ໂຄງການ Loca Donation ປ່ຽນຄະແນນສະສົມໃຫ້ກາຍເປັນພະລັງແຫ່ງການໃຫ້ Redeem for a Good Cause

ໃນໂລກຂອງຄວາມພະຍາຍາມນ້ອຍໆ ສາມາດສ້າງຜົນກະທົບທີ່ຍິ່ງໃຫຍ່ໄດ້ ໂຄງການ “Loca Donation” ໄດ້ຖືກສ້າງຂຶ້ນໂດຍ ບໍລິສັດ ໂລກ້າ ຈຳກັດ ເປັນຕົວຍ່າງທີ່ໂດດເດັ່ນໃນດ້ານການປະສົມປະສານເທັກໂນໂລຢີ ແລະ ຄວາມປາຖະໜາດີເພື່ອສັງຄົມ ໂຄງການ Loca Donation ເປີດໂອກາດໃຫ້ທຸກຄົນປ່ຽນຄະແນນສະສົມໃຫ້ກາຍເປັນການບໍລິຈາກທີ່ມີຄວາມໝາຍ ເພື່ອສະໜັບສະໜູນດ້ານສະຫວັດດີການສັງຄົມ, ສຸຂະພາບ ແລະ ການສຶກສາສຳລັບທຸກຄົນທີ່ຂາດໂອກາດໃນການເຂົ້າເຖິງ

ປ່ຽນຄະແນນສະສົມໃຫ້ການເປັນການຊ່ວຍເຫຼືອທີ່ແທ້ຈິງ

ໂຄງການນີ້ເປີດໂອກາດໃຫ້ຜູ້ໃຊ້ບໍລິການ LOCA TAXI ປ່ຽນຄະແນນສະສົມໃຫ້ກາຍເປັນທຶນບໍລິຈາກ ດ້ວຍຄະແນນສະສົມພຽງ 300 ຄະແນນ ມີຄ່າເຖິງ 25,000ກີບ ເຊິ່ງຈະຖືກນຳໄປສະໜັບສະໜູນໂຄງການສຳຄັນໃນການຊ່ວຍເຫຼືອຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອເຊັ່ນ:
  • ເດັກນ້ອຍ-ເຍົາວະຊົນ ທີ່ຂາດໂອກາດທາງການສຶກສາ
  • ເດັກນ້ອຍ-ເຍົາວະຊົນ ທີ່ຂາດໂອກາດການເຂົ້າເຖິງການບໍລິການດ້ານສາທາລະນະສຸກພື້ນຖານ
  • ມູນນິທິກູ້ຊີບກູ້ໄພທີ່ຍັງຕ້ອງການອຸປະກອນການແພດ ແລະ ເຄື່ອງມືທີ່ໃຊ້ໃນວຽກງານກູ້ຊີບກູ້ໄພ
ນອກຈາກນີ້, ຍັງມີອີກຫຼາຍກຸ່ມທີ່ຈະເພີ່ມເຂົ້າມາໃນອະນາຄົດ ໂດຍໂລກ້າຈະລະດົມທຶນເພື່ອໄປຊ່ວຍເຫຼືອໃນຫຼາຍໆດ້ານທີ່ຈຳເປັນ ເພື່ອສ້າງຜົນກະທົບທາງບວກ ແລະ ຄວາມຍືນຍົງໃຫ້ກັບສັງຄົມ

ກົນໄກງ່າຍໆແຕ່ຊົງພະລັງ

ໂຄງການນີ້ໃຫ້ຄວາມສະດວກສະບາຍໃນການມີສ່ວນຮ່ວມຜູ້ໃຊ້ງານສາມາດບໍລິຈາກຜ່ານຄະແນນສະສົມຈາກການເດີນທາງໃນຊີວິດປະຈຳວັນກັບ LOCA TAXI ໂດຍບໍ່ຕ້ອງໃຊ້ງົບປະມານເພີ່ມຕື່ມ

