LOCA ບໍລິການເອີ້ນລົດຮັບສົ່ງຜ່ານແອັບຈັບມືສະມາຄົມລົດຕູ້ນະຄອນຫຼວງວຽງຈັນຫັນການບໍລິການລົດຕູ້ໃນລາວໃຫ້ເປັນທັນສະໄໝ

ໂລກ້າ (LOCA) ບໍລິການເອີ້ນລົດຮັບສົ່ງໂດຍສານຜ່ານແອັບພຼິເຄຊັນເທິງມືຖື ແລະ ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ. ຈັບມືກັນເພື່ອຫັນການບໍລິການລົດຕູ້ໃນລາວໃຫ້ເປັນທັນສະໄໝ, ເພີ່ມຄວາມສະດວກສະບາຍ ແລະ ມີຄວາມໂປ່ງໃສດ້ານລາຄາ.

ບາດກ້າວສຳຄັນດັ່ງກ່າວເລີ່ມຕົ້ນຂຶ້ນຈາກການເຊັນສັນຍາຮ່ວມມືກັນລະຫວ່າງ ໂລກ້າ (LOCA) ເຊິ່ງເປັນບໍລິການເອີ້ນລົດຮັບສົ່ງໂດຍສານຜ່ານແອັບພລິເຄຊັນເທິງມືຖື (ດຳເນີນການພາຍໃຕ້ ບໍລິສັດ ບິສຈິຕອລ ຈຳກັດ) ແລະ ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ.

ພິທີເຊັນສັນຍາຮ່ວມມືດັ່ງກ່າວ ມີຂຶ້ນທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ນະຄອນຫຼວງວຽງຈັນ ເມື່ອວັນທີ 28 ຕຸລາ 2019 ທີ່ຜ່ານມາ.

 

 

ເຂົ້າຮ່ວມພິທີດັ່ງກ່າວປະກອບມີ ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ LOCA ແລະ ຜູ້ບໍລິຫານຝ່າຍເຕັກໂນໂລຊີຂອງ ບໍລິສັດ ບິສຈິຕອລ ຈຳກັດ ແລະ ທ່ານ ບຸນຄໍ້າ ລາດຊະວົງ ປະທານສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຈາກພາກສ່ວນຕ່າງໆຮ່ວມເປັນສັກຂີພິຍານ.

 

 

ການເຊັນສັນຍາໃນຄັ້ງນີ້ ມີເປົ້າໝາຍເພື່ອເຮັດໃຫ້ການບໍລິການລົດຕູ້ມີຄວາມທັນຍຸກທັນສະໄໝຫຼາຍຂຶ້ນ ຄຽງຄູ່ກັບການຫັນເປັນດິຈິຕອນ ພ້ອມທັງເຮັດໃຫ້ການບໍລິການມີຄວາມສະດວກສະບາຍ, ມີລາຄາທີ່ຊັດເຈນ ແລະ ເຮັດໃຫ້ຜູ້ຂັບລົດຕູ້ບໍລິການມີລາຍໄດ້ເພີ່ມ.ພ້ອມດຽວກັນນີ້ ໃນຝັ່ງຂອງ LOCA ເອງ, ການຮ່ວມມືໃນຄັ້ງນີ້ເປັນການຂະຫຍາຍບໍລິການໃຫ້ມີຄວາມຫຼາກຫຼາຍຂຶ້ນ ເຊິ່ງຫຼັງຈາກທີ່ເຊັນສັນຍາແລ້ວ ຈະມີການເພີ່ມບໍລິການຈອງລົດຕູ້ເຂົ້າມາ ແລະ ເບື້ອງຕົ້ນຈະມີລົດຕູ້ຮອງຮັບການໃຫ້ບໍລິການລູກຄ້າປະມານ 30 ຄັນ ແລະ ພາຍໃນໜຶ່ງເດືອນຈະເພີ່ມເຂົ້າມາຕື່ມອີກເປັນຈຳນວນລວມ 240 ຄັນ.

