ໂລກ້າ ຮ່ວມມືກັບ ທິວາຣາໂອໂຕ ຍົກລະດັບຄວາມໝັ້ນໃຈການນຳໃຊ້ລົດໄຟຟ້າຈາກສູນທິວາຣາໃຫ້ແກ່ລູກຄ້າ ແລະ ຮອງຮັບການໃຊ້ຕູ້ສາກຂອງໂລກ້າໄດ້ຟຣີທົ່ວປະເທດ!

ໃນວັນທີ 12 ພຶດສະພາ 2022 ທີ່ຜ່ານມາ, ບໍລິສັດ ໂລກ້າ ຈຳກັດ ແລະ ບໍລິສັດ ທິວາຣາ ໂອໂຕ ຈຳກັດ ໄດ້ລົງນາມເຊັນສັນຍາຮ່ວມມືລະຫວ່າງ 2 ບໍລິສັດທີ່ສູນທິວາຣາໂອໂຕ ເພື່ອເປັນໝັ້ນໝາຍໃນການຮ່ວມມືເລື່ອງການຊົມໃຊ້ລົດໄຟຟ້າໃນປະເທດລາວໃຫ້ຫຼາຍຂຶ້ນສຳລັບອະນາຄົດທີ່ກຳລັງຈະມາເຖິງນີ້.

ໃນປັດຈຸບັນ, ກະແສຄວາມນິຍົມຂອງການໃຊ້ລົດໄຟຟ້າໃນລາວແມ່ນກໍນັບມື້ນັບຫຼາຍຂຶ້ນ ທາງສູນທິວາຣາໂອໂຕເອງກໍໄດ້ມີການນຳເຂົ້າລົດໄຟຟ້າຫຼາຍຍີ່ຫໍ້ເຂົ້າມາຈຳໜ່າຍໃນປະເທດລາວ ເພື່ອເປັນທາງເລືອກທີ່ຫຼາກຫຼາຍໃຫ້ຄົນລາວທີ່ກຳລັງສົນໃຈທີ່ຈະປ່ຽນລົດຕົວເອງຈາກລົດນ້ຳມັນ ກາຍເປັນລົດໄຟຟ້າ. ໂດຍສະເພາະລົດໄຟຟ້າຍີ່ຫໍ້ຫຼ້າສຸດທີ່ທາງທິວາຣາກຳລັງຈະນຳເຂົ້າມາກໍແມ່ນລົດໄຟຟ້າ SERES ທີ່ມີເທັກໂນໂລຢີທີ່ທັນສະໄໝ, ຮູບຊົງສວຍງາມ ແລະ ລາຄາທີ່ຈັບຕ້ອງໄດ້ນັ້ນເອງ ເພື່ອຫວັງທີ່ຈະໂປຣໂໝດລົດຍີ່ຫໍ້ນີ້ໃນລາວ ໃຫ້ມີຄວາມນິຍົມເພີ່ມຂຶ້ນເລື້ອຍໆ.

ທາງດ້ານໂລກ້າເອງ, ທີ່ປັດຈຸບັນກໍກຳລັງກະກຽມແຜນການທີ່ຈະເປີດບໍລິການຕູ້ສາກລົດໄຟຟ້າຢ່າງເປັນທາງການໃນເດືອນ 6 ທີ່ຈະມາເຖິງນີ້ ກໍເພື່ອເປັນການສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໃຊ້ລົດໄຟຟ້າ, ສ້າງໂຄງລ່າງພື້ນຖານທີ່ແຂງແຮງໃຫ້ກັບການນຳໃຊ້ລົດໄຟຟ້າໃນບ້ານເຮົາໃຫ້ກວ້າງຂວາງຫຼາຍຂຶ້ນ ໃຫ້ຄົນທີ່ໃຊ້ລົດໄຟຟ້າສາມາດຂັບລົດແຕ່ເໜືອລົງໃຕ້ໄດ້ແບບສະບາຍໃຈ ໂດຍສາມາດແວ່ຈອດສາກລົດໄຟຟ້າກັບຕູ້ໂລກ້າຕະຫຼອດທາງ ພຽງ 20 – 40 ນາທີ ກໍພ້ອມທີ່ຈະເດີນທາງຕໍ່ແລ້ວ.

ການຮ່ວມມືຄັ້ງນີ້ລະຫວ່າງໂລກ້າ ແລະ ທິວາຣາແມ່ນເພື່ອເປັນການມອບສິດທິພິເສດໃຫ້ກັບລູກຄ້າທີ່ມາຊື້ລົດໄຟຟ້າກັບທິວາຣາໂອໂຕ ແມ່ນຈະໄດ້ຮັບສິດທິພິເສດໃນການສາກລົດທີ່ຕູ້ສາກຂອງໂລກ້າໄດ້ຟຣີທົ່ວປະເທດ! ນັ້ນກໍເພື່ອເປັນການຄືນກຳໄລໃຫ້ແກ່ລູກຄ້າ ລວມທັງສ້າງໂຄງລ່າງພື້ນຖານທີ່ແຂງແຮງໃຫ້ກັບວົງການລົດໄຟຟ້າບ້ານເຮົາໃຫ້ແຂງແຮງຂຶ້ນໃນອະນາຄົດອີກດ້ວຍ.

Related Posts

ກິນຟຣີ/ດື່ມຟຣີກັບຮ້ານດັງທົ່ວນະຄອນຫຼວງວຽງຈັນກັບ Loca Members

ໂລກ້າໃຫ້ເຈົ້າກິນຟຣີ/ດື່ມຟຣີ ແບບບໍ່ຕ້ອງເສຍເງິນ! ພຽງມີແອັບ LOCA ແລະ ຄະແນນ Loca Members 1.ກິນຟຣີ/ດື່ມຟຣີທີ່ຄາເຟ້ດັງ: Naked Espresso Garden, Longfe...

ຈັດໂປຣຮ່ວມກັບໂລກ້າ ດຶງລູກຄ້າເຂົ້າຮ້ານທ່ານ ແບບຟຣີໆ!

ໂຄສະນາຮ້ານກັບພວກເຮົາຟຣີ! ຂໍເຊີນບັນດາຮ້ານອາຫານ ແລະ ຄາເຟ່ ມາເຂົ້າຮ່ວມໂຄງການຈັດໂປຣກັບ ແອັບ LOCA ແລະ ຊ່ອງທາງອື່ນອີກຫຼາກຫຼາຍຂອງເຮົາ ເພື່ອດຶງລູກຄ້າເຂົ້າຮ້ານທ່ານໂດຍບໍ່ເສຍຄ່າທໍານຽມໂຄສະນາ. ໂຄງການຈັດໂປຣກັບ LOCA ແມ່ນຫຍັງ?...