ໂລກ້າ ບໍລິການແທັກຊີອອນລາຍ 24ຊົ່ວໂມງ ສະດວກສະບາຍ ປອດໄພ ແລະ ລາຄາໂປ່ງໃສ

ໂລກ້າແມ່ນຫຍັງ?

ໂລກ້າ ແມ່ນແອັບພລິເຄຊັນໃຫ້ບໍລິການແທັກຊີອອນລາຍທີ່ເນັ້ນຄວາມທັນສະໄໝ ເປີດໃຫ້ບໍລິການມາແລ້ວຕັ້ງແຕ່ປີ 2018 ເຊິ່ງເປັນບໍລິສັດຂອງຄົນລາວ ແລະ ໄດ້ກາຍບໍລິການທີ່ນັກທ່ອງທ່ຽວ, ແຂກຕ່າງປະເທດ, ສໍານັກຂ່າວຕ່າງໆຈາກພາຍໃນ ແລະ ຕ່າງປະເທດກ່າວເຖິງ ແລະ ແນະນໍາມາຕະຫຼອດ.

ເປັນຫຍັງຕ້ອງໃຊ້ບໍລິການໂລກ້າ?

ໂລກ້າເນັ້ນຄວາມສະດວກສະບາຍໃນການເອີ້ນໃຊ້ບໍລິການແທັກຊີ ບໍ່ວ່າທ່ານຈະຢູ່ໃສ ກໍ່ສາມາດເອີ້ນລົດແທັກຊີຂອງໂລກ້າໃຫ້ມາຮັບທ່ານໄດ້ຕະຫຼອດ 24 ຊົ່ວໂມງ ພຽງແຕ່ເປີດແອັບໂລກ້າຂຶ້ນມາ ແລ້ວກົດເອີ້ນລົດ, ເທົ່ານີ້ ລົດກໍ່ຈະມາຮັບທ່ານທັນທີແບບບໍ່ຕ້ອງລໍຖ້າ.

ໂລກ້າເນັ້ນການບໍລິການທີ່ມີຄວາມປອດໄພ ບໍ່ວ່າທ່ານຈະໃຊ້ບໍລິການໃນຍາມກາງເວັນ ຫລື ກາງຄືນ. ໂລກ້າມີຂັ້ນຕອນການກວດກາປະຫວັດຄົນຂັບທຸກໆຄົນ ຜ່ານການເຊັນຢັ້ງຢືນຈາກບ້ານ, ມີໃບແຈ້ງໂທດ ແລະ ເອກະສານທີ່ສະແດງທີ່ຢູ່ເປັນຫຼັກແຫຼ່ງພ້ອມຄອບຄົວ. ຄົນຂັບທຸກຄົນຈະຕ້ອງສອບເສັງຜ່ານກົດລະບຽບ ແລະ ການທົດລອງຂັບ ຈຶ່ງຈະສາມາດເລີ່ມຂັບໃຫ້ບໍລິການໄດ້. ໂລກ້າມີການລົງສຸ່ມກວດທາດເຫຼົ້າໃນຄົນຂັບ ເພື່ອປ້ອງກັນ ບໍ່ໃຫ້ຄົນຂັບທີ່ດື່ມສິ່ງມຶນເມົາມາຂັບລົດໃຫ້ບໍລິການເປັນອັນຂາດ.  ນອກຈາກນັ້ນແລ້ວ, ບໍລິການໂລກ້າຂອງພວກເຮົາ ຍັງມີການຮັບປະກັນທ່ານ ດ້ວຍປະກັນໄພອຸບັດຕິເຫດຕໍ່ຜູ້ໂດຍສານສູງເຖິງ 500ລ້ານກີບຕໍ່ຄັ້ງ.

ໂລກ້າເນັ້ນການບໍລິການທີ່ເປັນທໍາ ແລະ ລາຄາໂປ່ງໃສ, ລະບົບຂອງໂລກ້າຈະເປັນຄົນກໍານົດ ແລະ ຄໍານວນລາຄາ ໂດຍຈະສະແດງໃຫ້ຜູ້ໃຊ້ບໍລິການ ແລະ ຜູ້ໃຫ້ບໍລິການໄດ້ເຫັນພ້ອມກັນທັນທີ ເພື່ອໃຫ້ລູກຄ້າໝັ້ນໃຈໄດ້ວ່າຈະບໍ່ຖືກໂກງລາຄາ. ໂລກ້ານໍາໃຊ້ລະບົບ GPS ທີ່ທັນສະໄໝເພື່ອເປັນມິດເຕີໃນການຕິດຕາມ ແລະ ຄໍານວນໄລຍະທາງ, ເຮັດໃຫ້ການຄໍານວນມີຄວາມແມ້ນຍໍາ ບໍ່ສາມາດປັບແຕ່ງໄດ້ ຄືກັບລະບົບມິດເຕີທົ່ວໄປ.

ລາຄາຂອງໂລກ້າ ເປັນແນວໃດ?

