First time in Laos! Customize your health insurance and pay with a credit card through the LOCA app. Living here in Laos, where there are so peaceful and nice people. However, sometimes you can’t deny sickness or accidents that might…
ໃນວັນທີ 12 ພຶດສະພາ 2022 ທີ່ຜ່ານມາ, ບໍລິສັດ ໂລກ້າ ຈຳກັດ ແລະ ບໍລິສັດ ທິວາຣາ ໂອໂຕ ຈຳກັດ ໄດ້ລົງນາມເຊັນສັນຍາຮ່ວມມືລະຫວ່າງ 2 ບໍລິສັດທີ່ສູນທິວາຣາໂອໂຕ ເພື່ອເປັນໝັ້ນໝາຍໃນການຮ່ວມມືເລື່ອງການຊົມໃຊ້ລົດໄຟຟ້າໃນປະເທດລາວໃຫ້ຫຼາຍຂຶ້ນສຳລັບອະນາຄົດທີ່ກຳລັງຈະມາເຖິງນີ້. ໃນປັດຈຸບັນ, ກະແສຄວາມນິຍົມຂອງການໃຊ້ລົດໄຟຟ້າໃນລາວແມ່ນກໍນັບມື້ນັບຫຼາຍຂຶ້ນ ທາງສູນທິວາຣາໂອໂຕເອງກໍໄດ້ມີການນຳເຂົ້າລົດໄຟຟ້າຫຼາຍຍີ່ຫໍ້ເຂົ້າມາຈຳໜ່າຍໃນປະເທດລາວ ເພື່ອເປັນທາງເລືອກທີ່ຫຼາກຫຼາຍໃຫ້ຄົນລາວທີ່ກຳລັງສົນໃຈທີ່ຈະປ່ຽນລົດຕົວເອງຈາກລົດນ້ຳມັນ ກາຍເປັນລົດໄຟຟ້າ. ໂດຍສະເພາະລົດໄຟຟ້າຍີ່ຫໍ້ຫຼ້າສຸດທີ່ທາງທິວາຣາກຳລັງຈະນຳເຂົ້າມາກໍແມ່ນລົດໄຟຟ້າ SERES ທີ່ມີເທັກໂນໂລຢີທີ່ທັນສະໄໝ, ຮູບຊົງສວຍງາມ ແລະ ລາຄາທີ່ຈັບຕ້ອງໄດ້ນັ້ນເອງ ເພື່ອຫວັງທີ່ຈະໂປຣໂໝດລົດຍີ່ຫໍ້ນີ້ໃນລາວ ໃຫ້ມີຄວາມນິຍົມເພີ່ມຂຶ້ນເລື້ອຍໆ. ທາງດ້ານໂລກ້າເອງ, ທີ່ປັດຈຸບັນກໍກຳລັງກະກຽມແຜນການທີ່ຈະເປີດບໍລິການຕູ້ສາກລົດໄຟຟ້າຢ່າງເປັນທາງການໃນເດືອນ 6 ທີ່ຈະມາເຖິງນີ້ ກໍເພື່ອເປັນການສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໃຊ້ລົດໄຟຟ້າ, ສ້າງໂຄງລ່າງພື້ນຖານທີ່ແຂງແຮງໃຫ້ກັບການນຳໃຊ້ລົດໄຟຟ້າໃນບ້ານເຮົາໃຫ້ກວ້າງຂວາງຫຼາຍຂຶ້ນ ໃຫ້ຄົນທີ່ໃຊ້ລົດໄຟຟ້າສາມາດຂັບລົດແຕ່ເໜືອລົງໃຕ້ໄດ້ແບບສະບາຍໃຈ ໂດຍສາມາດແວ່ຈອດສາກລົດໄຟຟ້າກັບຕູ້ໂລກ້າຕະຫຼອດທາງ ພຽງ 20…
