ສາຍທ່ຽວຕ້ອງບໍ່ພາດ ຊື້ eSIM ກັບໂລກ້າ ໄປປະເທດໃດກໍ່ມີເນັດໃຊ້

ສໍາລັບຄົນທີ່ເດີນໄປຕ່າງປະເທດເລື້ອຍໆ ກໍ່ຈະຮູ້ດີວ່າທາງການຊື້ຊິມກາດໂທລະສັບ ເພື່ອໃຫ້ມີເນັດໃຊ້ນັ້ນເປັນປັນຫາທີ່ຫຍຸ້ງຍາກ ແລະ ເສຍເວລາຫຼາຍ ເພາະລົງຍົນໄປແລ້ວເຮົາຍັງຕ້ອງໄປເສຍເວລາຕໍ່ແຖວຊື້ຊິມກາດ ລົງທະບຽນຊິມກາດ ແລະອື່ນໆເຊິ່ງໃຊ້ເວລາ 30ນາທີ ເຖິງ 1ຊົ່ວໂມງ.

ຈະດີບໍ ຖ້າໂລກ້ານໍາສະເໜີບໍລິການ eSIM ທີ່ຈະເຮັດທ່ານສະດວກ ພຽງລົງຍົນປັບ ເປິດໂທລະສັບແລ້ວມີເນັດໃຊ້ທັນທີເລີຍ ແມ່ນແລ້ວ ທ່ານອ່ານບໍ່ຜິດ ເພາະບໍລິການ eSIM ຂອງໂລກ້າ ນັ້ນສາມາດໃຫ້ທ່ານຊື້ eSIM ພ້ອມອິນເຕີເນັດໃຊ້ແພັກເກັດໄດ້ທົ່ວໂລກ. ບໍ່ວ່າທ່ານຈະໄປປະເທດໃດກໍ່ສາມາດເລືອກຊື້ໄດ້ ບໍ່ວ່າຈະຊື້ແບບລາຍປະເທດ ຫລື ຈະຊື້ແບບໃຊ້ທົ່ວທະວີບຫຼາຍປະເທດກໍ່ໄດ້ເຊັ່ນກັນ. ເຮັດແນວໃດມາເບິ່ງກັນເລີຍ

ໝາຍເຫດ: ຖ້າໂທລະສັບຂອງທ່ານບໍ່ຮອງຮັບ eSIM ບໍ່ຄວນຊື້ກົດຊື້ເດັດຂາດ ທາງເຮົາຈະບໍ່ສາມາດຄືນເງິນໄດ້ 

ວິທີການຊື້ eSIM

ຂັ້ນຕອນທີ່ 1- ໄປທີ່ໜ້າຮ້ານຄ້າ

ຫຼັງຈາກທີ່ເຮົາມາທີ່ໜ້າຮ້ານຄ້າ (Store) ແລ້ວ ຈາກນັ້ນໄຫ້ເລືອກ ປະເພດ eSims ທີ່ທ່ານຕ້ອງການສ່ວນປະ ເພດ ຂອງ eSIMs ປະກອບມີ 3 ປະເພດຄື:

  1. Local eSIMs ທີ່ໃຊໄດ້ພາຍໃນປະເທດໃດໜຶ່ງ
  2. Regional eSIMs ທີ່ໃຊ້ໄດ້ແບບຄອບຄຸມ ລະດັບພູມີພາກໜຶ່ງ
  3. Global eSIMs ແມ່ນເປັນປະເພດ eSIMs ທີ່ໄຊ້ໄດ້ແບບຄອບ ຄຸມທົ່ວໂລກ

