ໂລກ້າພາໄປ ຮ້ານຄ້າເຂົ້າໃໝ່ໃນ Loca Rewards ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane

ໂລກ້າມີຮ້ານມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກກັນອີກແລ້ວເດີ ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane ທີ່ໄດ້ເຂົ້າມາຮ່ວມເປັນສ່ວນໜຶື່ງໃນການໃຫ້ບໍລິການແກ່ລູກຄ້າໂລກ້າ ໃຜທີ່ຍັງບໍ່ໄດ້ໄປແມ່ນຕ້ອງໄດ້ປັກໝຸດໄວ້ເຊັກອິນ! ທັງສອງຮ້ານແມ່ນມີເອກະລັກສະເພາະໂຕ ເປັນຄວາມແຕກຕ່າງທີ່ລົງໂຕດ້ວຍສະເໜ່ຂອງອາຫານ ເຄື່ອງດື່ມ ແລະ ບັນຍາກາດຂອງຮ້ານ ຖືວ່າເປັນຮ້ານທີ່ຕ້ອງເກັບໄວ້ໃນລິຊກັນເລີຍທີ່ດຽວ ຮ້ານທຳອິດທີ່ໂລກ້າແນະນຳກໍ່ຄືຮ້ານ Vang Café & Restaurant Vang Café & Restaurant ເປັນຮ້ານອາຫານສໄຕສ໌ຈີນ ແລະ ມີຫຼາກຫຼາຍເມນູ ບໍ່ຈຳເປັນໄປໃສໄກ ຮ້ານແມ່ນຢູ່ວັງຊາຍນີ້ເອງ ການຕົກແຕ່ງຮ້ານບໍ່ເວົ້າເຖີງແມ່ນບໍ່ໄດ້ ເພາະມີເອກະລັກບໍ່ຄືໃຜແນ່ນອນ ອາຫານນີ້ບອກໄດ້ເລີຍວ່າແຊບບບ ສ່ວນເຄື່ອງດື່ມ ຍັງມີໂຊນຄາເຟ່ສຳລັບຄົນດື່ມກາແຟ ໃຜທີ່ເປັນສາຍດື່ມທາງຮ້ານຍັງມີ ຊັ້ນສອງທີ່ເປັນບາຣ໌ ໄດ້ໃຫ້ລູກຄ້ານັ່ງຊິວອີກດ້ວຍ…


1 Million Kilometers of Green Mobility: Leading the Charge for Sustainable Transportation

Since our establishment as a Laos-born startup back in 2018, we have been on an extraordinary journey, reshaping the way people perceive transportation. As the premier electric vehicle (EV) taxi service in Laos, we proudly mark a significant milestone, with…


ລົດໄຟຟ້າສາມາດສາກໃນຕອນຝົນຕົກໄດ້ຫຼືບໍ່?

ຫຼາຍໆຄົນອາດຈະສົງໄສ ແລະ ມີຄຳຖາມວ່າການສາກລົດໄຟຟ້າເພື່ອເຕີມແບັດເຕີລີ່ຕອນຝົນຕົກຈະເປັນອັນຕະລາຍ ຫຼື ບໍ່? ໂລກ້າມີຄຳຕອບ! ສຳລັບຕູ້ສາກທີ່ໄດ້ຜ່ານມາດຖະການກັນນ້ຳແລະຝຸ່ນໃນລະດັບ IP54 ຂຶ້ນໄປສາມາດສາກໄດ້ ແລະ ປອດໄພ ເຊິ່ງຕູ້ສາກຂອງໂລກ້ານັ້ນ ມີມາດຕະຖານກັນນ້ຳ ແລະ ຝຸ່ນໃນລະດັບ IP54. ນອກຈາກນັ້ນຕູ້ສາກຂອງໂລກ້າ ຍັງມີລະບົບປ້ອງກັນຕ່າງໆທີ່ໄດ້ມາດຕະຖານເຊັ່ນວ່າ: -ລະບົບສາຍດິນ -ລະບົບຕັດໄຟສຸກເສີນ -ລະບົບປ້ອງກັນໄຟຟ້າລັດວົງຈອນ ສໍາລັບລົດໄຟຟ້າເອງສ່ວນໃຫຍ່ແມ່ນມີມາດຕະຖານກັນນ້ຳ ແລະ ຝຸ່ນທີ່ສູງກວ່າ IP54 ເຊິ່ງບາງລຸ້ນອາດຈະສູງເຖິງ IP68 ທີ່ສາມາດຂັບລຸຍນໍ້າໄດ້ໃນລະດັບໜື່ງ ສາມາດລ້າງລົດດ້ວຍການອັດສີດຜ່ານເຄື່ອງສີດແຮງດັນສູງໄດ້ ໂດຍທີ່ລົດຈະບໍ່ໄດ້ຮັບຜົນກະທົບ. ສະນັ້ນຈື່ງບໍ່ຕ້ອງກັງວົນເພາະລົດໄຟຟ້າໂດຍສ່ວນໃຫຍ່ແມ່ນມີມາດຕະຖານຄວາມປອດໄພສຳລັບຜູ້ໃຊ້ງານສະເໝີ. ໝາຍເຫດ: ສໍາລັບຕູ້ສາກທີ່ທ່ານໃຊ້ປະຈໍາຢູ່ທີ່ບ້ານເຮືອນຂອງທ່ານເອງ ກະລຸນາກວດເຊັກສະເປັກໃຫ້ດີ ເນື່ອງຈາກບາງລຸ້ນອາດຈະບໍ່ໄດ້ຖືກອອກແບບໃຫ້ປ້ອງກັນຝົນໄດ້. ດາວໂຫຼດແອັບພິເຄຊັ່ນເພື່ອໃຊ້ງານ:iOS: https://link.loca.la/LOCA-EV_appstore Android: https://link.loca.la/LOCA-EV_playstore Website:…