 

 

ໃນປັດຈຸບັນ ປະເພດລົດທີ່ສາມາດເອີ້ນໃຊ້ໄດ້ຜ່ານແອັບພລິເຄຊັນໂລກ້າສ່ວນໃຫຍ່ເປັນລົດເກ໋ງ ເຊິ່ງມີຈຳນວນທັງໝົດປະມານ 300 ຄັນທີ່ລົງທະບຽນເປັນຜູ້ຂັບ ແລະ ໃນອະນາຄົດອັນໃກ້ນີ້ ກໍຈະເພີ່ມບໍລິການໃໝ່ເຂົ້າມາອີກເຊັ່ນ: LOCA Bike ເຊິ່ງເປັນບໍລິການລົດຈັກຮັບສົ່ງໂດຍສານ ແລະ ບໍລິການຈອງລົດຕູ້ທີ່ມີການເຊັນສັນຍາຮ່ວມມືກັນດັ່ງກ່າວ.

ພ້ອມດຽວກັນນີ້ ເມື່ອບໍ່ດົນຜ່ານມາ, LOCA ຫາກໍເຊັນສັນຍາຮ່ວມມືກັບບໍລິສັດປະກັນໄພລ້ານຊ້າງ ເພື່ອຍົກລະດັບການປ້ອງກັນໃຫ້ແກ່ບໍລິການຂົນສົ່ງໂດຍສານຂອງຕົນເອງ ແລະ ຍັງເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ຂັບໃນການຊື້ປະກັນໄພລົດ.

 

 

ນອກຈາກ ຄວາມຫຼາກຫຼາຍທາງດ້ານບໍລິການແລ້ວ, ໃນອະນາຄົດ ໂລກ້າຍັງມີແຜນທີ່ຈະຂະຫຍາຍພື້ນທີ່ບໍລິການໃຫ້ກວ້າງຂຶ້ນ ຈາກປັດຈຸບັນທີ່ໃຫ້ບໍລິການພຽງແຕ່ໃນພື້ນທີ່ຕົວເມືອງຂອງນະຄອນຫຼວງວຽງຈັນ.

 

Related Posts

你知道吗?LOCA可以切换成中文!一起来看看怎么做吧!

为了您的方便,LOCA提供多种语言切换。如果您的APP设置为英文,可以按照以下过程进行切换语言:   一、在首页点击您照片下面的 “View Profile” 二、进去“My Profile”,点击下面蓝色框 “English” 三、选择“中文”并点击 “SET LANGUAGE” 这样就完成了!   内容来源:https://mp.weixin.qq.com/s?__biz=MzUyNjYzNTc4MQ==&mid=2247483706&idx=1&sn=b722f1921ddf2735652cf0c3846e7e8f&chksm=fa0a8750cd7d0e46564b90ebcd82c30416f33bd355bb35ced46c72a6a15dc05d1aea88361974&token=83137199&lang=zh_CN#rd...

ໂລກ້າປະກາດໃນງານ Lao EV Forum ກຽມໃຫ້ບໍລິການຜ່ອນລົດໄຟຟ້າໃຫ້ກັບຄົນຂັບໂລກ້າ ແລະ ພ້ອມໃຫ້ບໍລິການຕູ້ສາກລົດໄຟຟ້າແລ້ວໃນເດືອນມິຖຸນານີ້!

ງານກອງປະຊຸມເສວະນາກ່ຽວກັບຍານພາຫະນະໄຟຟ້າໃນ ສປປ ລາວ ຫຼື Lao EV Forum ໃນວັນທີ 3 ມິຖຸນາ ທີ່ໂຮງແຮມຄຣາວພລາຊ່າທີ່ຜ່ານມາ ເປັນໜຶ່ງໃນງານທີ່ເປັນໝຸດໝາຍສຳຄັນໃນການເປີດຍຸກໃໝ່ໃຫ້ກັບສັງຄົມລາວກ່ຽວກັບການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. ທ່ານ...