ອາຊີບໃໝ່ຂອງຄົນຍຸກໃໝ່ ມາຜ່ອນລົດໄຟຟ້າຂັບເປັນແທັກຊີກັບໂລກ້າ ລາຍໄດ້ດີ ມີອິດສະຫຼະ

ປັດຈຸບັນ, ການທ່ອງທ່ຽວໃນປະເທດລາວນັ້ນ ແມ່ນມີການເຕີບໂຕຢ່າງຕໍ່ເນື່ອງ ອີງຕາມການເປີດປະເທດມາຕັ້ງແຕ່ເດືອນພຶດສະພາມາ ກໍເຫັນໄດ້ວ່າມີນັກທ່ອງທ່ຽວຈາກທົ່ວໂລກໄດ້ຫຼັ່ງໄຫຼເຂົ້າມາທ່ຽວລາວຢ່າງຫຼວງຫຼາຍ. ແນ່ນອນວ່າ ເມື່ອມີນັກທ່ອງທ່ຽວເຂົ້າມາ ການເດີນທາງກໍຖືເປັນສິ່ງສຳຄັນໃນການໄປມາຂອງນັກທ່ອງທ່ຽວທີ່ອາດຈະບໍ່ຄຸ້ນເຄີຍກັບເສັ້ນທາງໃນລາວ.

ນອກຈາກນັກທ່ອງທ່ຽວແລ້ວ ຄົນໃນປະເທດເອງກໍມີການໃຊ້ບໍລິການຂອງໂລກ້າຫຼາຍຂຶ້ນ ເນື່ອງຈາກຄວາມສະດວກສະບາຍ. ສະນັ້ນ, ໂລກ້າຂໍນຳສະເໜີອາຊີບໃໝ່ ຫຼື ການລົງທຶນແບບໃໝ່ທີ່ຈະເຮັດໃຫ້ທ່ານມີລາຍໄດ້ເພີ່ມຂຶ້ນຈາກການເຂົ້າມາຂອງນັກທ່ອງທ່ຽວ ນັ້ນກໍຄືການລົງທຶນໃນລົດແທັກຊີໄຟຟ້າ ເພື່ອຮັບ-ສົ່ງ ແລະ ໃຫ້ບໍລິການການເດີນທາງໃຫ້ກັບບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ທ່ານບໍ່ຈຳເປັນຕ້ອງລົງທຶນ 100% ໃນຕອນທຳອິດ, ເລີ່ມຕົ້ນຈ່າຍພຽງຈຳນວນໜຶ່ງຂອງລາຄາລົດ ກໍສາມາດຮັບລົດໄຟຟ້າໄປຂັບໄດ້ເລີຍ ເພື່ອຂັບເປັນແທັກຊີຮັບ-ສົ່ງຜູ້ໂດຍສານ ສ້າງລາຍໄດ້ໃຫ້ຕົວເອງ ແລະ ຊ່ວຍຈ່າຍຄ່າຜ່ອນລົດໃນແຕ່ລະເດືອນໄດ້ອີກນຳ. ຍິ່ງທ່ານຂັບຫຼາຍ ກໍຍິ່ງມີລາຍໄດ້ຫຼາຍ ເຮັດໃຫ້ສາມາດຜ່ອນລົດໄດ້ໝົດໄວຂຶ້ນນຳອີກດ້ວຍ.

ແລ້ວເປັນຫຍັງຈຶ່ງຕ້ອງເປັນລົດໄຟຟ້າທີ່ເອົາມາຂັບເປັນແທັກຊີ? ເພາະລົດໄຟຟ້ານັ້ນສາມາດປະຢັດຕົ້ນທຶນຄ່ານ້ຳມັນໃຫ້ທ່ານໄດ້ຫຼາຍເທົ່າ ສາກເທື່ອໜຶ່ງກໍສາມາດແລ່ນລົດໄດ້ກວ່າ 400 ກິໂລແມັດ ໂດຍສາກລົດໃຊ້ເວລາພຽງ 30-40 ນາທີເທົ່ານັ້ນເມື່ອສາກທີ່ຕູ້ສາກໄວຂອງໂລກ້າເອງ ເຮັດໃຫ້ທ່ານປະຢັດເວລາກວ່າສາກຢູ່ບ້ານ ແລະ ສາມາດຮັບລູກຄ້າແທັກຊີຂອງທ່ານໄດ້ຢ່າງຕໍ່ເນື່ອງ.