ໂລກ້າພາໄປ ຮ້ານຄ້າເຂົ້າໃໝ່ ໃນ Loca Rewards

ຮ້ານແວ່ນຕາໃຕ້ຟ້າ Taifa Optical Center-ແວ່ນຕາໃຕ້ຟ້າ ທີ່ບໍ່ມີໃຜບໍ່ຮູ້ຈັກ ເພາະເພິ່ນໂດ່ງດັງເລື່ອງແວ່ນສາຍຕາມາຫຼາຍກວ່າ 25 ປີແລ້ວ ຊື່ສຽງຮຽງນາມກໍບໍ່ທຳມະດາເພາະຄົນຫຼາກຫຼາຍລຸ້ນຕັ້ງແຕ່ລຸ້ນປູ່ຍ່າຈົນຮອດລຸ້ນຫຼານກໍ່ເປັນລູກຄ້າເພີ່ນທັງນັ້ນ ມີເຄື່ອງວັດແທກສາຍຕາທີ່ທັນສະໄໝ ມີເລນສາຍຕາໃຫ້ເລືອກຫຼາກຫຼາຍ ມີແວ່ນກັນແດດແບລນໃຫຍ່ທີ່ຂື້ນຊື່ ມີຄອນແທັກເລນສາຍຕາສຳລັບຄົນສາຍຕາສັ້ນ ວັດສາຍຕາໄດ້ທີ່ຮ້ານໃຕ້ຟ້າການແວ່ນ ທຸກຄັ້ງທີ່ໃຊ້ບໍລິການໂລກ້າແທັກຊີ ທ່ານສາມາດສະສົມຄະແນນແລກສິດທິພິເສດ ກິນ-ດື່ມ ຟຣີ! ໄດ້ທີ່ແອັບໂລກ້າ. ດາວໂຫຼດເພື່ອໃຊ້ງານໂລກ້າແທັກຊີເລີຍທີ່: https://www.loca.la/download TAIFA OPTICAL CENTER (ສາຂານະຄອນຫຼວງວຽງຈັນ) ຮ້ານແວ່ນຕາໃຕ້ຟ້າ ເປັນຮ້ານແວ່ນຕາຮ້ານທຳອິດທີ່ຕັ້ງຢູ່ລາວ ແລະ ເປັນສາຂາສູນໃຫຍ່ທີ່ມີແບລນແວ່ນຕາຫຼາຍທີ່ສຸດກໍ່ວ່າໄດ້ ພ້ອມອຳນວຍຄວາມສະດວກໃຫ້ລູກຄ້າສຸດໆ  : ເປີດ Mon-Sun 8:00 AM – 8:00 PM  : TAIFA…


LOCA ຮ່ວມຮັບລາງວັນທຸລະກິດດີເດັ່ນອາຊຽນປີ 2023 – ໝວດບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ

