ໂລກ້າເປີດບໍລິການລົດກະບະໃນແອັບພລີເຄຊັ້ນແລ້ວ!

ມື້ນີ້ ໂລກ້າ ພູມໃຈນໍາສະເໜີບໍລິການໃໝ່ຂອງພວກເຮົາ ນັ້ນກໍຄື Pickup Truck service (ບໍລິການລົດກະບະ).

ເນື່ອງຈາກໃນປີທີ່ຜ່ານມານີ້ ລຸກຄ້າຈໍານວນຫຼາຍໃຊ້ບໍລິການຂອງພວກເຮົາ ແລະ ມີຄວາມຕ້ອງການຢາກຈະນໍາໃຊ້ລົດກະບະເພິ່ມຂື້ນ ເພື່ອບັນຈຸສິ່ງຂອງຈໍານວນຫຼາຍ ແລະ ຍົກຍ້າຍເຄື່ອງ, ຕົວຢ່າງ: ລູກຄ້າມີເຄື່ອງຈໍານວນຫຼາຍຈຶ່ງຕ້ອງການເອີ້ນລົດໂລກ້າເພື່ອທີ່ຈະໄປສົ່ງສະໜາມບິນ ໂລກ້າຈຶ່ງໄດ້ເພິ່ມບໍລິການລົດກະບະເຂົ້າໃນແອັບໂລກ້າເພື່ອຕອບໂຈດການໃຊ້ງານທີ່ຫຼາກຫຼາຍຂື້ນ.

ດັ່ງນັ້ນ, ລົດກະບະຂອງໂລກ້າໄດ້ເລິ່ມໃຫ້ບໍລິການລູກຄ້າແລ້ວທົ່ວນະຄອນຫຼວງວຽງຈັນ ລົດກະບະຂອງໂລກ້າຍັງມີຈໍານວນຈໍາກັດ ແຕ່ວ່າທີມງານຂອງໂລກ້າໄດ້ເອົາໃຈໃສ່ເພິ່ມລົດກະບະ ເພື່ອຕອບສະໜອງຄວາມຕ້ອງການ ແລະ ອໍານວຍຄວາມສະດວກໃຫ້ແກ່ລູກຄ້າທຸກຄົນ.

ໂລກ້າຈຶ່ງຂໍເຊີນຊວນທຸກທ່ານລອງນໍາໃຊ້ບໍລິການລົດກະບະ ແລ້ວບອກເລົ່າປະສົບການຂອງທ່ານໃຫ້ໝູ່ເພື່ອນຟັງ ແລະ ໄດ້ລອງໃຊ້ນໍາກັນ, ເພື່ອບອກຕໍ່ໆກັນໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງວ່າ ໂລກ້າໃຫ້ບໍລິການລົດກະບະເປັນເຈົ້າທໍາອິດໃນຕົວເມືອງນະຄອນຫຼວງວຽງຈັນ.

ເມືອທ່ານມີສິ່ງຂອງຈໍານວນຫຼາຍທີ່ຢາກເອົາຂື້ນໄປລົດນໍາ ທ່ານສາມາດເລືອກໃຊ້ບໍລິການໂລກ້າລົດກະບະໄດ້ເດີເຈົ້າ.

 

ສາມາດຕິດຕາມຂໍ້ມູນຂ່າວສານເພີ່ມເຕີມໄດ້ທີ່:

Facebook Page: LocaLaos

WeChat Official Account: LOCA COMPANY LIMITED

WhatsApp: +856 20 9811 1129

Related Posts

แอปพลิเคชัน เดียวไปที่ไหนก็ได้ในเวียงจันทน์ LOCA บริการเรียกรถแท็กซี่ และ รถยนต์ส่วนตัว

แอปพลิเคชัน เดียวไปที่ไหนก็ได้ในเวียงจันทน์ LOCA บริการเรียกรถแท็กซี่ และ รถยนต์ส่วนตัว

Introducing LOCA Limousine Service powered by LIMOLAOS

Vientiane, January 22nd, 2020. LOCA would like to introduce the premium ride that...