ແນະນໍາສະຖານທີ່ພັກຜ່ອນໃນວັນຊາດ ທີ 2 ທັນວາ!

ສະຖານທີ່ພັກຜ່ອນສຳລັບວັນຊາດທີ 2 ທັນວາ

ຫຼາຍຄົນຄົງຈະຍັງບໍ່ຮູ້ວ່າຈະໄປຫຼິ້ນໃສດີ ນີ້ເລີຍ! ມື້ນີ້ໂລກ້າໂກຣມີສະຖານທີ່ທ່່ອງທ່ຽວມາຝາກທ່ານ ຈະມີບ່ອນໃດທີ່ຖືກໃຈທ່ານແດ່ ໄປເບິ່ງກັນເລີຍ!

 

1.ID Garden

ID Garden ສະຖານທີພັກຜ່ອນ ແບບສວນອາຫານ ແລະ ແຄມປີ້ງ ຍິນດີຕ້ອນຮັບທຸກໆທ່ານໃນວັນຊາດທີ 2 ທັນວານີ້

ທ່ຽວຊົມຄວາມງົດງາມຂອງທຳມະຊາດ ແລະ ອາກາດສົດຊື່ນຂອງບ້ານເຮົາ

ທ້າຍປີແບບນີ້ ອາກາດເຢັນສະບາຍຈົນໜາວເລີຍ ຜູ້ທີ່ຢາກແຕ່ງຕົວແຟຊັນລະດູໜາວຫ້າມພາດ ຕ້ອງມີສະຖານທີ່ງາມໆເປັນຂອງຄູ່ກັນເດີ

ໃຜທີ່ຢາກນອນຄ້າງຄືນ ທາງສະຖານທີ່ເພິ່ນກໍມີບໍລິການຫ້ອງພັກໃຫ້ທ່ານນຳພ້ອມເດີ້

ໄປນັ່ງຍາມເຊົ້າຍາມແລງກໍອາກາດດີສຸດໆ

ແນມໄປທາງໃດກໍສົດຊື່ນສະບາຍຕາ ແລະ ເພີດເພີນ

ອີກມຸມຂອງຫ້ອງນອນຄືມີຄວາມເປັນທຳມະຊາດດີໆນີ້ເອງ

ສວນ ID Garden ເປີດທຸກມື້ ວັນຈັນ – ວັນອາທິດ, ເວລາ 10:00 – 22:00, ສະຖານທີ່ແມ່ນຢູ່ບ້ານຫ້ວຍຫ້ອມທາງໄປເມືອງສັງທອງ

ສອບຖາມເພີ່ມຕື່ມໄດ້ທີ່ ☎️📞020 92288880 ບີ່ 02055115552 ຫມີ

 

  1. Namlik Eco Village

Namlik Eco Village ເດີນທາງສະດວກສະບາຍ ຫ່າງຈາກຕົວເມືອງນະຄອນວຽງຈັນພຽງແຕ່ 80 km ເທົ່ານັ້ນ!

ສະຖານທີຕັ້ງຢຸ່ບ້ານວັງມົນ, ເມືອງໂພນໂຮງ, ແຂວງວຽງຈັນ

ຫອ້ງພັກສະອາດ ແລະ ໄດ້ຟິວທຳມະຊາດສຸດໆ

ນອກຈາກນັ້ນທາງຣີສອດຍັງມີອາຫານ ແລະ ເຄື່ອງດື່ມໄວ້ຄ່ອຍບໍລິການທຸກທ່ານອີກດ້ວຍ

ພິເສດສະເພາະລູກຄ້າທີ່ເຂົ້າມາພັກສາມາດນໍາອາຫານ ແລະ ເຄື່ອງດື່ມເພື່ອຈັດປາຕີ້ກັບຄອບຄົວໝູ່ເພື່ອນໄດ້ຟຣີ ແລະ ທາງຣີສອດຍັງອໍານວຍຄວາມສະດວກສະຖານທີໃຫ້ເຕັມທີ່

ມີການຂີ່ເຮືອນ້ອຍລອຍນ້ຳນຳເດີ້

👉🏻ຖ້າຫາກທ່ານໃດສົນໃຈ ຕິດຕໍ່ສອບຖາມຂໍ້ມູນລາຍລະອຽດໄດ້ຕະຫຼອດ24ຊົ່ວໂມງເລີຍ
📞020 55510888
☎️ 020 55892626
📲 WhatsApp. +85620 55510888

 

3 ສາມໝື່ນຕຸບເຟືອງ

ຂໍແນະນຳນີ້ເລີຍ! ເມືອງເຟືອງ, ແຂວງວຽງຈັນ
ພາເລາະທ່ຽວເມືອງເຟືອງ, ຫາດສາມໝື່ນຕູບເຟືອງ, ໜ້າເຂື່ອນ, ນໍ້າລີກ, ເມືອງເຟືອງ, ແຂວງວຽງຈັນ.