ພວກເຮົາມີຄວາມຕື່ນເຕັ້ນຫຼາຍ ທີ່ຈະປະກາດບາດກ້າວຄວາມສໍາເລັດທີ່ສໍາຄັນສໍາລັບ LOCA ຢູ່ທີ່ງານ ASEAN Business Award 2023 ທີ່ຈັດຂຶ້ນໃນນະຄອນຫຼວງຈາກາຕາໃນວັນທີ 4 ກັນຍາທີ່ຜ່ານມາ. ພວກເຮົາສາມາດຊະນະລາງວັນທຸລະກິດດີເດັ່ນອາຊຽນປີ 2023 ໃນໝວດ “ບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ” ເຊິ່ງນີ້ບໍ່ແມ່ນພຽງແຕ່ເປັນການສະແດງເຖິງການເຮັດວຽກໜັກຂອງພວກເຮົາ ແຕ່ມັນຍັງເປັນການສະທ້ອນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ທີ່ສ້າງບົດບາດໃໝ່ໃຫ້ກັບການເດີນທາງ ແລະ ປະສົບການການຈ່າຍເງິນໃຫ້ນັກທ່ອງທ່ຽວ.   ສໍາລັບ LOCA, ການເດີນທາງຂອງພວກເຮົາບໍ່ແມ່ນແຕ່ເພື່ອໄດ້ຮັບການຍ້ອງຍໍຊົມເຊີຍ ແຕ່ມັນຄືການສ້າງຄວາມຝັນນັ້ນໃຫ້ເປັນຈິງ. ພວກເຮົາມີຄວາມພາກພູມໃຈຢ່າງຍິ່ງໃນການເປັນ Startup ໂດຍຄົນລາວ ທີ່ໄດ້ຂຽນລົງປະຫວັດສາດໜ້າໃໝ່ໃຫ້ກັບວົງການການເດີນທາງ ແລະ ການຈ່າຍເງິນໃນລາວ. ໄຊຊະນະຂອງພວກເຮົາໃນງານອັນມີກຽດຄັ້ງນີ້ ແມ່ນໄດ້ເປັນເຄື່ອງໝາຍໃຫມ່ຕໍ່ການສ້າງນະວັດຕະກໍາທີ່ຍິ່ງໃຫຍ່ ທີ່ໄດ້ເກີດຂຶ້ນຢູ່ໃນປະເທດລາວ ແລະ ນີ້ຄືການຫັນປ່ຽນທີ່ສຳຄັນທີ່ທາງ LOCA ໄດ້ໃຫ້ສັນຍາໄວ້ກັບສັງຄົມ. ແຕ່ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງພວກເຮົາບໍ່ໄດ້ສິ້ນສຸດພຽງແຕ່ລາງວັນເທົ່ານັ້ນ…


LOCA Celebrates ASEAN Business Award 2023 – The Best Customer Experience

We are thrilled to announce a momentous achievement for LOCA at the ASEAN Business Award 2023. Held in Jakarta on September 4th, LOCA’s outstanding victory in the category of “The Best Customer Experience” is not just a recognition of our…


Loca ພາໄປ ຮ້ານຄ້າເຂົ້າໃໝ່ໃນ Loca Rewards ນະຄອນຫຼວງວຽງຈັນ

ຮ້ານຄ້າເຂົ້າໃໝ່ໃນ Loca Rewards ນະຄອນຫຼວງວຽງຈັນ ທີ່ຮ້ານ GERMAN BREWERY HOUSE ເຮືອນເບຍເຢຍລະມັນ ທຸກຄັ້ງທີ່ໃຊ້ບໍລິການໂລກ້າແທັກຊີ ທ່ານສາມາດສະສົມຄະແນນແລກສິດທິພິເສດ ກິນ-ດື່ມ ຟຣີ! ໄດ້ທີ່ແອັບໂລກ້າ. ດາວໂຫຼດເພື່ອໃຊ້ງານໂລກ້າແທັກຊີເລີຍທີ່: https://www.loca.la/download   GERMAN BREWERY HOUSE ເຮືອນເບຍເຢຍລະມັນ ຮ້ານແມ່ນໃຫ້ບັນຍາກາດແບບຫຼຸດເຂົ້າໄປໃນເວທີການສະແດງໂຊຂອງສິນລະປິນ ທີ່ມີແສງສີສຽງຈັດເຕັມກັນທຸກຄັ້ງທີ່ມີນັກຮ້ອງຂື້ນເວທີສ້າງຄວາມໜ້າຕື່ນເຕັ້ນໃຫ້ແກ່ລູກຄ້າ ພ້ອມດ້ວຍສະຖານທີ່ກວ້າງຂວາງເຮັດໃຫ້ນັ່ງສັງສັນກັບໝູ່ເພື່ອນໄດ້ສະບາຍບໍ່ອຶດອັດ ຮ້ານເພິ່ນຍັງມີເບຍສົດໃໝ່ຜະລິດເອງ ສູດຈາກປະເທດເຢຍລະມັນ ແລະ  ດົນຕຣີມ່ວນໆກັບອາຫານແຊບໆກວ່າ 100 ເມນູ GERMAN BREWERY HOUSE ເຮືອນເບຍເຢຍລະມັນ : ເປີດ ວັນຈັນ-ວັນອາທິດ 10:00AM – 12:00AM…


Loca EV charger station ທີ່ Friendship Supermart ພ້ອມໃຫ້ບໍລິການແລ້ວ!

