ວິທີການເອີ້ນລົດ LOCA ດ້ວຍການຊໍາລະເງິນຜ່ານ LOCA Money

ຫລາຍຄົນອາດຈະສົ່ງໃສວ່າ ການທີ່ຈະເອີ້ນລົດ LOCA ດ້ວຍ LOCA Money ຕ້ອງເຮັດແນວໃດ ໃນບົດຄວາມນີ້ ທີມງານ LOCA ມີ 3 ຂັ້ນຕອນງ່າຍໆມາແນະນໍາ.

ແຕ່ກ່ອນອື່ນຂັ້ນຕອນທໍາອິດເລີຍແມ່ນ ແມ່ນເຂົ້າໄປດາວໂຫລດແອັບພລິເຄຊັນຂອງ LOCA ລົງໃສ່ເຄື່ອງໂທລະສັບຂອງທ່ານຖ້າທ່ານຍັງບໍ່ມີ ເຊິ່ງແອັບ LOCA ມີໃຫ້ດາວໂຫລດຟຼີ ສໍາລັບ iOS ແລະ Android ໃນ Apple store ແລະ Play store ໂດຍພິມ LOCA Laos ເຊິ່ງທ່ານອາດຈະເຫັນ 2 ແອັບຂອງ LOCA ໃຫ້ທ່ານດາວໂຫລດໂຕສີຂາວ ເພາະສີດໍາ ແມ່ນແອັບຂອງຄົນຂັບ ຫລື ສາມາດເຂົ້າລິ້ງນີ້ເລີຍກໍ່ໄດ້ www.loca.la/download

2. ເນື່ອງຈາກທ່ານມີແອັບ ແລະ ລົງທະບຽນຮຽບຮ້ອຍແລ້ວ, ໃຫ້ເປີດແອັບຂຶ້ນມາກໍ່ຈະເຫັນຫນ້າຕາດັ່ງໃນຮູບທາງລຸ່ມນີ້ ໃຫ້ທ່ານກົດປຸ່ມດັ່ງທີ່ໂຊໃນຮູບທາງລຸ່ມນີ້ເພື່ອປັກພິກັດບ່ອນຢູ່ຂອງທ່ານທີ່ທ່ານຕ້ອງການໃຫ້ຄົນຂັບໄປຮັບ. ກະລຸນາປັກພິກັດບ່ອນທີ່ທ່ານຕ້ອງການໃຫ້ໄປຮັບໃຫ້ຖືກຕ້ອງ ຖ້າບໍ່ດັ່ງນັ້ນຄົນຂັບຈະບໍ່ສາມາດຊອກທ່ານເຫັນ ແລະຈະໄປບ່ອນອື່ນແທນທີ່ຈະໄປຮັບທ່ານ

3. ຫຼັງຈາກເລືອກພິກັດບ່ອນທີ່ຈະໃຫ້ໄປຮັບແລ້ວ ໃຫ້ທ່ານກົດປຸ່ມ “BOOK NOW” ເພື່ອເອີ້ນຕອນນີ້ ຫຼື “BOOK LATER” ເພື່ອເລືອກເວລາ, ເພື່ອເລີ່ມການຈອງເຊິ່ງແອັບຈະຖາມຫາ “Add Drop-off location” ຫລື ປາຍທາງທີ່ທ່ານຈະໄປ, ຖ້າທ່ານລະບຸບ່ອນທີ່ທ່ານຈະໄປ ລະບົບຈະຊ່ວຍປະເມີນລາຄາໃຫ້ກ່ອນ ພ້ອມດຽວກັນນັ້ນ ທ່ານບໍ່ຈໍາເປັນຕ້ອງບອກທາງຄົນຂັບ.

ເມື່ອເລືອກທັງໝົດແລ້ວ ໃຫ້ທ່ານເລືອກຊ່ອງທາງການຊໍາລະເງິນ ທີ່ປຸ່ມ “Payment Method” ທາງປຸ່ມຊ້າຍມືທາງດ້ານລຸ່ມ, ແລ້ວເລືອກຊໍາລະ ເປັນ LOCA Money (ເງິນໃນບັນຊີຂອງທ່ານ). ຫຼັງຈາກຄົບແລ້ວ ທ່ານສາມາດກົດ “Confirm Booking” ເພື່ອເອີ້ນເອົາລົດມາຮັບທ່ານໄດ້ເລີຍ

ຫຼັງຈາກກົດ Confirm Booking ແມ່ນຜູ້ຂັບຈະມາຮັບເອົາທ່ານແທ້ ກະລຸນາເຫັນໃຈຜູ້ຂັບ. ຖ້າທ່ານພຽງຕ້ອງການທົດລອງ ພວກເຮົາແນະນໍາໃຫ້ລອງໃນຕອນທີ່ທ່ານຢາກໃຊ້ງານແທ້ໆ

Related Posts

ອາຊີບໃໝ່ຂອງຄົນຍຸກໃໝ່ ມາຜ່ອນລົດໄຟຟ້າຂັບເປັນແທັກຊີກັບໂລກ້າ ລາຍໄດ້ດີ ມີອິດສະຫຼະ

ປັດຈຸບັນ, ການທ່ອງທ່ຽວໃນປະເທດລາວນັ້ນ ແມ່ນມີການເຕີບໂຕຢ່າງຕໍ່ເນື່ອງ ອີງຕາມການເປີດປະເທດມາຕັ້ງແຕ່ເດືອນພຶດສະພາມາ ກໍເຫັນໄດ້ວ່າມີນັກທ່ອງທ່ຽວຈາກທົ່ວໂລກໄດ້ຫຼັ່ງໄຫຼເຂົ້າມາທ່ຽວລາວຢ່າງຫຼວງຫຼາຍ. ແນ່ນອນວ່າ ເມື່ອມີນັກທ່ອງທ່ຽວເຂົ້າມາ ການເດີນທາງກໍຖືເປັນສິ່ງສຳຄັນໃນການໄປມາຂອງນັກທ່ອງທ່ຽວທີ່ອາດຈະບໍ່ຄຸ້ນເຄີຍກັບເສັ້ນທາງໃນລາວ. ນອກຈາກນັກທ່ອງທ່ຽວແລ້ວ ຄົນໃນປະເທດເອງກໍມີການໃຊ້ບໍລິການຂອງໂລກ້າຫຼາຍຂຶ້ນ ເນື່ອງຈາກຄວາມສະດວກສະບາຍ. ສະນັ້ນ, ໂລກ້າຂໍນຳສະເໜີອາຊີບໃໝ່...

ໂລກ້າພາໄປ – 5 ຮ້ານເດັດຊົມວິວທ້ອງຟ້າ ວິວງາມບັນຍາກາດດີທີ່ຕ້ອງລອງ!

ໂລກ້າພາໄປ! ຮ້ານທີ່ມີວິວດາດຟ້າ ບັນຍາກາດຕາເວັນຕົກດິນ ຖ້າທ່ານຍັງບໍ່ໄດ້ລອງ 5ຮ້ານນີ້ບໍ່ຄວນພາດ!   1. Tipsy Elephant ຢາກຊວນມາດິນເນີ້ ແລະ ຊິວເທິງດາດຟ້າຊັ້ນ 9...