ກະແສການນຳໃຊ້ລົດໄຟຟ້າໃນປະເທດລາວແມ່ນນັບມື້ນັບສູງຂຶ້ນເນື່ອງມາຈາກປັດໄຈຫຼາຍໆຢ່າງທີ່ເກີດຂຶ້ນ ເຊິ່ງບໍລິສັດໂລກ້າພວກເຮົາກໍເຫັນເຖິງທ່າແຮງໂຕນີ້ເຊັ່ນກັນ ຈຶ່ງໄດ້ເລີ່ມທີ່ຈະມີນະໂຍບາຍໃນການເລີ່ມຫັນປ່ຽນບໍລິການແທັກຊີຂອງຕົນ ຈາກທີ່ແຕ່ເດີມນັ້ນ ລ້ວນແຕ່ເປັນລົດທີ່ໃຊ້ພະລັງງານນ້ຳມັນ ໃຫ້ກາຍມາເປັນລົດໄຟຟ້າທີ່ໃຫ້ບໍລິການແທັກຊີໂລກ້າທຸກໆຄັນ ໂດຍຕັ້ງເປົ້າໝາຍທີ່ຈະບັນລຸຄວາມສຳເລັດນີ້ໃຫ້ໄດ້ພາຍໃນປີ 2030. ການນຳໃຊ້ລົດໄຟຟ້ານັ້ນ, ນອກຈາກຈະຊ່ວຍປະຢັດຕົ້ນທຶນໃຫ້ແກ່ຄົນຂັບໂລກ້າ ເພາະລາຄາສາກໄຟລົດທີ່ຖືກກວ່າຄ່າເຕີມນ້ຳມັນແລ້ວ ການນຳໃຊ້ລົດໄຟຟ້າຍັງສາມາດຫຼຸດຜ່ອນການເຜົາໄໝ້ນ້ຳມັນ ແລະ ຫຼຸດຜ່ອນການປ່ອຍ CO2 ທີ່ອອກມາຈາກຕົວລົດໄດ້ອີກດ້ວຍ. ໂດຍໃນປັດຈຸບັນ, ໂລກ້າແມ່ນມີລົດໄຟຟ້າໃຫ້ບໍລິການແທັກຊີແລ້ວ 5 ຄັນ ຈາກແທັກຊີທັງໝົດຂອງໂລກ້າ 600 ຄັນ, ຮັບ-ສົ່ງຜູ້ໂດຍສານແລ້ວເປັນໄລຍະທາງທັງໝົດຫຼາຍກວ່າ 18,912 ກິໂລແມັດ ແລະ ສາມາດຫຼຸດຜ່ອນການປ່ອຍ CO2 ໄດ້ເຖິງ 4,352 ກິໂລກຣາມ. ພວກເຮົາໄດ້ເລີ່ມທີ່ຈະຊຸກຍູ້ຄົນຂັບແທັກຊີຂອງຕົນໃຫ້ຫັນມາໃຊ້ເປັນລົດໄຟຟ້າໃນການບໍລິການ ໂດຍໃຫ້ທັງຄຳແນະນຳ, ການໃຫ້ຄວາມຮູ້ເລື່ອງລົດໄຟຟ້າຕ່າງໆ ລວມທັງໃຜທີ່ມີລົດໄຟຟ້າຢູ່ແລ້ວກໍສາມາດມາເຂົ້າຮ່ວມເປັນແທັກຊີ ເພື່ອສ້າງລາຍໄດ້ໃຫ້ກັບຕົວເອງ ແລະ ທັງຍັງສ້າງການຂັບຂີ່ເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ…
You can now travel and explore Vientiane Capital easily with Loca Car Rental. Just 3 steps and you can have a car with a driver so you can go around the city without driving by yourself and have yourself a…
On the 5th of May, 2022, 2 front-line Lao startups Bizgital Limited Company and Loca Limited Company formally opened their new headquarters at the Vientiane Plaza Building. Bizgital and Loca have grown rapidly over the last six years, using technology…
