7 ຮ້ານກາເຟທີ່ທ່ານບໍ່ຄວນພາດເມື່ອທ່ານໄປທ່ຽວຫຼວງພະບາງ

ສໍາລັບທ່ານໃດທີ່ໄດ້ໄປທ່ຽວຫຼວງພະບາງ ແລະ ມັກຮັກໃນກິ່ນອາຍຂອງກາເຟ, ທ່ານບໍ່ຄວນພາດ 7 ຮ້ານກາເຟຕໍ່ໄປນີ້:

 

1. ຮ້ານປະຊານິຍົມ

ຮ້ານປະຊານິຍົມເປັນຮ້ານກາເຟຄູ່ແທ້ຂອງຫຼວງພະບາງ, ບັນຍາກາດດີ ໃຜທີ່ມາຫຼວງພະບາງຫ້າມພາດເລີຍຕ້ອງໄດ້ໄປລອງແລ້ວ. ກາເຟກິ່ນຫອມຫວານລະມຸນກຳລັງດີ ໄປນັ່ງຈິບກາເຟສຸດຟິນກັບວິວແມ່ນ້ຳຂອງໃນຕອນເຊົ້າ, ໄປນັ່ງກິນເຂົ້າປຽກເຂົ້າໃສ່ໃຂ່ລວກຕອນເຊົ້າແບບຫອມໆແຕະດັງພ້ອມກັບຊົມວິວຄວາມເປັນທຳມະຊາດຂອງຫຼວງພະບາງ ນັ່ງເບິ່ງຕາເວັນກຳລັງຂຶ້ນໃນບັນຍາກາດຕອນເຊົ້າ ເວົ້າແລ້ວຄິດຮອດຫຼວງພະບາງທັນທີ!

ເຈົ້າຂອງຮ້ານກໍໃຈດີ ຖ້າໄດ້ໄປຮ້ານນີ້ຮັບຮອງບໍ່ຜິດຫວັງແນ່ນອນ!

 

2. ZURICH BREAD FACTORY & CAFE

ຫິວໆກັນແລ້ວ ຕ້ອງມາແວ່ທີ່ຮ້ານ ZURICH BREAD FACTORY & CAFE ຖ້າຫາກເວົ້າເຖິງເລື່ອງຂອງເຂົ້າຈີ່, ຂອງຫວານ ແລະ ອາຫານແຊບ ແນະນຳຮ້ານນີ້ເລີຍ ໄປນັ່ງຕອນເຊົ້າກໍດີ ຕອນແລງກໍໄດ້ອີກບັນຍາກາດໜຶ່ງ. ນັ່ງຈິບກາເຟພ້ອມກັບເຂົ້າຈີ່ຫອມໆ, ພະນັກງານໃຈດີເວົ້າມ່ວນ, ພ້ອມຈະໃຫ້ບໍລິການ. ເມື່ອທ່ານເຂົ້າໄປໃນຮ້ານຈະໄດ້ກິ່ນຫອມໆຂອງກາເຟ ປະສົມກັບກິ່ນຫອມຂອງເນີຍທີ່ອົບໃນເຂົ້າໜົມປັງ ວ່າມາແລ້ວຫິວເຂົ້າເລີຍ ຫຼື ຈະໄປຖ່າຍຮູບແນວຊິວໆ ຫວານໆ ແນວສະຕາຍວິນເທດ ກັບໝູ່ ຫຼື ກັບແຟນກະໄດ້ອີກອັດທະລົດໜຶ່ງ.

 

3. SAFFRON

ຮ້ານສະຕາຍໄມ້ເໝາະກັບກາເຟທີ່ຫອມອ່ອນໆຈາກຮ້ານ SAFFRON ບໍ່ວ່າກາເຟສະຕາຍແນວໃດທາງຮ້ານເພິ່ນກໍມີໃຫ້ເລືອກຫຼາກຫຼາຍເມນູ ນັ່ງຈິບກາເຟລົມກັບໝູ່ແບບຊິວໆ, ນັ່ງແຄມທາງເບິ່ງວິຖີຊີວິດການເປັນຢູ່ຂອງຄົນຫຼວງພະບາງ ສູດບັນຍາກາດທີ່ສົດຊື່ນໃນຍາມເຊົ້າ, ໄປຖ່າຍຮູບຕອນເຊົ້າກໍດີ. ຕອນແລງກະໄດ້ອີກຟິວໜຶ່ງ ແຕ່ງໂຕສະຕາຍແນວຊິກໆ ຖ່າຍມຸມໃດກະງາມ ແລະ ຢ່າລືມມາອວດຮູບກັບພວກເຮົາແດ່ເດີ້ເວລາທີ່ໄປມາແລ້ວ!

