ປະກັນໄພສຸຂະພາບໃນແອັບໂລກ້າ ໃຫ້ການຄຸ້ມຄອງແບບໃດແດ່?

ໂລກ້າອໍານວຍຄວາມສະດວກໃຫ້ທຸກທ່ານໃນການຊື້ປະກັນໄພງ່າຍໆຜ່ານແອັບໂລກ້າ

ປະກັນໄພສຸຂະພາບ ສໍາລັບຜູ້ທີ່ຕ້ອງການການຄຸ້ມຄອງທາງສຸຂະພາບ ບໍ່ວ່າຈະເປັນການເຂົ້າໂຮງໝໍ ຫຼື ການປິ່ນປົວພະຍາດຕ່າງໆ.

 

ການຊື້ປະກັນໄພສຸຂະພາບໃນແອັບໂລກ້າສາມາດເລືອກຮັບການຄຸ້ມຄອງໃດແດ່?

ປະກັນໄພໂລກ້າແມ່ນຄອບຄຸມທັງການປິ່ນປົວແບບນອນໂຮງໝໍ (IPD) ແລະ ການປິ່ນປົວແບບບໍ່ນອນໂຮງໝໍ (OPD)

 

  1. ການປິ່ນປົວແບບນອນໂຮງໝໍ (IPD) ແມ່ນຫຍັງ?

IPD (ຫຼື In-Patient-Department) ແມ່ນຜູ້ປ່ວຍໃນ ໝາຍເຖິງຜູ້ປ່ວຍທີ່ເຂົ້າຮັບການຮັກສາ ແລະ  ຕ້ອງໄດ້ນອນພັກຢູ່ໂຮງໝໍ ໃນລະຫວ່າງທີ່ຮັກສາອາການປ່ວຍ. 

  • ການປິ່ນປົວແບບນອນໂຮງໝໍ (IPD) ຄຸ້ມຄອງແບບໃດ?

ການເຮັດປະກັນສຸຂະພາບທີ່ມີການຄຸ້ມຄອງແບບ IPD ແມ່ນຈະຄອບຄຸມຄ່າໃຊ້ຈ່າຍຕ່າງໆເຊັ່ນ: ຄ່າປິ່ນປົວ, ຄ່າຫ້ອງພັກ ແລະ ອາຫານ, ຄ່າຜ່າຕັດ, ຄ່າຢາສະຫຼົບ, ຄ່າຕິດຕາມອາການຈາກແພດ, ຄ່າລົດໂຮງໝໍ, ຄ່າຊົດເຊີຍຕໍ່ວັນໃນລະຫວ່າງປິ່ນປົວໃນໂຮງໝໍ ແລະ ອື່ນໆ. 

ຈະເຫັນໄດ້ວ່າການຄຸ້ມຄອງ IPD ໃນປະກັນສຸຂະພາບນັ້ນ ຄອບຄຸມໃນຄ່າໃຊ້ຕ່າງໆເມື່ອເຮົາປ່ວຍຈົນຕ້ອງນອນໂຮງໝໍ ເຊິ່ງສ່ວນໃຫຍ່ແມ່ນເດັກນ້ອຍ ແລະ ຜູ້ສູງອາຍຸທີ່ຈະຊື້ປະກັນປະເພດນີ້ສູງ ເພາະເປັນກຸ່ມທີ່ມີບັນຫາສຸຂະພາບ ແລະ ມີໂອກາດເຈັບເປັນໄດ້ຫຼາຍກວ່າກຸ່ມອື່ນ. ແຕ່ທັງນີ້ທັງນັ້ນ ປະກັນສຸຂະພາບແບບ IPD ກໍຈຳເປັນທີ່ຕ້ອງມີໄວ້ກັບທຸກເພດ ແລະ ທຸກໄວ ເພາະອາດຈະເກີດເຫດທີ່ຄາດບໍ່ເຖິງໄດ້ຕະຫຼອດເວລາ ພຽງແຕ່ທ່ານຕ້ອງເລືອກວົງເງິນການຄຸ້ມຄອງໃຫ້ເໝາະສົມກັບຕົວເອງ.