ສອງບໍລິສັດສະຕາດອັບລະດັບແຖວໜ້າຂອງລາວ ບໍລິສັດ ບິສຈີຕອລ ຈຳກັດ ແລະ ບໍລິສັດ ໂລກ້າ ຈຳກັດ ໄດ້ເປີດສຳນັກງານໃໝ່ຢ່າງເປັນທາງການແລ້ວຢູ່ທີ່ອາຄານວຽງຈັນພລາຊ່າ, ນະຄອນຫຼວງວຽງຈັນ ເມື່ອວັນທີ 5 ພຶດສະພາ 2022. ໃນຖານະທີ່ເປັນບໍລິສັດສະຕາດອັບອັນດັບຕົ້ນໆຂອງລາວ, ບິສຈີຕອລ ແລະ ໂລກ້າ ໄດ້ ເຕີບໃຫຍ່ຂະຫຍາຍໂຕຢ່າງຕໍ່ເນື່ອງໃນໄລຍະ 6 ປີຂອງການດຳເນີນການ ພ້ອມທັງມີການນຳສະເໜີບໍລິການໃໝ່ໆຢູ່ເລື້ອຍໆ ໂດຍອາໄສເຕັກໂນໂລຊີດິຈິຕອນ ແລະ ຄວາມຄິດສ້າງສັນ ເພື່ອເຊື່ອມຕໍ່ລູກຄ້າເຂົ້າກັບກຸ່ມເປົ້າໝາຍຂອງພວກເຂົາ ລວມທັງອຳນວຍຄວາມສະດວກໃຫ້ແກ່ການໃຊ້ຊີວິດໃນຍຸກດິຈິຕອນ. ບໍລິສັດ ບິສຈີຕອລ ຈຳກັດ ແລະ ບໍລິສັດ ໂລກ້າ ຈຳກັດ ຍາມໃດກໍບໍ່ເຄີຍຢຸດນິ້ງ ແລະ ດ້ວຍຈຳນວນຂອງສະມາຊິກທີ່ເພີ່ມຫຼາຍຂຶ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຂະຫຍາຍສຳນັກງານໃຫ້ກວ້າງຂວາງຂຶ້ນເພື່ອຮອງຮັບຊີວິດການເຮັດວຽກ ເພື່ອສົ່ງມອບບໍລິການທີ່ເປັນມືອາຊີບ…
ໂລກ້າເປີດໂຕ 2 ບໍລິການໃໝ່! Loca Car Share ແລະ Loca Car Rental ເພື່ອການເດີນທາງຂອງເຈົ້າທີ່ສະດວກສະບາຍຍິ່ງຂຶ້ນ. Loca Car Share ບໍລິການແຊຣ໌ລົດອອກຕ່າງແຂວງ ສຳລັບຄົນທີ່ຈະຂັບລົດອອກໄປຕ່າງແຂວງຢູ່ແລ້ວ ກໍສາມາດເປີດແຊຣ໌ລົດຂອງຕົວເອງ ແລະ ຮັບຄົນທີ່ຈະໄປທາງດຽວກັນໄດ້ເລີຍ ເພື່ອຫາໝູ່ຮ່ວມທຣິບ ແລະ ຫານຄ່ານ້ຳມັນໄປກັນຕະຫຼອດການເດີນທາງ ຫຼື ຄົນທີ່ຢາກຈະໄປຕ່າງແຂວງແຕ່ບໍ່ມີລົດ ກໍສາມາດເລືອກຮ່ວມໂດຍສານໄປກັບຄົນທີ່ຈະໄປແຂວງນັ້ນຢູ່ແລ້ວກໍໄດ້. ບໍລິການ Loca Car Share ຍັງມີຄວາມປອດໄພສູງ ເພາະທັງຄົນຂັບລົດ ແລະ ຄົນຮ່ວມໂດຍສານເອງນັ້ນ ຈະຕ້ອງມີການລົງທະບຽນ KYC ໂດຍການໃຊ້ເອກະສານແທ້ໃນການຢັ້ງຢືນຕົວຕົນ ລວມທັງ Loca Car Share…
The first EV fast-charging station will be installed by Loca in June 2022. The capital, Vientiane, will be the first location, with expansion to other provinces based on Road No. 13, which is already the main road connecting the provinces….