ສາມໝື່ນຕູບເມືອງເຟືອງ, ແຂວງວຽງຈັນ ເປັນອີກໜຶ່ງສະຖານທີ່ ທີ່ຫຼາຍໆຄົນໄປແລ້ວຢາກກັບໄປທ່ຽວອີກ. ເພາະສະຖານທີ່ແຫ່ງນີ້ເປັນແຫຼ່ງທັດສະນິຍະພາບ, ທຳມະຊາດແບບບ້ານນາ, ລວມໄປເຖິງການໄດ້ນັ່ງຊິວໆ ໃນຕູບ ແລະ ລົງຫລິ້ນນໍ້າໃນສະຖານທີ່ນີ້

ສາມໝື່ນຕູບເມືອງເຟືອງບັນຍາກາດດີ, ທິວທັດທຳມະຊາດສວຍງາມ ແລະ  ເປັນມົນສະເໜ່ອີກແຫ່ງໃໝ່ໃນການມາທ່ຽວຂອງພີ່ນ້ອງບ້ານເຮົາ ແລະ ຊາວຕ່າງປະເທດ

ເຊິ່ງຫ່າງຈາກຕົວເມືອງນະຄອນຫຼວງວຽງຈັນບໍ່ໄກ

ສະຖານທີ່ແມ່ນຢູ່ເມືອງເຟືອງ, ດອນກາງເມືອງເຟືອງ

ສົນໃຈຕິດຕໍ່ສອບຖາມໄດ້ທີ່ເບີ 020 99349997

 

ພິເສດ!

ສຳລັບໃຜທີ່ຢາກທົວບ່ອນທ່ອງທ່ຽວກັບໝູ່ເພື່ອນ ຫຼື ຄອບຄົວຈຸໃຈແບບນີ້ ແຕ່ບໍ່ຮູ້ຈະໃຊ້ບໍລິການໃດດີ ພວກເຮົາຂໍແນະນຳ ໂລກ້າໂກຣ ບໍລິການລົດຕູ້ພ້ອມຄົນຂັບ.

ຄົນຂັບສຸພາບ, ລົດສະອາດ, ໄປໄດ້ເຖິງ 12 ຄົນ/ຄັນ ຫານກັນແບບສະບາຍສະບາຍ! ຕັ້ງແຕ່ 8ໂມງເຊົ້າ ຮອດ 9ໂມງແລງ. ບໍລິການເຊົ່າລົດຕູ້ດີໆແບບນີ້ພາດໄດ້ແນວໃດ ຈອງເລີຍ.

 

ໂທສອບຖາມຂໍ້ມູນເພີ່ມເຕີມເລີຍທີ່: 020 98111129.

 

ຕິດຕາມລາຄາໄດ້ທີ່ແອັບ Loca GRO. ດາວໂຫຼດໄດ້ທັງ IOS ແລະ  Android.

 

Facebook Page ກໍມີເຊັ່ນດຽວກັນພຽງແຕ່ຄົ້ນຫາຄຳວ່າ Locagro (ຕາມຮູບລຸ່ມນີ້):

ແລະ ກົດຕິດຕາມ ພຽງເທົ່ານີ້ທ່ານກໍບໍ່ພາດຂ່າວສານດີໆຈາກທາງ Page ແລ້ວ!

ຢາກເຊົ່າລົດ, ບໍລິການດີໆ, ລາຄາເປັນກັນເອງ, ຢ່າລືມຄິດຫາໂລກ້າໂກຣເດີ້!

ຢາກເຊົ່າລົດ, ບໍລິການດີໆ, ລາຄາເປັນກັນເອງ, ຢ່າລືມຄິດຫາໂລກ້າໂກຣເດີ້!

ຂອບໃຈທີ່ອ່ານກັນມາຮອດນີ້ ຕໍ່ໄປຈະມີສະຖານທີ່ໃດແດ່ ຢ່າລືມຕີດຕາມພວກເຮົາໄວ້ເດີ້!

 

Related Posts

Heineken and LOCA team up to curb Drunk Driving behavior in Vientiane

Heineken®, the world’s most international premium beer brands, has teamed up with LOCA,...

LOCA 再次为您服务!

目前,根据老挝实施各地区不同等级的风险管控,将按各村疫情情况划分为红、黄、绿三区,而绿区在严格做好防疫措施的前提下,可外出至其他绿区。LOCA发现,我们的APP对大部分人的出行很重要,因此,LOCA再次开通服务。为了防止疫情,减低感染风险,请客户和司机注意以下事项:   请全程佩戴口罩 请用酒精消毒液消毒手部 LOCA车已安装防护膜 每辆车最多只允许2位乘客上车 司机必须在服务前测量体温 LOCA司机已接种疫苗   请您放心使用LOCA,我们永远把乘客和司机的安全放在第一位 LOCA APP 24小时约车服务...