ອາຍຸບໍ່ສຳຄັນ! ພໍ່ບຸນລ້ຽງອາຍຸ 70 ປີ ມີລາຍໄດ້ຕໍ່ເດືອນກວ່າ 10 ລ້ານກີບ ເພາະມາຂັບໂລກ້າ

ການເປັນຜູ້ສູງອາຍຸນັ້ນ ຖືເປັນເລື່ອງລຳບາກໃນການຊອກຫາວຽກເຮັດງານທຳໃນສັງຄົມ ແລ້ວບາງຄັ້ງກໍໄດ້ສົ່ງຜົນໃຫ້ຜູ້ສູງອາຍຸນັ້ນ ກາຍເປັນພາລະໃຫ້ກັບລູກຫຼານ ໃນການເບິ່ງແຍງດູແລ ລວມທັງມີຄ່າໃຊ້ຈ່າຍຕ່າງໆທີ່ກໍຕ້ອງເປັນໜ້າທີ່ຂອງຄອບຄົວທີ່ຈະຕ້ອງຮັບຜິດຊອບໃຫ້ກັບພໍ່ແມ່. ແຕ່ນັ້ນບໍ່ແມ່ນກັບພໍ່ບຸນລ້ຽງ ທີ່ເຖິງຈະອາຍຸ 70 ປີແລ້ວ ພໍ່ກໍຍັງສາມາດທີ່ເຮັດວຽກຫາເງິນໄດ້ຫຼາຍກັບໂລກ້າ ແລະ ມີລາຍໄດ້ໃນການຫາລ້ຽງຊີບໄດ້ ໂດຍບໍ່ຕ້ອງຫວັງເພິ່ງລູກຫຼານເລີຍ.

ພໍ່ບຸນລ້ຽງເຄີຍມີອາຊີບເປັນຄົນຂັບລົດໃຫ້ກັບອົງກອນຕ່າງປະເທດມາເປັນເວລາຫຼາຍປີ ຈົນມາເຖິງປີ 2016 ນັ້ນ ພໍ່ບຸນລ້ຽງກໍໄດ້ກະສຽນການເຮັດວຽກ ພ້ອມກັບຮັບເງິນບຳນານແທນ ໂດຍທີ່ບໍ່ຕ້ອງເຮັດວຽກອີກຕໍ່ໄປ. ແຕ່ດ້ວຍທີ່ພໍ່ນັ້ນ ເປັນຄົນທີ່ບໍ່ຢຸດນິ້ງໃນການທຳມາຫາກິນ ແລະ ບໍ່ຢາກທີ່ຈະເປັນພາລະໃຫ້ກັບລູກຫຼານ, ພໍ່ບຸນລ້ຽງຈຶ່ງໄດ້ຕັດສິນໃຈທີ່ຈະເອົາລົດຂອງຕົວເອງ ແລະ ເວລາວ່າງທີ່ມີຢູ່ ເພື່ອມາຂັບໃຫ້ບໍລິການແທັກຊີກັບໂລກ້າໃນປີ 2019 ຈາກທີ່ເຫັນຕາມການໂຄສະນາເທິງສື່ ແລະ ການແນະນຳຈາກລູກຫຼານ.

“ໃນຊ່ວງເລີ່ມຕົ້ນ, ແນ່ນອນວ່າຕ້ອງມີອຸປະສັກທີ່ຕ້ອງພົບຫຼາຍຢ່າງ ເພາະພໍ່ເອງກໍເປັນຄົນທີ່ບໍ່ມີຄວາມຮູ້ເລື່ອງການນຳໃຊ້ເທັກໂນໂລຢີ ຫຼື ການນຳໃຊ້ແອັບຫຼາຍ, ແຕ່ກໍໂຊກດີທີ່ມີທີມງານໂລກ້າ ໄດ້ໃຫ້ຄຳແນະນຳ, ຄວາມຊ່ວຍເຫຼືອຕ່າງໆເປັນຢ່າງດີ ເຮັດໃຫ້ພໍ່ນັ້ນກໍເລີ່ມທີ່ຈະໃຫ້ບໍລິການໂລກ້າໃຫ້ກັບລູກຄ້າໄດ້ດີຂຶ້ນ ຈົນລູກຄ້າກໍເລີ່ມທີ່ຈະໄວ້ໃຈເຮົາ ໃຫ້ເຮົາຂັບລົດຮັບ-ສົ່ງເພິ່ນ”

ພໍ່ບຸນລ້ຽງໄດ້ເລົ່າເຖິງການຂັບກັບໂລກ້າໃນຊ່ວງເລີ່ມຕົ້ນ.

