ກິນ-ດື່ມ-ຟຣີ! ຮ້ານໃໝ່ປະຈຳເດືອນ 11 ກັບໂລກ້າເມັມເບີ

ຮູ້ແລ້ວບໍ່? ສາມາດແລກກິນຟຣີໄດ້ແລ້ວທີ່ຫຼວງພະບາງ
ກັບຮ້ານໃໝ່ປະຈຳເດືອນ 11 ກັບ Loca Members

 

Taste Of Ceylon Luangphrabang

ມາຫຼວງພະບາງແລ້ວ ກໍຕ້ອງມາຮ້ານອາຫານສິລັງກາແຄມແມ່ນ້ຳຂອງ ທີ່ບັນຍາກາດດີສຸດໆ ພ້ອມກັບອາຫານສຸດແຊບ ແລະ ຫຼາກຫຼາຍ ບໍ່ວ່າເປັນອາຫານຄາວ ຫຼື ເຄື່ອງດື່ມ ທີ່ບອກເລີຍວ່າຄັດສັນເມນູມາຢ່າງດີ ທີ່ເປັນສູດຈາກປະເທດສີລັງກາເລີຍ. ໃຜທີ່ຢາກລອງຊິມອາຫານສີລັງກາໃນຫຼວງພະບາງທີ່ລາຄາດີ ພ້ອມບັນຍາກາດແຄມນ້ຳຂອງແບບນີ້ ຮ້ານ Taste of Ceylon ຖືເປັນຕົວເລືອກທີ່ທ່ານຕ້ອງຫ້າມພາດ ເມື່ອມາຫຼວງພະບາງ.

ພິເສດ! ກິນຟຣີກັບທາງຮ້ານ Taste of Ceylon ໄດ້ງ່າຍໆ ພຽງແລກຄະແນນ Loca Members ເທິງແອັບໂລກ້າຂອງທ່ານ 200 ຄະແນນ ຮັບໄປເລີຍເມນູເຂົ້າຜັດ (ໄກ່ ຫຼື ງົວ) 1 ຈານ.

Facebook: https://www.facebook.com/TOCLPB
ສະຖານທີ່ຮ້ານ: https://goo.gl/maps/1fFPGvuz5iCZMjkq5

 

Sushi Box ສາຂາຫຼວງພະບາງ

ໃຜທີ່ຢາກກິນອາຫານຍີ່ປຸ່ນແຊບໆທີ່ເມືອງຫຼວງພະບາງ ພ້ອມກັບຊົມບັນຍາກາດແມ່ນ້ຳຄານ ຮ້ານ Sushi Box ສາຂາຫຼວງພະບາງ ຖືເປັນຄຳຕອບທີ່ດີທີ່ສຸດຢ່າງບໍ່ຕ້ອງສົງໄສ. ຮ້ານອາຫານຍີ່ປຸ່ນແຫ່ງນີ້ ມີທັງຊາຊິມິ, ຊູຊິ, ເມນູເຂົ້າ ກໍມີມາໃຫ້ຄົບ ໃຫ້ໄດ້ເລືອກກິນ ແຖມແນມອອກໄປນອກຮ້ານຍັງເຫັນແມ່ນ້ຳຄານ ບອກໄດ້ເລີຍວ່ານີ້ຄືຮ້ານອາຫານຍີ່ປຸ່ນທີ່ຕ້ອງໄດ້ລອງ ເມື່ອທ່ານມາຫຼວງພະບາງ.

ພິເສດ! ກິນຟຣີກັບທາງຮ້ານ Sushi Box ຫຼວງພະບາງ ໄດ້ເລີຍ ພຽງແລກຄະແນນ Loca Members ເທິງແອັບໂລກ້າຂອງທ່ານ 200 ຄະແນນ ຮັບໄປເລີຍເມນູ Best Seller 1 ເມນູ (California Roll, Crunchyroll, Sushi Salmon Fresh ຫຼື Sushi Salmon Brunch).

Facebook: https://www.facebook.com/sushiboxlpb/
ສະຖານທີ່: https://goo.gl/maps/LXnnY267bPAwbUn78

 

Taste Of Ceylon Vientiane

ອາຫານສີລັງກາ ຖືເປັນອາຫານທີ່ມີສະເໜ່ຫຼາຍ ບໍ່ວ່າເລື່ອງຂອງຣົດຊາດ, ເຄື່ອງປຸງຕ່າງໆ ແລະ ວິທີການເຮັດ, ໃຜທີ່ຢູ່ນະຄອນຫຼວງວຽງຈັນ ແລ້ວຢາກລອງ ບອກເລີຍວ່າຕ້ອງມາຮ້ານ Taste of Ceylon ເທົ່ານັ້ນ. ທາງຮ້ານຍັງຮັບຈັດງານລ້ຽງນຳ ບໍ່ວ່າຈະເປັນອາຫານຄາວ, ອາຫານຫວານ ຫຼື ເຄື່ອງດື່ມ ກໍຖືກວ່າເປັນສູດມາຈາກປະເທດສີລັງກາໂດຍກົງເລີຍ. ຢ່າລືມມາສຳຜັດສະເໜ່ອາຫານສີລັງກາແທ້ໆ ໄດ້ທີ່ຮ້ານ Taste of Ceylon ໄດ້ແລ້ວມື້ນີ້.

ພິເສດ! ກິນຟຣີກັບທາງຮ້ານ Taste of Ceylon ໄດ້ງ່າຍໆ ພຽງແລກຄະແນນ Loca Members ເທິງແອັບໂລກ້າຂອງທ່ານ 200 ຄະແນນ ຮັບໄປເລີຍເມນູເຂົ້າຜັດ (ໄກ່ ຫຼື ງົວ) 1 ຈານ.

Facebook: https://www.facebook.com/TasteOfCeylonVientiane
ສະຖານທີ່ຮ້ານ: https://goo.gl/maps/RXAc633JeNFYtEJt9

Related Posts

Loca Loyalty Program is finally here!

It’s no secret that Loca has been providing excellent services to all its...

LOCA 再次为您服务!

目前,根据老挝实施各地区不同等级的风险管控,将按各村疫情情况划分为红、黄、绿三区,而绿区在严格做好防疫措施的前提下,可外出至其他绿区。LOCA发现,我们的APP对大部分人的出行很重要,因此,LOCA再次开通服务。为了防止疫情,减低感染风险,请客户和司机注意以下事项:   请全程佩戴口罩 请用酒精消毒液消毒手部 LOCA车已安装防护膜 每辆车最多只允许2位乘客上车 司机必须在服务前测量体温 LOCA司机已接种疫苗   请您放心使用LOCA,我们永远把乘客和司机的安全放在第一位 LOCA APP 24小时约车服务...