 

  1. ການປິ່ນປົວແບບບໍ່ນອນໂຮງໝໍ (OPD) ແມ່ນຫຍັງ?

OPD (ຫຼື Out-Patient-Department) ແມ່ນຜູ້ປ່ວຍນອກ ໝາຍເຖິງຜູ້ປ່ວຍທີ່ມາຮັກສາປິ່ນປົວຢູ່ໂຮງໝໍແລ້ວສາມາດກັບບ້ານໄດ້ເລີຍ ໂດຍບໍ່ຕ້ອງນອນໂຮງໝໍ ເຊິ່ງຈະເປັນການຮັກສາພະຍາດ ຫຼື ການເຈັບປ່ວຍທີ່ບໍ່ຮຸນແຮງເຊັ່ນ: ເປັນຫວັດ, ເປັນໄຂ້, ອາການພູມແພ້ເລັກນ້ອຍ, ເປັນບາດແຜບໍ່ທີ່ບໍ່ຮຸນແຮງ ເປັນຕົ້ນ. 

  • ການປິ່ນປົວແບບບໍ່ນອນໂຮງໝໍ (OPD) ຄຸ້ມຄອງແບບໃດ?

ການຄຸ້ມຄອງແບບ OPD ໃນປະກັນສຸຂະພາບແມ່ນຈະເປັນທີ່ນິຍົມ ເນື່ອງຈາກມີການຄຸ້ມຄອງງ່າຍກວ່າ ເພາະມີຄ່າໃຊ້ຈ່າຍບໍ່ສູງ ເຮັດໃຫ້ຜູ້ຊື້ປະກັນບໍ່ຕ້ອງອອກເງິນຈ່າຍກ່ອນ ພຽງແຕ່ທ່ານໄປປິ່ນປົວແລ້ວສະແດງປະກັນສຸຂະພາບຂອງຕົວເອງໃຫ້ກັບທາງໂຮງໝໍ ກໍສາມາດອອກຈາກໂຮງໝໍໄດ້ເລີຍ 

ເຊິ່ງການຄຸ້ມຄອງ OPD ແມ່ນຈະຄຸ້ມຄອງທັງ ຄ່າປີ່ນປົວຮັກສາ, ຄ່າແພດພະຍາບານ ແລະ ຄ່າຢາຮັກສາ.

 

ໃນປະກັນສຸຂະພາບກັບໂລກ້າ ເຮົາກໍສາມາດປັບແຕ່ງການຄຸ້ມຄອງໄດ້ງ່າຍໆ ໂດຍເລືອກວົງເງິນຄຸ້ມຄອງທັງການປິ່ນປົວແບບນອນໂຮງໝໍ IPD ແລະ ບໍ່ນອນໂຮງໝໍ OPD ໄດ້ ໃຫ້ເໝາະສົມຕາມ Lifestyle ການໃຊ້ຊີວິດຂອງເຮົາ.

ຕົວຢ່າງເຊັ່ນວ່າ ຖ້າເຮົາມີສຸຂະພາບທີ່ດີ ບໍ່ຄ່ອຍໄດ້ນອນໂຮງໝໍ ໂດຍມີພຽງແຕ່ໄປປິ່ນປົວແລ້ວຊື້ຢາກັບບ້ານ ເຮົາກໍສາມາດເລືອກການຄຸ້ມຄອງໃນ IPD ທີ່ບໍ່ສູງຫຼາຍ ແລະ ເລືອກການຄຸ້ມຄອງ OPD ໃຫ້ສູງຕາມທີ່ເຮົາມັກໄປໂຮງໝໍ ເຊິ່ງນັ້ນຈະເຮັດໃຫ້ເຮົາປະຢັດເບ້ຍປະກັນທີ່ຕ້ອງຈ່າຍສຳລັບ IPD ໂດຍບໍ່ຈຳເປັນ ເພາະເຮົາບໍ່ໄດ້ມັກໄປປິ່ນປົວໂດຍຕ້ອງນອນໂຮງໝໍຂະໜາດນັ້ນ.