 

4. ຮ້ານ Formula B ແລະ ຮ້ານ ມາດາມ ບຸບຜາ

Formula B ຈະເປັນຮ້ານຄາເຟ່ຊິວໆ ນັ່ງຫຼິ້ນຊົມວິວ ນັ່ງພັກຜ່ອນຊົມເມືອງ ສະຕາຍວິນເທສ ໃນຮ້ານກໍຈະມີກ້ອງຟີມ ມີແຜ່ນຊີດີເກົ່າໆ ເຂົ້າໄປນັ່ງແລ້ວຈະໄດ້ກິ່ນອາຍຂອງຄວາມວິນເທດ ແລະ ຄວາມຄລາສສິກໄປພ້ອມໆກັນ ເໝາະກັບຄົນທີ່ມັກສະຫງົບ ແລ້ວໄປລິ້ມລົດຊາດຂອງກາເຟບວກກັບບັນຍາກາດຂອງຮ້ານ ເວົ້າມາແລ້ວຢາກໄປອີກເລີຍ ໃຜສາຍນີ້ຫ້າມພາດຮ້ານນີ້ເດັດຂາດ.

ໃຜທີ່ສົນໃຈສີມືງານຫັດຖະກໍາ ຕ້ອງຮ້ານມານດາບຸບຜາເລີຍ! ຮ້ານນີ້ຂາຍເຄື່ອງຫັດຖະກຳລາວທີ່ເຮັດດ້ວຍມື, ຜ້າຝ້າຍລາວທີ່ທໍດ້ວຍຄວາມລະອຽດອ່ອນຂອງຄົນລາວເອງ ທຸກຢ່າງໃນຮ້ານຄືມີຄວາມອົບອຸ່ນ ສະຕາຍຄົນມັກເຄື່ອງຫັດຖະກຳ ສາຍນີ້ຈະຮູ້ດີວ່າເວລາທີ່ເຫັນເຄື່ອງແບບນີ້ ເຮົາຈະປະທັບໃຈ ແລະ ດີໃຈທີ່ໄດ້ເຫັນຜະລິດຕະພັນທີ່ເປັນຝີມືຂອງຄົນລາວ ແລະ ອີກຢ່າງໜຶ່ງກະຄື ຢາກຈະສອຍໄປໄວ້ຈັກອັນ ຫະຫະ.

 

6. Le Banneton Café French Bakery

ຮ້ານ Le Banneton Café French Bakery ຕົ້ນຕຳລັບການເຮັດກາເຟ ແລະ ເຂົ້າຈີ່ຈາກປະເທດຝຣັ່ງປະສົມປະສານຄວາມເປັນລາວໂດຍການຕົບແຕ່ງຮ້ານແບບປະຕູໄມ້ແນວຄລາສສິກ ເຮັດໃຫ້ມີຄວາມໜ້າຄົ້ນຫາ ແລະ ຕ້ອງຢາກເຂົ້າໄປລິ້ມລອງລົດຊາດຂອງກາເຟ ສ່ວນເຂົ້າຈີ່ຂອງເພິ່ນກໍຫອມແຊບ ວ່າໄປກໍຫິວອີກແລ້ວ!