ໂລກ້າ ແບ່ງຄ່າບໍລິການອອກເປັນ 4 ປະເພດລົດ, ໂດຍແຕ່ລະປະເພດລົດຈະມີຫົວໜ່ວຍລາຄາທີ່ແຕກຕ່າງກັນດັ່ງລຸ່ມນີ້:

 

ລົດໃຫຍ່ທົ່ວໄປ:

ເງິນພື້ນຖານ 8,000ກີບ

+ ໄລຍະທາງ 7,100/ກມ

+ ເວລາ 300/ນາທີ ທີ່ນັ່ງລົດ

+ ປະກັນໄພ 1,500/ຖ້ຽວ

ຕົວຢ່າງ: ເດີນທາງ 3 ກິໂລໃຊ້ເວລາ 10 ນາທີ, ຄ່າບໍລິການແມ່ນ:

8,000 + (7,100 x 3) + (300 x 10) + (1,500) = 33,800ກີບ

 

ລົດຄິ້ວນ້ອຍ ບໍ່ມີແອ:

ເງິນພື້ນຖານ 7,000ກີບ

+ ໄລຍະທາງ 5,000/ກມ

+ ເວລາ 300/ນາທີ ທີ່ນັ່ງລົດ

+ ປະກັນໄພ 1,500/ຖ້ຽວ

ຕົວຢ່າງ: ເດີນທາງ 3 ກິໂລໃຊ້ເວລາ 10 ນາທີ, ຄ່າບໍລິການແມ່ນ:

= 7,000 + (5,000 x 3) + (300 x 10) + 1,500 = 26,500ກີບ

 

ລົດພລັສ ລົດເກັງຂະຫນາດໃຫຍ່ນັ່ງຫຼາຍຄົນ:

ເງິນພື້ນຖານ 10,000ກິບ

+ ໄລຍະທາງ 7,800/ກມ

+ ເວລາ 300/ນາທີ ທີ່ນັ່ງລົດ

+ ປະກັນໄພ 1,500/ຖ້ຽວ

ຕົວຢ່າງ: ເດີນທາງ 3 ກິໂລໃຊ້ເວລາ 10 ນາທີ, ຄ່າບໍລິການແມ່ນ:

= 10,000 + (7,800 x 3) + (300 x 10) + 1,500 = 37,900ກີບ

 

ລົດກະບະ ສໍາລັບນັ່ງຫຼາຍຄົນ ຫລື ໃສ່ເຄື່ອງຈໍານວນຫຼາຍ:

ເງິນພື້ນຖານ 25,000 ກິບ

+ ໄລຍະທາງ 10,000 /ກມ

+ ເວລາ 500 /ນາທີ

+ ປະກັນໄພ 1,500 /ຖ້ຽວ

ຕົວຢ່າງ: ເດີນທາງ 3 ກິໂລໃຊ້ເວລາ 10 ນາທີ, ຄ່າບໍລິການແມ່ນ:

= 25,000 + (10,000 x 3) + (500 x 10) + 1,500 = 61,500ກີບ

 

ດາວໂຫລດແອັບ: https://get.loca.la
ໂລກ້າບໍລິການແທັກຊີອອນລາຍ 24 ຊົ່ວໂມງ

Related Posts

LOCA ບໍລິການເອີ້ນລົດຮັບສົ່ງຜ່ານແອັບຈັບມືສະມາຄົມລົດຕູ້ນະຄອນຫຼວງວຽງຈັນຫັນການບໍລິການລົດຕູ້ໃນລາວໃຫ້ເປັນທັນສະໄໝ

ໂລກ້າ (LOCA) ບໍລິການເອີ້ນລົດຮັບສົ່ງໂດຍສານຜ່ານແອັບພຼິເຄຊັນເທິງມືຖື ແລະ ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຈັບມືກັນເພື່ອຫັນການບໍລິການລົດຕູ້ໃນລາວໃຫ້ເປັນທັນສະໄໝ, ເພີ່ມຄວາມສະດວກສະບາຍ ແລະ ມີຄວາມໂປ່ງໃສດ້ານລາຄາ.

LOCA推荐:5家咖啡馆@老挝万象

LOCA推荐:5家咖啡馆@老挝万象 这5家咖啡馆你打卡过了吗? 这家咖啡馆非常特别,主要在古典音乐和西方设计风格的融合,让您感到非常舒适。The Pianist的饮料和甜点都是选择最优质的原料,成为最健康的美食。如果您对古典音乐感兴趣,在这家咖啡馆里,您能欣赏The Pianist的钢琴和小提琴表演的好地方。 营业时间:周一到周日,8:00-18:00 The Hidden Space把咖啡馆和酒吧融合在一起,形成新风格。咖啡馆里的每个角落都能拍出Chic的照片。这家咖啡馆的饮料和食品也不错哦! 营业时间:周一到周日,9:30-18:00 如果您来到Comma Coffee,您会看到很多书。这里是一家如图书馆的咖啡馆,学生和喜欢读书的人都会来这里。他们不仅喜欢这家咖啡馆的氛围,还爱上了咖啡馆人员亲手烘的咖啡豆。 营业时间:周一到周日,08:00-20:00...