ຫາເງິນ $300-$600 ຕໍ່ເດືອນ ແບບງ່າຍໆ ກັບບໍລິການ LOCA

ຫລາຍຄົນທີ່ເຫັນບໍລິການ LOCA ແລະ ສົນໃຈທີ່ຢາກຂັບລົດໃຫ້ບໍລິການ LOCA ອາດຈະສົງໃສວ່າ ຈະສະໝັກຂັບລົດໃຫ້ກັບ LOCA ເພື່ອຫາລາຍໄດ້ເສີມ $300-$600 ຕໍ່ເດືອນໄດ້ແນວໃດ ມື້ນີ້ທີມງານພວກເຮົາມີຄໍາຕອບດ້ວຍບົດຄວາມນີ້. ຫຼັງຈາກອ່ານຈົບ ພວກເຮົາໝັ້ນໃຈວ່າທ່ານຈະສາມາດເຂົ້າໃຈຂັ້ນຕອນການສະໝັກແນ່ນອນ. 

ຂັ້ນຕອນທີ 1: ອ່ານລາຍລະອຽດ ເງື່ອນໄຂ ທັງໝົດກ່ອນສະໝັກ
ເງືອນໄຂມີດັ່ງນີ້

  • ທ່ານຕ້ອງເປັນຄົນມະນຸດສໍາພັນດີ ແລະມີອາຍຸ 20ປີຂຶ້ນໄປ ແລະ ພວກເຮົາບໍ່ຈໍາກັດເພດ
  • ທ່ານຕ້ອງມີລົດໃຫຍ່ເປັນຂອງຕົນເອງ ເຊິ່ງເປັນ ລົດເກັງ, ເກັງນ້ອຍ, ຈິບ, ກະບະ 4ປະຕູ ທີ່ມີສະພາບດີ ແລະ ສະອາດ
  • ທ່ານຕ້ອງມີເອກະສານການຂັບຂີ່ທີ່ຄົບຖ້ວນ (ສໍາຄັນຫລາຍ) ເຊັ່ນ:ຖະບຽນລົດ, ໃບເສຍຄ່າທາງ, ກວດກາເຕັກນິກ, ປະກັນໄພ ແລະ ໃບຂັບຂີ່

ຂັ້ນຕອນທີ 2: ການປະກອບເອກະສານເຂົ້າສະໝັກເປັນຄົນຂັບ

ຫຼັງຈາກເອກະສານ ແລະ ເງືອນໄຂຂອງທ່ານມີຄົບທຸກຂໍ້ແລ້ວ ຂັ້ນຕອນຕໍ່ໄປກໍ່ຄືນການສະໝັກ, ການສະໝັກແມ່ນມີດັ່ງລຸ່ມນີ້

  • ດາວໂຫລດແບບຟອມທີ່ https://www.loca.la/assets/RequestFORM.pdf
  • ຕື່ມແບບຟອມ ແລ້ວເຊັນພ້ອມປະທັບກາຈາກນາຍບ້ານທີ່ຕົນເອງເປັນລູກບ້ານ

ຂັ້ນຕອນທີ 3: ການມາຍື່ນໃບສະໝັກເປັນຄົນຂັບ

  • ນໍາຟອມທີ່ຕົນເອງເຊັນຜ່ານນາຍບ້ານເຂົ້າມາທີ່ຫ້ອງການຂອງພວກເຮົາ ຫ້ອງການຂອງພວກເຮົາຕັ້ງຢູ່ທີ່ ບ້ານ ໂພນສະອາດ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ 

  • ກຽມເອກະສານຕິດຂັດສະບັບຂອງແທ້ມານໍາ ເຊິ່ງມີດັ່ງລຸ່ມນີ້
    • ບັດປະຈຳຕົວ (ຫລື Passport)
    • ສຳມະໂນຄົວ
    • ຖະບຽນລົດ
    • ໃບຂັບຂີ່
    • ໃບເສຍຄ່າທາງ
    • ກວດກາເຕັກນິກ
    • ປະກັນໄພ

ຂັ້ນຕອນທີ 4: ລໍຖ້າການກວດສອບ 24ຊົວໂມງ 

ໃນຂັ້ນຕອນນີ້ຜູ້ສະໝັກຈະໄດ້ລໍຖ້າໃຫ້ທີມງານກວດສອບຄວາມຖືກຕ້ອງ ເຊິ່ງຈະໃຊ້ເວລາປະມານ 24ຊົວໂມງ ຫຼັງຈາກນັ້ນທີມງານຈະແຈ້ງຫາຜູ້ສະໝັກ ກ່ຽວກັບການອະນຸມັດ ຫລື ບໍ່ອະນຸມັດ

ຂັ້ນຕອນທີ 5: ຂັ້ນຕອນຫລັງການອະນຸມັດ

ຖ້າຜູ້ສະໝັກໄດ້ຮັບການອະນຸມັດ ທີມງານພວກເຮົາຈະຕິດຕໍ່ຫາຜູ້ສະໝັກເພື່ອຂໍຮູບ Profile, ຮູບລົດ, ເລກບັນຊີທະນາຄານການຄ້າຕ່າງປະເທດລາວ ຫລື BCEL

ນອກນັ້ນ ທາງທີມງານຍັງຈະສົ່ງວິດີໂອສາທິດການນໍາໃຊ້ງານລະບົບໃຫ້ຜູ້ສະໝັກໄດ້ເບິ່ງກ່ອນ ເພື່ອທໍາຄວາມເຂົ້າໃຈການຂັບຕົວຈິງ, ຫລັງຈາກນັ້ນ ທາງທີມງານຈະສົ່ງ ID ແລະ ລະຫັດຜ່ານເພື່ອໃຊ້ຮ່ວມກັບແອັບ LOCA Driver. 

ໝາຍເຫດ: ຄົນຂັບຫລາຍຄົນອາດຈະຕ້ອງຜ່ານການເຝິກອົບຮົມຕົວຈິງ ໂດຍນໍາພາໂດຍທີມງານຂອງ LOCA

 

ໂທ ແລະ Whatsapp: 02098111129

ວິດີໂອຕົວຢ່າງຂອງການຂັບລົດໃຫ້ໂລກ້າ 

 

Related Posts

Explore “Buddha Park” by Yourself with the New Interesting “Audio Tour” Experience.

Xieng Khuan Cultural Park, or commonly known as Buddha Park is a sculpture...

ໄຮເນເກັນ ຮ່ວມມືກັບ ໂລກ້າ ເພື່ອສ້າງການປ່ຽນແປງພຶດຕິກຳດື່ມແລ້ວຂັບໃນນະຄອນຫຼວງວຽງຈັນ

ໄຮເນເກັນ ແບຣນເຄື່ອງດື່ມເບຍພຣີມ້ຽມລະດັບໂລກ ໄດ້ຮ່ວມມືກັບ ໂລກ້າ, ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນໂລກ ໄດ້ການສ້າງການຮັບຮູ້ໃນເລື່ອງຂອງດື່ມແລ້ວບໍ່ຄວນຂັບຜ່ານແຄມເປນ “When you drink, never drive” ແລະ ປ່ຽນແປງຄຸມພຶດຕິການການດື່ມແລ້ວຂັບໃນນະຄອນຫຼວງວຽງຈັນ...