ບໍລິສັດ ໂລກ້າ ຈຳກັດ ມອບ 60 ລ້ານກີບ ສະໜັບສະໜຸນງານວາງສະແດງສິນຄ້າລາວ Made in Laos 2020

 

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ LOCA ແລະ ບໍລິການແອັບຊັອບປິ້ງອອນລາຍ LOCA Gro ໄດ້ມອບເງິນສະໜັບສະໜຸນງານວາງສະແດງສິນຄ້າ Made in Laos 2020 ມູນຄ່າ 60 ລ້ານກີບ.

ພິທີມອບຮັບເງິນສະໜັບສະໜຸນດັ່ງກ່າວມີຂຶ້ນທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໃນຕອນເຊົ້າຂອງວັນທີ 21 ທັນວາ 2020, ມອບໂດຍທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການບໍລິສັດ ໂລກ້າ ຈຳກັດ ແລະ ຮັບໂດຍທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ.

ການສະໜັບສະໜຸນຈັດງານ Made in Laos ໃນຄັ້ງນີ້ ກໍເພື່ອເປັນການການສົ່ງເສີມຜະລິດຕະພັນລາວ ແລະ ຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ບໍລິສັດ ໂລກ້າ ຈຳກັດ ເຊິ່ງເປັນໜຶ່ງໃນຫົວໜ່ວຍທຸລະກິດທີ່ສືບຕໍ່ສ້າງວຽກເຮັດງານທຳໃຫ້ກັບຄົນລາວໂດຍໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເຊື່ອວ່າ ງານວາງສະແດງສິນຄ້າລາວຄັ້ງນີ້ ຈະເປັນໂອກາດອັນດີໃຫ້ບັນດາຫົວໜ່ວຍທຸລະກິດ ໄດ້ມີເວທີໃນການໂຄສະນາສິນຄ້າ, ເປີດໂຕຜະລິດຕະພັນໃໝ່ໆຂອງບໍລິສັດຕ່າງໆ ພ້ອມທັງເປັນການສົ່ງເສີມການຜະລິດເປັນສິນຄ້າທີ່ມີຄຸນນະພາບຂອງລາວໃນທຸກຂະແໜງການທີ່ມີທ່າແຮງຂອງນະຄອນຫຼວງວຽງຈັນ ແລະ ທົ່ວປະເທດລາວ.

ງານວາງສະແດງສິນຄ້າລາວ Made in Laos 2020 ຈະຈັດຂຶ້ນທີ່ສູນການຄ້າລາວໄອເຕັກ ລະຫວ່າງວັນທີ 25 ທັນວາ 2020 ຫາ 3 ມັງກອນ 2021 ນີ້ ເຊິ່ງໃນໂອກາດນີ້ທາງ ບໍລິສັດ ໂລກ້າ ຈຳກັດ ກໍຈະໄດ້ເປີດໂຕແອັບໂລກ້າໂກຣ (LOCA Gro) ແອັບຊັອບປິ້ງອອນລາຍພາຍໃນງານດັ່ງກ່າວນີ້ ພ້ອມທັງນຳເອົາຮ້ານຄ້າຫຼາຍກວ່າ 100 ຮ້ານ ແລະ ສິນຄ້າຫຼາຍກວ່າ 10,000 ລາຍການ ໃຫ້ຜູ້ເຂົ້າຮ່ວມງານສາມາດສັ່ງຊື້ຜ່ານທາງແອັບພລິເຄຊັນເທິງມືຖື ແລະ ຈັດສົ່ງໄປເຖິງບ້ານຂອງຜູ້ຊື້.

Related Posts

ອາຍຸບໍ່ສຳຄັນ! ພໍ່ບຸນລ້ຽງອາຍຸ 70 ປີ ມີລາຍໄດ້ຕໍ່ເດືອນກວ່າ 10 ລ້ານກີບ ເພາະມາຂັບໂລກ້າ

ການເປັນຜູ້ສູງອາຍຸນັ້ນ ຖືເປັນເລື່ອງລຳບາກໃນການຊອກຫາວຽກເຮັດງານທຳໃນສັງຄົມ ແລ້ວບາງຄັ້ງກໍໄດ້ສົ່ງຜົນໃຫ້ຜູ້ສູງອາຍຸນັ້ນ ກາຍເປັນພາລະໃຫ້ກັບລູກຫຼານ ໃນການເບິ່ງແຍງດູແລ ລວມທັງມີຄ່າໃຊ້ຈ່າຍຕ່າງໆທີ່ກໍຕ້ອງເປັນໜ້າທີ່ຂອງຄອບຄົວທີ່ຈະຕ້ອງຮັບຜິດຊອບໃຫ້ກັບພໍ່ແມ່. ແຕ່ນັ້ນບໍ່ແມ່ນກັບພໍ່ບຸນລ້ຽງ ທີ່ເຖິງຈະອາຍຸ 70 ປີແລ້ວ ພໍ່ກໍຍັງສາມາດທີ່ເຮັດວຽກຫາເງິນໄດ້ຫຼາຍກັບໂລກ້າ ແລະ ມີລາຍໄດ້ໃນການຫາລ້ຽງຊີບໄດ້...

ອາຊີບໃໝ່ຂອງຄົນຍຸກໃໝ່ ມາຜ່ອນລົດໄຟຟ້າຂັບເປັນແທັກຊີກັບໂລກ້າ ລາຍໄດ້ດີ ມີອິດສະຫຼະ

ປັດຈຸບັນ, ການທ່ອງທ່ຽວໃນປະເທດລາວນັ້ນ ແມ່ນມີການເຕີບໂຕຢ່າງຕໍ່ເນື່ອງ ອີງຕາມການເປີດປະເທດມາຕັ້ງແຕ່ເດືອນພຶດສະພາມາ ກໍເຫັນໄດ້ວ່າມີນັກທ່ອງທ່ຽວຈາກທົ່ວໂລກໄດ້ຫຼັ່ງໄຫຼເຂົ້າມາທ່ຽວລາວຢ່າງຫຼວງຫຼາຍ. ແນ່ນອນວ່າ ເມື່ອມີນັກທ່ອງທ່ຽວເຂົ້າມາ ການເດີນທາງກໍຖືເປັນສິ່ງສຳຄັນໃນການໄປມາຂອງນັກທ່ອງທ່ຽວທີ່ອາດຈະບໍ່ຄຸ້ນເຄີຍກັບເສັ້ນທາງໃນລາວ. ນອກຈາກນັກທ່ອງທ່ຽວແລ້ວ ຄົນໃນປະເທດເອງກໍມີການໃຊ້ບໍລິການຂອງໂລກ້າຫຼາຍຂຶ້ນ ເນື່ອງຈາກຄວາມສະດວກສະບາຍ. ສະນັ້ນ, ໂລກ້າຂໍນຳສະເໜີອາຊີບໃໝ່...