ຂັ້ນຕອນທີ່ 2 – ເລືອກຊື້ package

ເມື່ອມາທີ່ໜ້າເລືອກ package ແລ້ວ ໄຫ້ທ່ານເລືອກ package ທີ່ທ່ານຕ້ອງ ການ ໃນສ່ວນຂອງ package ແຕ່ລະ package ກໍຈະມີລາຍລະອຽດຕ່າງໆ ຂອງ package ທີ່ຈະໄດ້ ຕົວຢ່າງໃນ package ນີ້ມັນຈະສາມາດໃຊ້ໄດ້ ພຽງແຕ່ໃນປະເທດ “United State” ໄຫ້ Data “1GB” ບໍ່ສາມາດໂທໄດ້ ອາຍຸການໄຊ້ງານພຽງ “7 ວັນ” ລາຄາຢູ່ທີ່ “$5.00 USD” ຫຼັງຈາກໄດ້ package ທີ່ທ່ານຕ້ອງການແລ້ວ ໄຫ້ກົດໄປທີ່ປຸ່ມ “Buy now”
– ໝາຍເຫດແຕ່ລະ package ກໍຈະມີຄວາມແຕກຕ່າງກັນອອກໄປ ແລະ ສິ່ງທີ່ package ຈະໄຫ້ກໍຈະບໍ່ຄືກັນ ສະນັ້ນໄຫ້ອ່ານເບິ່ງລາຍລະອຽດຂອງ package ນັ້ນດີໆກ່ອນວ່າ package ນັ້ນເປັນ package ທີ່ທ່ານຕ້ອງການບໍມັນໃຫ້ບໍລິການໃນພື້ນທີ່ທີ ທ່ານຢູ່ບໍ

Appset image

ຂັ້ນຕອນທີ່ 3 – ຊື້ package

ຫຼັງຈາກທີ່ທ່ານມາທີ່ໜ້ານີ້ ກ່ອນຈະຊື້ ກະລຸນາອ່ານລາຍລະອຽດຂອງ package ນີ້ ຄືນອີກຄັ້ງວ່າ  package ນີ້ໄດ້ໃຫ້ບໍລິການໃນພື້ນທີ່ຂອງທ່ານບໍ ຫຼັງຈາກອ່ານລາຍລະອຽດຂອງ  package ອີກຄັ້ງ ແລ້ວໃຫ້ກົດປຸ່ມ “ຊື້”

Appset image

ຂັ້ນຕອນທີ່ 4 – ຊຳລະເງິນ

  1. ກວດສອບລາຍລະອຽດຂອງ package
  2. ກົດເລືອກ credit card ທີ່ທ່ານຕ້ອງການໃຊ້ຊຳລະ
  3. ທ່ານສາມາດໃຊ້ສ່ວນຫຼຸດ promo code  (ຖ້າມີ)
  4. ກົດປຸ່ມ “Complete order”
Appset image

ຂັ້ນຕອນທີ່ 5 – ໜ້າຈໍສຳເລັດການຊື້

ຫຼັງຈາກຊື້ສໍາເລັດແລ້ວ ເຮົາກໍ່ຈະເຫັນຫນ້ານີ້ ແລ້ວສາມາດກົດເຂົ້າໄປເບິ່ງລາຍລະອຽດວິທີຕິດຕັ້ງໃນ eSIM ທີ່ຕົນເອງຊື້ໄດ້ເລີຍ

.

Appset image

ໃນການຕິດຕັ້ງແມ່ນໃນແອັບຈະມີວິທີແນະນໍາຕິດຕັ້ງງ່າຍໆ ພຽງກົດໄປທີ່ My eSIM ຫລື eSIM ຂອງຂ້ອຍ ແລ້ວກົດເຂົ້າໄປທີ່ >ລາຍລະອຽດ >ເບິ່ງຄໍາແນະນໍາ > ແລ້ວກົດຕິດຕັ້ງ eSIM ຕາມລຸ້ນໂທລະສັບຂອງທ່ານເລີຍ

ໝາຍເຫດ: ຖ້າໂທລະສັບຂອງທ່ານບໍ່ຮອງຮັບ eSIM ບໍ່ຄວນຊື້ກົດຊື້ເດັດຂາດ ທາງເຮົາຈະບໍ່ສາມາດຄືນເງິນໄດ້

Related Posts

The 5 must-try restaurants in Vientiane recommended by local people

The food in Vientiane is colorful and diverse just like the city. We...

这些地方拍照打卡必去 @琅勃拉邦

欢迎大家来到琅勃拉邦 这些地方拍照打卡必去! @琅勃拉邦   1.Indigo House 如果您想去琅勃拉邦玩儿,但不知道去哪里住比较好,我们推荐您去Indigo House酒店。这里的位置很特别,离琅勃拉邦夜市和旅游景点都非常近。 Indigo House 酒店重视房间的清洁卫生。并且,这里的服务员都很热情。另外,Indigo House的早餐也特别丰富哦!  ...