ປັດຈຸບັນ, ມີຄົນທີ່ນຳເອົາລົດໄຟຟ້າມາຂັບເປັນແທັກຊີກັບໂລກ້າແລ້ວຫຼາຍກວ່າ 15 ຄັນ ເຊິ່ງຜູ້ທີ່ສ້າງລາຍຮັບຫຼາຍສຸດນັ້ນ ສາມາດຫາເງິນໄດ້ເຖິງ 90 ລ້ານກີບພາຍໃນ 3 ເດືອນ ຄິດເປັນ 30 ລ້ານກີບຕໍ່ເດືອນ ຈາກການຂັບແທັກຊີກັບໂລກ້າກວ່າ 10 ຊົ່ວໂມງຕໍ່ມື້ ແຖມຍັງມີຕົ້ນທຶນຄ່າສາກໄຟລົດພຽງ 3 ລ້ານກວ່າກີບເທົ່ານັ້ນ ເຊິ່ງຖ້າເປັນລົດນ້ຳມັນກໍອາດຈະເສຍຄ່ານ້ຳມັນໃນສ່ວນນີ້ກວ່າ 10 ເທົ່າຂອງຄ່າໄຟສາກລົດແນ່ນອນ.

ຖ້າຫາກທ່ານມີໃບຂັບຂີ່, ມີເງິນທຶນຈຳນວນໜຶ່ງ, ກຳລັງຢາກໄດ້ລົດໄຟຟ້າມາຂັບ ແລະ ຢາກສ້າງລາຍໄດ້ໃຫ້ກັບທ່ານ ການເລືອກມາເຊົ່າຊື້ລົດໄຟຟ້າແລ້ວຂັບແທັກຊີກັບໂລກ້າ ກໍຖືເປັນອີກທາງເລືອກໜຶ່ງໃຫ້ກັບທ່ານໃນການສ້າງລາຍໄດ້ ແຖມຍັງໄດ້ລົດເປັນຂອງທ່ານເອງ. ທ່ານຈະເລືອກເຊົ່າມາຂັບເອງ ຫຼື ຈ້າງຄົນມາຂັບໃຫ້ທ່ານແທນກໍໄດ້, ຍິ່ງຂັບຫຼາຍ ທ່ານກໍມີລາຍໄດ້ຫຼາຍ ແລະ ຜ່ອນລົດໃຫ້ໝົດງວດໄວຂຶ້ນ. ຖ້າຫາກມີຄວາມສົນໃຈ ສາມາດສະໝັກເຂົ້າໄດ້ທີ່ເວັບໄຊ້ ແລ້ວຈະມີທີມງານເຮົາຕິດຕໍ່ກັບຫາທ່ານ.

ສົນໃຈສະໝັກລົງທະບຽນໄດ້ທີ່: link.loca.la/ev-leasing
ຂໍ້ມູນເພີ່ມເຕີມ:
📱ເບີWhatsapp 020 57321374
📱ເບີໂທ ແລະ Whatsapp 020 55646807

Related Posts

LOCA EV Hits Remarkable Milestone: 4.2 Million Kilometers Charged in 2023!

In an exciting development for 2023, LOCA EV has proudly achieved a major...

LOCA was awarded the ASEAN BUSINESS AWARDS 2019

On the 2nd November 2019, LOCA was awarded the ASEAN BUSINESS AWARDS 2019...