ວິທີສະໝັກແອັບໃຊ້ງານ LOCA ບໍລິການແທັກຊີອອນລາຍ ແບບງ່າຍໆ

ໃນບົດຄວາມນີ້ ທີມງານໂລກ້າຂອງພວກເຮົາຈະມາແນະນໍາວິທີການດາວໂຫລດ ແລະ ສະໝັກໃຊ້ງານບໍລິການ LOCA ແບບງ່າຍໆ ທີ່ໃຜໆກໍ່ສາມາດເຮັດໄດ້ ພຽງແຕ່ເຮັດຕາມຂັ້ນຕອນດັ່ງລຸ່ມນີ້:

ກ່ອນອື່ນຂັ້ນຕອນທໍາອິດ ຕ້ອງດາວໂຫລດກ່ອນ ດ້ວຍການເຂົ້າໄປທີ່ www.loca.la/download ຫຼືຄົ້ນຫາຄໍາວ່າ LOCA LAO ໃນ AppStore ແລະ Playstore 

ຕໍ່ມາຂັ້ນຕອນທີສອງກໍ່ເປີດແອັບຂຶ້ນມາ ແລ້ວກົດ Sign up 

ຕໍ່ໄປກໍ່ພຽງແຕ່ກອກຂໍ້ມູນໃສ່ໃຫ້ຖືກຕ້ອງ 

ຖ້າທ່ານຕ້ອງການໄດ້ຮັບເງິນໂບນັດ 15,000ກີບ ຫຼັງຈາກການໃຊ້ບໍລິການຄັ້ງທໍາອິດ ທ່ານສາມາດໃສ່ລະຫັດໂປຼໂມຊັ່ນທາງລຸ່ມນີ້ໄດ້

ຫຼັງຈາກຄົບແລ້ວກໍ່ກົດ Create Account ເພື່ອສ້າງບັນຊີຂອງທ່ານ, ແລ້ວທ່ານໄດ້ຢືນຢັນເບີໂທລະສັບຂອງທ່ານດ້ວຍລະຫັດ 4ໂຕເລກທີ່ທາງບໍລິສັດສົ່ງໃຫ້ຜ່ານ SMS

ຫຼັງຈາກໃສ່ລະຫັດ 4ໂຕເລກໃນການຢືນຢັນສໍາເລັດແລ້ວ ກໍ່ຖືວ່າເປັນການສໍາເລັດການລົງທະບຽນນໍາໃຊ້ບໍລິການ LOCA 

 

Related Posts

5 Processes LOCA takes to select the driver for the best service standard and your safety

Many customers may be wondering how the Loca has a standard and procedure...

Loca EV charger statio ທີ່ The Kao ພ້ອມໃຫ້ບໍລິການສາກລົດໄຟຟ້າພ້ອມກັນເຖິງ 4 ຄັນ!

  ໂລກ້າ ໄດ້ເພີ່ມຕູ້ສາກລົດໄຟຟ້າແບບໄວ ທີ່ The kao ລວມເປັນ 2 ຕູ້  ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນແລ້ວ ແລະ ...