 

7. ຮ້ານ Joma

ສາຍຮ້ານຄາເຟຕ້ອງລອງ ຖືກໃຈແນ່ນອນທັງຂອງຫວານແລະເຄື່ອງດື່ມ, ມີເມນູໃຫ້ເລືອກຫລາກຫຼາຍແບບຟິນໆ. ນອກຈາກຈະມີໃນນະຄອນຫຼວງວຽງຈັນແລ້ວຢູ່ຫຼວງພະບາງເຮົາກໍມີເຊັ່ນດຽວກັນ ທຸກຄົນອາດຈະຄຸ້ນເຄີຍໃນການຊິມລົດຊາດກາເຟ ແລະ ຂອງຫວານຈາກຮ້ານເພິ່ນແລ້ວ ແຕ່ຢູ່ຫຼວງພະບາງຈະມີຄວາມທີ່ເປັນເອກະລັກຂອງລາວ ແລະ ໄດ້ສຳຜັດວິຖີຊີວິດອັນງົດງາມຂອງຫຼວງພະບາງ ມັນເປັນຢ່າງໜຶ່ງທີ່ບໍ່ສາມາດລືມໄດ້ ທຸກຄົນຕ້ອງລອງແລ້ວ!

 

8. ຮ້ານ DADA CAFÉ

ຮ້ານ DADA CAFÉ ເປັນອີກຮ້ານທີ່ມີຄວາມໂດດເດັ່ນໃນໂຕ ມີຄວາມທັນສະໄໝຂຶ້ນມາອີກລະດັບກັບສີຂອງຮ້ານປະສົມປະສານກັບການຕົກແຕ່ງຂອງຮ້ານໃຫ້ມີຄວາມວິນເທດປະສົມຄວາມຄລາສສິກ ແລະ ມີຄວາມເປັນເອກະລັກຂອງຄວາມເປັນລາວໃນໂຕ ໃຜທີ່ເປັນສາຍນີ້ຫ້າມພາດເດັດຂາດ ເພາະນອກຈາກທາງຮ້ານເພິ່ນຈະມີກາເຟ ແລະ ຂອງຫວານພ້ອມບໍລິການໃຫ້ທ່ານແລ້ວ ທ່ານຍັງສາມາດໄປນັ່ງຊິວໆ ສະບາຍ ສະບາຍ ຕາກອາກາດໃນຍາມເຊົ້າ ແບບສົດຊື່ນ ຖ່າຍຮູບແນວຊິກໆສະຕາຍວິນເທດອີກນຳ ວ່າມາແລ້ວຄິດຮອດຫຼວງພະບາງເລີຍ!

 

ສຳລັບໃຜທີ່ຢາກທົວຫຼວງພະບາງແບບຈຸໃຈແບບນີ້ ແຕ່ບໍ່ຮູ້ຈະໃຊ້ບໍລິການໃດດີ ພວກເຮົາຂໍແນະນຳ ໂລກ້າໂກຣ ບໍລິການລົດຕູ້ພ້ອມຄົນຂັບ ຄົນຂັບສຸພາບ ລົດສະອາດ ໄປໄດ້ເຖິງ 12 ຄົນ/ຄັນ ຫານກັນແບບສະບາຍສະບາຍ! ຢາກໄປທ່ຽວບ່ອນໃດຂອງຫຼວງພະບາງກໍໄປໄດ້ພຽງແຕ່ບອກຄົນຂັບວ່າຢາກໄປໃສ ຕັ້ງແຕ່ 8ໂມງເຊົ້າ ຮອດ 9ໂມງແລງ. ບໍລິການເຊົ່າລົດຕູ້ດີໆແບບນີ້ພາດໄດ້ແນວໃດ!

ໂທສອບຖາມຂໍ້ມູນເພີ່ມເຕີມເລີຍທີ່: 020 98111129.

ຕິດຕາມລາຄາໄດ້ທີ່ແອັບ Loca GRO ດາວໂຫຼດໄດ້ທັງ IOS ແລະ  Android.

Facebook page ກໍມີເຊັ່ນດຽວກັນພຽງແຕ່ຄົ້ນຫາຄຳວ່າ Locagro  ແລະ ກົດຕິດຕາມ ພຽງເທົ່ານີ້ທ່ານກໍບໍ່ພາດຂ່າວສານດີໆຈາກທາງ Page ແລ້ວ.

 

ໃນຕອນຕໍ່ໄປເຮົາຈະມາແນະນຳສະຖານທີ່ໃດ ຢ່າລືມຕິດຕາມກັນເດີ້!

Related Posts