ວິທີເອີ້ນລົດ ແທັກອອນລາຍ (TAXI ONLINE) ຜ່ານແອັບຯ LOCA ເພື່ອໄປຮັບ ໄປສົ່ງແບບງ່າຍໆ ໃຜໆກໍ່ເຮັດໄດ້

ໝາຍເຫດ: ບໍລິການໂລກ້ານໍາໃຊ້ເຕັກໂນໂລຊີ GPS ເປັນໂຕຄໍານວນໄລຍະທາງ (ມິດເຕີ) ເພື່ອຄໍານວນຄ່າບໍລິການ. ລະບົບຈະເຮັດຫນ້າທີຄໍານວນລາຄາທີ່ເປັນກາງແລະໂປ່ງໃສ ຄົນຂັບລົດບໍ່ມີສິດເອີ້ນລາຄາໄດ້ເກີນຈາກທີ່ໂຊຢູ່ໃນແອັບ

ຫຼາຍຄົນອາດຈະເຫັນບໍລິການ LOCA ຜ່ານໆຕາມາແລ້ວຫລາຍເທື່ອ ຫລາຍຄົນກໍ່ຍັງລັງເລທີ່ຈະລອງໃຊ້ບໍລິການນີ້ ສໍາລັບຄົນທີ່ຢາກລອງໃຊ້ບໍລິການ LOCA ເພື່ອເອີ້ນລົດຮັບສົ່ງ ຫລື ລົດແທັກຊີ ກໍ່ຍັງບໍ່ແນ່ໃຈວ່າຈະເລີ່ມຕົ້ນແນວໃດ ໃຊ້ງານແນວໃດ ສະນັ້ນ ມື້ນີ້ທີມງານ LOCA ຂອງພວກເຮົາເລີຍຂຽນບົດຄວາມນີ້ຂຶ້ນມາ ເພື່ອສາທິດການໃຊ້ງານແອັບ LOCA ເພື່ອເອີ້ນລົດຮັບສົ່ງ ເຊິ່ງມີຂັ້ນຕອນດັ່ງລຸ່ມນີ້:

1. ຂັ້ນຕອນທໍາອິດເລີຍແມ່ນ ແມ່ນເຂົ້າໄປດາວໂຫລດແອັບພລິເຄຊັນຂອງ LOCA ລົງໃສ່ເຄື່ອງໂທລະສັບຂອງທ່ານ ເຊິ່ງແອັບ LOCA ມີໃຫ້ດາວໂຫລດຟຼີ ສໍາລັບ iOS ແລະ Android ໃນ Apple store ແລະ Play store ໂດຍພິມ LOCA Laos ເຊິ່ງທ່ານອາດຈະເຫັນ 2 ແອັບຂອງ LOCA ໃຫ້ທ່ານດາວໂຫລດໂຕສີຂາວ ເພາະສີດໍາ ແມ່ນແອັບຂອງຄົນຂັບ ຫລື ສາມາດເຂົ້າລິ້ງນີ້ເລີຍກໍ່ໄດ້ www.loca.la/download

2. ຂັ້ນຕອນຕໍ່ມາ ໃຫ້ທ່ານສະໝັກໃຊ້ງານແອັບພລິເຄຊັນ ທ່ານສາມາດເລືອກລົງທະບຽນຜ່ານ Email ຫລື ຈະຜ່ານ Facebook ຂອງທ່ານກໍ່ໄດ້ ແລ້ວແອັບຈະໃຫ້ທ່ານປ້ອນເບີໂທລະສັບຂອງທ່ານເຂົ້າ ເພື່ອຢືນຢັນຕົວຕົນ ເຊັ່ນດຽວກັນກັບວັອດແອັບ ຫລັງຈາກຢືນຢັນແລ້ວ ທ່ານກໍ່ສາມາດເລີ່ມຕົນໃຊ້ງານໄດ້ເລີຍ ເຊິ່ງທ່ານຈະເຫັນຫນ້າຕາແອັບແບບທີ່ທາງລຸ່ມນີ້.