“ທາງລູກຫຼານເອງ ກໍເປັນຫ່ວງໃນຊ່ວງທຳອິດທີ່ພໍ່ມາຂັບກັບໂລກ້າ, ເປັນຫ່ວງວ່າຈະບໍ່ມີລູກຄ້າໃຊ້ບໍລິການຫຼາຍ ແລະ ອາດຈະເສຍເວລາພໍ່ລ້າໆ. ແຕ່ຫຼັງຈາກພໍ່ຂັບໄດ້ 2-3 ເດືອນ, ພໍ່ເອງກໍເຫັນວ່າສາມາດສ້າງລາຍໄດ້ແທ້ ແລະ ອີກທັງຍັງເພີ່ມຂຶ້ນເລື້ອຍໆ ເນື່ອງຈາກເລີ່ມມີນັກທ່ອງທ່ຽວເຂົ້າມາປະເທດເຮົາຫຼາຍ ເຊິ່ງພໍ່ເອງກໍສາມາດພິສູດໃຫ້ລູກຫຼານໄດ້ເຫັນແລ້ວວ່າ ພໍ່ກໍສາມາດລ້ຽງຊີບຕົວເອງໄດ້ຄືກັນ.” ພໍ່ບຸນລ້ຽງກ່າວເພີ່ມເຕີມ.

ປັດຈຸບັນ, ກໍກ້າວເຂົ້າສູ່ປີທີ່ 4 ແລ້ວ ທີ່ພໍ່ບຸນລ້ຽງໄດ້ມາຂັບລົດກັບໂລກ້າ, ເຖິງຈະເປັນວຽກທີ່ຕ້ອງໃຊ້ພະລັງງານຫຼາຍໃນການຂັບລົດ ແຕ່ພໍ່ກໍມີຄວາມສຸກໃນການເຮັດວຽກບໍລິການ,​ ໄດ້ຮຽນຮູ້ການນຳໃຊ້ເທັກໂນໂລຢີ, ໄດ້ພົບຜູ້ຄົນທີ່ຫຼາກຫຼາຍໃນລະຫວ່າງການເດີນທາງ ແລະ ທີ່ສຳຄັນ ພໍ່ຍັງມີລາຍໄດ້ທີ່ສາມາດລ້ຽງດູຕົວເອງໄດ້ ໂດຍເອົາເງິນບຳນານທີ່ໄດ້ແຕ່ລະເດືອນນັ້ນໄປເປັນເງິນທ້ອນໂຮມແທນໃນເວລາເຈັບປ່ວຍ ໂດຍບໍ່ໄດ້ເປັນພາລະໃຫ້ກັບລູກຫຼານອີກດ້ວຍ.

ບໍ່ວ່າທ່ານຈະເປັນເພດໃດ, ອາຍຸໃດ ຈະເປັນໄວໜຸ່ມ ຫຼື ໄວສູງອາຍຸ ພຽງແຕ່ທ່ານມີລົດ ແລະ ມີເວລາວ່າງ ກໍເອົາມັນມາສ້າງລາຍຮັບກັບໂລກ້າໄດ້. ສົນໃຈຕິດຕໍ່ສະໝັກໄດ້ທີ່ເບີ: 020 98111129 (ໂທ ແລະ ວັອດແອັບ)

ຮຽນຮູ້ເພີ່ມເຕີມກ່ຽວກັບການມາຂັບລົດກັບໂລກ້າ: https://loca.la/driver

Related Posts

ໂລກ້າ ນໍາສະເໜີບໍລິການ “ໂລກ້າຄິ້ວ” ( LOCA QUTE ) ຈັບມື BAJAJ ແລະ ພົງສະຫວັນ ປະກັນໄພ ເພີ່ມທາງເລືອກໃໝ່ໃນການໂດຍສານ

ສຳເລັດໄປແລ້ວ ສຳລັບງານເປີດໂຕບໍລິການ ໂລກ້າຄິ້ວ ມີຂຶ້ນໃນຕອນເຊົ້າຂອງ ວັນທີ 26 ມັງກອນ 2021 ທີ່ໂຊຮູມລົດຂອງ ບໍລິສັດ ພຣາຍ ອໍໂຕ (ລາວ)...