ການຊື້ປະກັນໄພຜ່ານແອັບໂລກ້າສາມາດຊໍາລະຜ່ານລະບົບອອນລາຍ, ເລືອກແພັກເກັດໄດ້ຕາມຄວາມຕ້ອງການ ແລະ ຮັບການຄຸ້ມຄອງຈາກປະກັນໄພໃນທັນທີ.

ຊື້ປະກັນໄພໂລກ້າແມ່ນບໍ່ໄດ້ຮັບແຕ່ພຽງການຄຸ້ມຄອງເທົ່ານັ້ນ ເພາະທຸກໆ 1,000 ກີບ ຂອງລາຄາປະກັນທີ່ເຮົາຊື້ ແມ່ນເຮົາຈະໄດ້ 1 ຄະແນນຕໍ່ 1,000 ກີບ. ແລ້ວຄະແນນນັ້ນເອົາໄປເຮັດຫຍັງໄດ້ແນ່ລະ? ເຮົາສາມາດນຳຄະແນນນີ້ ໄປແລກຂອງລາງວັນຕ່າງໆຈາກໂລກ້າໄດ້ ແລະ ລວມທັງໃຊ້ແລກຮັບສ່ວນຫຼຸດອາຫານ ຫຼື ສິດທິພິເສດຕ່າງໆຈາກຮ້ານຄ້າທີ່ເຂົ້າຮ່ວມກັບໂລກ້າໄດ້.

 

ຊື້ປະກັນສຸຂະພາບກັບໂລກ້າມື້ນີ້ ຮັບທັນທີສ່ວນຫຼຸດ 15% ພຽງໃຊ້ລະຫັດ APA15 ໃນແອັບ.

 

ຕົວຢ່າງ: ວິທີການຊື້ປະກັນໄພໃນແອັບໂລກ້າງ່າຍໆພຽງ 4 ຂັ້ນຕອນເທົ່ານັ້ນ!

Related Posts

LOCA新功能来了!皮卡车服务(Pickup Truck Service)已上线!

LOCA很高兴地宣布,APP里的皮卡车现在为您服务! 过去的一段时间里,LOCA发现很多客户对皮卡车的需求不断增长,我们也希望LOCA能帮助物品较多的客户找到合适的车型,帮助客户搬运一些物品到达目的地,比如:去机场等等。 所以,LOCA向客户推荐我们的皮卡车服务,方便物品较多的客户。 LOCA皮卡车服务在老挝万象市内为您服务,虽然在夜间皮卡车服务有限数量,但是我们LOCA团队会努力增加更多的皮卡车,以满足客户需求为主,并为客户提供更便捷的服务。 请您放心使用LOCA皮卡车服务。如果您使用过LOCA皮卡车服务,也希望您给我们一些反馈和介绍给您身边人关于我们的服务。 当您有较多的东西或者需要搬运东西的时候,希望LOCA皮客车能为您服务。   了解更多,关注我们: 微信公众号: LOCA COMPANY LIMITED Facebook...

ວິທີການເຕີມເງິນຜ່ານ BCEL One ໃນແອັບໂລກ້າ

  ເຕີມເງິນເຂົ້າແອັບ LOCA ໂດຍຜ່ານ BCEL One ງ່າຍໆຕາມຂັ້ນຕອນລຸ່ມນີ້:   1. ກົດໄປທີ່ແຖບສາມຂີດນີ້ເພື່ອເລືອກເບິ່ງເມນູ   2. ກົດເຂົ້າທີ່ແຖບ...