ໃນເດືອນ 6 ທີ່ຈະມາເຖິງນີ້ ທາງໂລກ້າຈະເລີ່ມຕິດຕັ້ງສະຖານີສາກລົດໄຟຟ້າແບບໄວທີ່ນະຄອນຫຼວງວຽງຈັນເປັນບ່ອນທຳອິດ ແລ້ວຄ່ອຍໆຂະຫຍາຍໄປແຕ່ລະແຂວງ ໂດຍຈະຕິດຕັ້ງຕາມເສັ້ນທາງເລກທີ 13 ເປັນຫຼັກ ເຊິ່ງກໍເປັນເສັ້ນທາງທີ່ຄົນສ່ວນໃຫຍ່ໃຊ້ເດີນທາງໃນເວລາອອກຕ່າງແຂວງຢູ່ແລ້ວນັ້ນເອງ. ໂດຍຕູ້ສາກລົດໄຟຟ້າຂອງໂລກ້າຈະເປັນຕູ້ເປັນແບບ DC ເຊິ່ງສາມາດສາກລົດໄຟຟ້າເຕັມພາຍໃນ 20-40 ນາທີ ດ້ວຍກະແສໄຟ 120 KW ແລະ ມີຫົວສາກທັງແບບ GB/T ກັບ CCS 2 ເຊິ່ງຈະສາມາດຮອງຮັບລົດໄຟຟ້າທັງແບບມາດຕະຖານອາຊຽນ, ລົດໄຟຟ້າຈາກຈີນ ລວມທັງລົດໄຟຟ້າຈາກເອີຣົບໄດ້ອີກນຳ ບໍ່ວ່າຈະເປັນ BMW, BYD, Ford, Jaguar, Hyundai, Mazda, Tesla, Volkswagen ແລະ ອື່ນໆອີກຫຼາຍຍີ່ຫໍ້. ໃນປີ 2022 ນີ້…
ທ່ານເປັນຄົນໜຶ່ງບໍ່ ທີ່ກໍາລັງລັງເລໃນການຫັນປ່ຽນໄປໃຊ້ລົດໄຟຟ້າແທນລົດນໍ້າມັນ? ເນື່ອງຈາກປັດຈຸບັນນີ້, ລາຄານໍ້າມັນທີ່ເພີ່ມສູງຂຶ້ນເລື້ອຍໆ ແຕ່ທາງເຮົາເຊື່ອວ່າ ຫຼາຍຄົນກໍຍັງອາດຈະລັງເລເປັນກັງວົນຢ້ານບໍ່ມີບ່ອນສາກລົດໄຟຟ້າທີ່ພຽງພໍ. ຕໍ່ໄປນີ້, ທ່ານຈະບໍ່ຕ້ອງໄດ້ເປັນຫ່ວງແລ້ວ ເພາະໃນວັນທີ 1 ມີນາ ປີ 2022 ທີ່ຜ່ານມາ, ບໍລິສັດ ໂລກ້າ ຈໍາກັດ, ທີ່ໃຫ້ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນລາວ ພວກເຮົາໄດ້ມີການກຽມພ້ອມພັດທະນາເຄືອຂ່າຍການສາກລົດໄຟຟ້າແບບສາກໄວ (DC Fast Charge) ທົ່ວປະເທດ. ການສາກລົດໄຟຟ້າແບບໄວຂອງທາງເຮົາ ທີ່ກໍາລັງນໍາມາຕິດຕັ້ງແມ່ນຈະສາມາດສາກລົດໄຟຟ້າເຕັມໄດ້ພາຍໃນ 20 – 30 ນາທີເທົ່ານັ້ນ. ໂລກ້າເຮົາໄດ້ວາງເປົ້າໝາຍວ່າ ພາຍໃນທ້າຍປີ 2022 ນີ້, ຜູ້ຊົມໃຊ້ລົດໄຟຟ້າຈະສາມາດຂັບລົດຈາກນະຄອນຫຼວງວຽງຈັນ ລົງໄປຮອດປາກເຊ ໂດຍບໍ່ຕ້ອງກົງວົນເລື່ອງແບັດເຕີລີລົດໄຟຟ້າຈະໝົດກາງທາງໂດຍບໍ່ມີບ່ອນສາກ. ກ່ອນໜ້ານີ້, ພວກເຮົາໄດ້ມີການຮ່ວມມືກັບ BYD ເປີດໂຄງການທົດລອງນຳໃຊ້ລົດໄຟຟ້າໃນບໍລິການແທັກຊີຂອງໂລກ້າເຮົາ…