ວ່າຈະເປັນລົດເກ໋ງ, ລົດຕູ້, ລົດກະປ໋ອງ ແລະ ອື່ນໆ. ສະນັ້ນ ຖ້າຫາກທ່ານມີລົດສ່ວນຕົວທີ່ມີສະພາບດີ ແລະ ສະອາດ ບໍ່ວ່າຈະເປັນຮຸ່ນໃດ ປີໃດ ກໍສາມາດນຳມາໃຊ້ໃຫ້ເກີດເປັນລາຍຮັບ ແລະ ເລີ່ມຕົ້ນເປັນຄົນຂັບຂອງ Loca ໄດ້ ພາຍໃນ 24 ຊົ່ວໂມງ.

ເຫດຜົນທີ່ຄວນມາຂັບ Loca ກໍຄື ເປັນການສ້າງລາຍໄດ້ເສີມ ໂດຍຈະໄດ້ຮັບເງິນທຸກໆ 2 ອາທິດ, ສາມາດຂັບຕອນໃດກໍໄດ້ທີ່ຕ້ອງການ ບໍ່ມີກຳນົດເວລາໃນການຂັບ, ບໍ່ມີໂມງເຂົ້າການ ເພາະທ່ານເປັນຜູ້ກຳນົດເອງໝົດຕັ້ງແຕ່ການເປີດແອັບເພື່ອໃຫ້ລູກຄ້າສາມາດເອີ້ນໃຊ້ບໍລິການທ່ານໄດ້. ຖ້າຫາກທ່ານເມື່ອຍ ຫຼື ຕ້ອງການໄປເຮັດຢ່າງອື່ນ ກໍສາມາດປິດແອັບໄວ້, ເວົ້າໄດ້ວ່າ ທ່ານເປັນນາຍຕົນເອງ ທຸກຢ່າງຂຶ້ນຢູ່ກັບທ່ານໝົດ.

ສຸດທ້າຍຫລາຍຄົນກໍ່ຈະຖາມວ່າຄ່າບໍລິການແມ່ນແນວໃດ, ການຄິດໄລ່ຄ່າບໍລິການແມ່ນຈະມີແອັບໂຕຄໍານວນໃຫ້ ໂດຍນໍາໃຊ້ລະບົບ GPS ໃນການຄໍານວນໄລຍະທາງ ແລະ ເວລາ, ສູດຂອງການຄໍານວນແມ່ນມີດັ່ງລຸ່ມນີ້:

ເງິນເລີ່ມຕົ້ນ 7,000ກີບ

+

300ກີບ ຕໍ່ນາທີ

+

7,100 ຕໍ່ 1ກິໂລແມັດ

——————–

=ຄ່າບໍລິການທັງໝົດ 

ຖ້າຍັງນຶກພາບບໍ່ອອກວ່າມາຂັບບໍລິການໃຫ້ LOCA ແລ້ວຈະເຮັດວຽກແບບໃດ ລອງເບິ່ງວິດີໂອທາງລຸ່ມນີ້ເພື້ອເປັນຕົວຢ່າງໄດ້:

 

ຖ້າຫາກທ່ານເປັນຜູ້ໜຶ່ງທີ່ຢາກເຮັດວຽກພິເສດຫຼັງເລີກວຽກ ແລະ ມີລົດໃຫຍ່ເປັນຂອງຕົວເອງ ສາມາດເລີ່ມຕົ້ນຂັບ Loca ໄດ້ງ່າຍໆ ພຽງແຕ່ຕິດຕໍ່ເບີໂທ ຫລື Whatsapp 020-98111129 

ລາຍລະອຽດວິທີການສະໝັກສາມາດເບິ່ງໄດ້ທີ່ລິ້ງທາງລຸ່ມນີ້: 

https://blog.loca.la/post/loca-driver-register

 

Related Posts

ຮູ້ຈັກ “ປະກັນໄພໂລກ້າ” ປ່ຽນຄວາມເຂົ້າໃຈປະກັນໄພ ໃຫ້ເປັນເລື່ອງງ່າຍໆສໍາລັບທ່ານ

ຄຳວ່າ “ປະກັນໄພ” ຟັງເທື່ອໃດກໍຮູ້ສຶກເຂົ້າໃຈຍາກ ມາຮູ້ຈັກກັບປະກັນໄພໂລກ້າ ປະກັນໄພອອນລາຍຂອງຄົນຍຸກໃໝ່ ທີ່ຈະເຮັດໃຫ້ເປັນເລື່ອງງ່າຍໆກວ່າທີ່ຄິດ   “ເຈົ້າຮູ້ບໍ່ວ່າປະກັນໄພທີ່ເຈົ້າຊື້ນັ້ນມີວົງເງິນຄຸ້ມຄອງສູງສຸດເທົ່າໃດ?” ເຊື່ອວ່າຖ້າທຸກຄົນໄດ້ຍິນຄຳຖາມນີ້ ກໍຄົງເປັນສຽງສ່ວນໃຫຍ່ທີ່ຈະຕອບວ່າບໍ່ຮູ້ ເພາະເລື່ອງຂອງປະກັນໄພສຳລັບຄົນຍຸກນີ້ ກັບກາຍເປັນເລື່ອງທີ່ໜ້າເບື່ອ, ເຂົ້າໃຈຍາກ,...