  ຕູ້ສາກເພີ່ມໃໝ່ໃນນະຄອນຫຼວງວຽງຈັນ ແມ່ນເປັນຕູ້ປະເພດ DC ຫຼື ຕູ້ສາກແບບໄວ ສາມາດສາກໄດ້ທັງ GB/T ແລະ CCS Type 2 ທີ່ໃຫ້ກໍາລັງໄຟສູງສຸດເຖິງ 120 ກິໂລວັດ.   ຕູ້ສາກແມ່ນຕັ້ງຢູ່ທີ່ Friendship Supermart Vientiane ທີ່ ບ້ານໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ   ໂດຍໃນຂະນະທີທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການທີ່ Friendship Supermart ໄດ້ ເພາະມີຮ້ານຄ້າຫຼາກຫຼາຍທີ່ອຳນວຍຄວາມສະດວກແກ່ລູກຄ້າ Daily queen ice cream ເໝາະກັບການພາລູກຫຼານໄປນັ່ງຫຼີ້ນ, Supermarket ທີ່ມີສິນຄ້າທຸກແບບໃຫ້ລູກຄ້າເລາະຊື້ ນອກຈາກນີ້ ກໍຈະມີຮ້ານກາແຟ…


LOCA EV charger station Map ບໍລິການສາກໄຟຟ້າໃນລາວທີ່ຄອບຄຸມທົ່ວປະເທດ

ຜູ້ໃຊ້ລົດໄຟຟ້າບໍ່ຕ້ອງກັງວົນເລື່ອງການເດີນທາງກັນແລ້ວ ເພາະບໍລິການສາກລົດໄຟຟ້າໂລກ້າ ມີເຖິງ 14 ຈຸດສາກ ແຕ່ເໜືອ-ໃຕ້, ສາມາດສາກກັບລົດໄຟຟ້າທີ່ມີຫົວສາກເຊື່ອມຕໍ່ CCS Type 2 ແລະ ເອເຊຍ GB/T ທີ່ໃຫ້ກໍາລັງໄຟສູງສຸດເຖິງ 120 kW. ພຽງແຕ່ໃຊ້ແອັບ Loca EV ໃນການສາກ ກໍເຮັດໃຫ້ຜູ້ໃຊ້ງານສະດວກສະບາຍທີ່ສຸດ ເພາະແອັບສາກລົດໄຟຟ້າໄດ້ມີຄວາມສາມດຕ່າງໆດັ່ງລຸ່ມນີ້:  ເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ  ເບີ່ງສະຖານະຕູ້ສາກແບບ Online  ກວດປະຫວັດການສາກຄືນໄດ້  ສະແດງຜົນການສາກແບບ Real Time ຜ່ານມືຖື ວິທີການໃຊ້ງານແອັບ Loca EV ງ່າຍໆ ສາມາດເບີ່ງໄດ້ທີ່ລີ້ງນີ້ເລີຍ: https://youtu.be/1v6_XUd_H5E ໂລກ້າ ໄດ້ລວມຕູ້ສາກທັງໝົດ 14 ຈຸດສາກທົ່ວປະເທດ:…


Loca EV charger statio ທີ່ The Kao ພ້ອມໃຫ້ບໍລິການສາກລົດໄຟຟ້າພ້ອມກັນເຖິງ 4 ຄັນ!

  ໂລກ້າ ໄດ້ເພີ່ມຕູ້ສາກລົດໄຟຟ້າແບບໄວ ທີ່ The kao ລວມເປັນ 2 ຕູ້  ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນແລ້ວ ແລະ  ໃຫ້ກຳລັງໄຟສູງສຸດຕູ້ລະ 120 ກິໂລວັດ, ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ແລະ ເອເຊຍ GB/T. ໃນລະຫວ່າງທີ່ລໍຖ້າສາກລົດ ສາມາດໃຊ້ບໍລິການຕ່າງໆໃນບໍລິເວນຕູ້ສາກໂລກ້າໄດ້ ເພາະຈຸດສາກທີ່ The Kao ແມ່ນມີຮ້ານຄ້າຫຼາກຫຼາຍຄ່ອຍລໍຖ້າໃຫ້ບໍລິການທ່ານ   ທີ່ຈຸດສາກລົດໄຟຟ້າແຫ່ງນີ້ ແມ່ນມີຮ້ານຄ້າຫຼາຍປະເພດເລີຍເຊັ່ນ: ອາຫານ The Kao, ຮ້ານ The Kafe, ຮ້ານຊີ້ນດາດກະທະທອງ,…