ຫຼັງຈາກເຫັນແລ້ວ ທ່ານກໍ່ກົດປຸ່ມດັ່ງທີ່ໂຊໃນຮູບທາງລຸ່ມນີ້ເພື່ອປັກພິກັດບ່ອນຢູ່ຂອງທ່ານທີ່ທ່ານຕ້ອງການໃຫ້ຄົນຂັບໄປຮັບ. ກະລຸນາປັກພິກັດບ່ອນທີ່ທ່ານຕ້ອງການໃຫ້ໄປຮັບໃຫ້ຖືກຕ້ອງ ຖ້າບໍ່ດັ່ງນັ້ນຄົນຂັບຈະບໍ່ສາມາດຊອກທ່ານເຫັນ ແລະຈະໄປບ່ອນອື່ນແທນທີ່ຈະໄປຮັບທ່ານ

 

3. ຫຼັງຈາກເລືອກພິກັດບ່ອນທີ່ຈະໃຫ້ໄປຮັບແລ້ວ ໃຫ້ທ່ານກົດປຸ່ມ “BOOK NOW” ເພື່ອເລີ່ມການຈອງເຊິ່ງແອັບຈະຖາມຫາ “Add Drop-off location” ຫລື ປາຍທາງທີ່ທ່ານຈະໄປ, ຖ້າທ່ານລະບຸບ່ອນທີ່ທ່ານຈະໄປ ລະບົບຈະຊ່ວຍປະເມີນລາຄາໃຫ້ກ່ອນ ພ້ອມດຽວກັນນັ້ນ ທ່ານບໍ່ຈໍາເປັນຕ້ອງບອກທາງຄົນຂັບ.

4. ເມື່ອເລືອກທັງໝົດແລ້ວ ໃຫ້ທ່ານເລືອກຊ່ອງທາງການຊໍາລະເງິນ ທີ່ປຸ່ມ Payment Method ທາງປຸ່ມຊ້າຍມືທາງດ້ານລຸ່ມ, ໃນນີ້ທ່ານສາມາດເລືອກຊໍາລະຜ່ານເງິນສົດ (CASH), ບັດ Credit, ຫລື ເງິນໃນບັນຊີຂອງທ່ານ (LOCA Money). ຫຼັງຈາກຄົບແລ້ວ ທ່ານສາມາດກົດ “Confirm Booking” ເພື່ອເອີ້ນເອົາລົດມາຮັບທ່ານໄດ້ເລີຍ

ຫຼັງຈາກກົດ Confirm Booking ແມ່ນຜູ້ຂັບຈະມາຮັບເອົາທ່ານແທ້ ກະລຸນາເຫັນໃຈຜູ້ຂັບ. ຖ້າທ່ານພຽງຕ້ອງການທົດລອງ ພວກເຮົາແນະນໍາໃຫ້ລອງໃນຕອນທີ່ທ່ານຢາກໃຊ້ງານແທ້ໆ ເພາະລົດຈະມາຮັບທ່ານທັນທີທີ່ກົດ Confirm Booking

Related Posts

The 5 must-try places to enjoy the nightlife of Vientiane based on LOCA customers

Vientiane is full of fun and varieties especially the nightlife. Vientiane is one of the...

ໂລກ້າເປີດບໍລິການລົດກະບະໃນແອັບພລີເຄຊັ້ນແລ້ວ!

ມື້ນີ້ ໂລກ້າ ພູມໃຈນໍາສະເໜີບໍລິການໃໝ່ຂອງພວກເຮົາ ນັ້ນກໍຄື Pickup Truck service (ບໍລິການລົດກະບະ). ເນື່ອງຈາກໃນປີທີ່ຜ່ານມານີ້ ລຸກຄ້າຈໍານວນຫຼາຍໃຊ້ບໍລິການຂອງພວກເຮົາ ແລະ ມີຄວາມຕ້ອງການຢາກຈະນໍາໃຊ້ລົດກະບະເພິ່ມຂື້ນ ເພື່ອບັນຈຸສິ່ງຂອງຈໍານວນຫຼາຍ...