ເປັນຫຍັງຈຶ່ງຄວນເຂົ້າຮ່ວມໂຄງການໂລກ້າ

  • ສະດວກສະບາຍ: ປ່ຽນແປງການເດີນທາງປະຈຳວັນໃຫ້ເປັນການເຮັດຄວາມດີໂດຍການແລກຄະແນນສະສົມ
  • ໂປ່ງໃສ: ໝັ້ນໃຈໄດ້ວ່າການບໍລິຈາກຂອງທ່ານເຖິງມືຜູ້ທີ່ຕ້ອງການຢ່າງແທ້ຈິງ ໂດຍໂລກ້າຈະອັບເດດກ່ຽວກັບໂຄງການ ຕັ້ງແຕ່ເລີ່ມໂຄງການຈົນໄປເຖິງມືຜູ້ທີ່ໄດ້ຮັບ ໂດຍທ່ານສາມາດຕິດຕາມຜ່ານແອັບໂລກ້າ ແລະ ຊ່ອງທາງອອນລາຍ Facebook, Tiktok, Website ຂອງ LocaLaos
  • ສ້າງຜົນກະທົບຮ່ວມກັນ: ຮ່ວມເປັນສ່ວນໜຶ່ງຂອງຊຸຸມຊົນທີ່ມຸ້ງສ້າງຄວາມປ່ຽນແປງເພື່ອສັງຄົມ

ຮ່ວມສ້າງການປ່ຽນແປງໄປນຳກັນ

 

ຜ່ານໂຄງການ “Loca Donation” ໄດ້ສະແດງເຖິງພະລັງຂອງຄວາມປາຖະໜາດີຮ່ວມກັນໂດຍບໍ່ຫວັງຜົນຕອບແທນ ທຸກຄະແນນທີ່ແລກຄືກ້າວສຳຄັນໃນການສ້າງໂລກທີ່ດີກ່ວາ ແລະ ສະເໝີພາບຫຼາຍຂຶ້ນ
ເລີ່ມແລກຄະແນນຂອງທ່ານໃນມື້ນີ້ ແລະ ເປັນແຮງພັກດັນແຫ່ງການປ່ຽນແປງໃນສັງຄົມຮ່ວມກັນ
.

🩵🚙ປ່ຽນຄະແນນສະສົມໃຫ້ກາຍເປັນໂອກາດຜ່ານແອັບໂລກ້າ: http://link.loca.la/LocaDonation

Related Posts

ໂລກ້າພາໄປ ຮ້ານຄ້າເຂົ້າໃໝ່ໃນ Loca Rewards ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane

ໂລກ້າມີຮ້ານມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກກັນອີກແລ້ວເດີ ກັບຮ້ານ Vang Café & Restaurant ແລະ Maysa Cafe Vientiane ທີ່ໄດ້ເຂົ້າມາຮ່ວມເປັນສ່ວນໜຶື່ງໃນການໃຫ້ບໍລິການແກ່ລູກຄ້າໂລກ້າ ໃຜທີ່ຍັງບໍ່ໄດ້ໄປແມ່ນຕ້ອງໄດ້ປັກໝຸດໄວ້ເຊັກອິນ! ທັງສອງຮ້ານແມ່ນມີເອກະລັກສະເພາະໂຕ...

เที่ยวลาว เลือกโลก้าแท็กซี่ เรียกรถง่ายผ่านไลน์ บริการที่คนไทยนิยมเป็น อันดับ 1

โลก้า ได้พัฒนาเพื่อให้ลูกค้าชาวไทยเรียกรถได้ง่ายขึ้น สะดวก รวดเร็ว ผ่านแอพพลิเคชั่นไลน์ และ ถือเป็นแอพที่คนไทยใช้มากที่สุด. โลก้า ยังได้เพิ่มรูปแบบการให้บริการใหม่ เพื่อความสะดวกในการใช้งาน ด้วยการพัฒนาระบบเรียกโลก้าแท็กซี่ออนไลน์ ในแอพพลิเคชั่นไลน์ ถือเป็นการเพิ่มช่องทางใหม่ให้ลูกค้าเลือกใช้บริการพร้อมทั้งยกระดับมาตรฐานด้วยคุณภาพการบริการ...