LOCA EV ປະກາດຄວາມສຳເລັດເປີດຈຸດສາກລົດໄຟຟ້າແບບໄວໄດ້ເຖິງ 40 ຈຸດສາກທົ່ວປະເທດລາວແລ້ວ!

LOCA ປະກາດຄວາມສຳເລັດໃນການຕິດຕັ້ງຕູ້ສາກລົດໄຟຟ້າແບບໄວ ຈຳນວນ 40 ຈຸດສາກທົ່ວປະເທດລາວໃນປີ 2024 ໂດຍຈຸດສາກຕັ້ງຢູ່ ໃນຕົວເມືອງສຳຄັນໃນແຂວງຕ່າງໆ ແລະ ຕາມເສັ້ນທາງຫຼັກທີ່ເຊື່ອມຕໍ່ໄປຍັງເຂດນອກຕົວເມືອງ ເພື່ອສະໜັບສະໜູນການເຕີບໂຕຂອງຕະຫຼາດ EV ແລະ ສົ່ງເສີມການຜັນປ່ຽນສູ່ອານາຄົດທີ່ຍັ້ງຍືນ

ຂະຫຍາຍຈຸດສາກລົດໄຟຟ້າ ຮອງຮັບການເຕີບໂຕຂອງລົດໄຟຟ້າ

ຈຸດສາກລົດໄຟຟ້າ LOCA EV ໃນປີ 2023 ຈາກ 20 ຈຸດສາກ, ໃນປີ 2024 LOCA EV ໄດ້ເພີ່ມຈຳນວນຈຸດສາກຂຶ້ນເປັນສອງເທົ່າ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ລົດໄຟຟ້າທີ່ເພີ່ມຂຶ້ນຈຳນວນຫຼາຍ, LOCA EV ເປັນຕູ້ສາກໄວເຖິງ 120-240 kW ໃຊ້ເວລາສາກພຽງແຕ່ 20-30 ນາທີ ກໍເຕັມແລ້ວ, LOCA EV ຍັງມີແອັບພິເຄຊັນທີ່ສາມາດກວດສອບລາຍລະອຽດຂອງຈຸດສາກລົດໄດ້ແບບ Real Time ພ້ອມກັບແຜນທີ່ນຳທາງໄປຍັງຈຸດສາກລົດໄຟຟ້າ LOCA EV ໄດ້ທົ່ວປະເທດລາວອີກດ້ວຍ ຜູ້ໃຊ້ລົດໄຟຟ້າທັງຄົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ສາມາດເດີນທາງແຕ່ເໜືອເຖິງໃຕ້ພາຍໃນປະເທດລາວ ໄດ້ສະດວກສະບາຍ ຫຼຸດຄວາມກັງວົນເລື່ອງການສາກລົດໄຟຟ້າໃນລະຫວ່າງເດີນທາງ ແລະ ໝັ້ນໃຈໃນການເດີນທາງຍິ່ງຂຶ້ນ

ໂລກ້າໄດ້ຮັບທຶນສະໜັບສະໜູນຈາກ ADB ທະນາຄານພັດທະນາເອເຊຍ ແລະ ໄດ້ຮັບທຶນຈາກ USAID.

LOCA EV ໄດ້ຮັບທຶນ ຈາກ ADB ທະນາຄານພັດທະນາເອເຊຍ ຜ່ານໂຄງການກອງທຶນ ADB Frontier ໂດຍມີໂຄງການ USAID ເປັນຜູ້ສະໜັບສະໜູນ ເຊິ່ງເປັນ ໂຄງການ ສະໜອງທຶນ ແລະ ການຊ່ວຍເຫຼືອທາງດ້ານວິຊາການໃຫ້ແກ່ວິສະຫະກິດຂະໜາດນ້ອຍ-ກາງ ທີ່ມີການນຳໃຊ້ເຕັກໂນໂລຊີ ແລະ ມີທ່າແຮງທີ່ຈະເຕີບໂຕຢູ່ ສປປ ລາວ ແລະ ໃນຕະຫຼາດກຽມເກີດໃໝ່ຂະໜາດນ້ອຍ, ໂດຍເນັ້ນໃສ່ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດ ແລະ ການເຕີບໂຕທາງດ້ານເສດຖະກິດທີ່ທົ່ວເຖິງ.

ແລ້ວຍັງໄດ້ຮັບທຶນຈາກ ໂຄງການ USAID ເພື່ອຂະຫຍາຍຕົວແບບນະວັດຕະກຳເພື່ອການເຊື່ອມໂຍງພະລັງງານສະອາດໃນ ສປປ ລາວ ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍສໍາລັບຜູ້ບໍລິໂພກ, ສ້າງວຽກເຮັດງານທໍາ, ສົ່ງເສີມການແກ້ໄຂພະລັງງານສະອາດ, ຫຼຸດຜ່ອນການປ່ອຍອາຍພິດຄາບອນ ແລະ ແກ້ໄຂການປ່ຽນແປງຂອງດິນຟ້າອາກາດ.

ການສະໜັບສະໜູນໃນຄັ້ງນີ້ບົ່ງບອກເຖິງຄວາມເຊື່ອໝັ້ນຂອງ ADB ແລະ USAID ຕໍ່ຄວາມສາມາດຂອງໂລກ້າໃນການຂັບເຄື່ອນປ່ຽນແປງສູ່ການຂົນສົ່ງທີ່ຍັ້ງຍືນອີກດ້ວຍ

ຕະຫຼາດ EV ໃນລາວເຕີບໂຕຢ່າງຕໍ່ເນື່ອງ

ຄວາມນິຍົມໃນ EV ເພີ່ມຂຶ້ນຢ່າງຊັດເຈນໃນປະເທດລາວ ໂດຍໃນປີ 2023 ການນຳເຂົ້າລົດໄຟຟ້າ ລວມ 2,101ຄັນ ຄິດເປັນ 25,1% ຂອງລົດໄຟຟ້າໃໝ່ທັງໝົດ. ຂໍ້ມູນການນໍາເຂົ້າ ພາຍໃນ 10 ເດືອນຂອງ ປີ 2024 ມີການນຳເຂົ້າລົດໄຟຟ້າເຂົ້າມາຈໍານວນ 4,437 ຄັນ ເຊິ່ງສະແດງໃຫ້ເຫັນເຖິງການປ່ຽນແປງພຶດຕິກຳຂອງຜູ້ບໍລິໂພກ ທີ່ຫັນມາໃຊ້ລົດໄຟຟ້າເພື່ອປະຢັດ ແລະ ສະໜັບສະໜູນສິ່ງແວດລ້ອມ

ໂລກ້າ ຕັ້ງເປົ້າໝາຍໃນອານາຄົດເພີ່ມຈຸດສາກລົດໄຟຟ້າ 100 ຈຸດສາກ ພາຍໃນປີ 2026

ເຖິງຈະປະສົບຜົນສຳເລັດໃນການຕິດຕັ້ງຕູ້ສາກລົດໄຟຟ້າຄົບ 40 ຈຸດສາກ ໂລກ້າ ຍັງມີເປົ້າໝາຍທີ່ຍິ່ງໃຫຍ່ກ່ວາເກົ່າ ໂດຍຕັ້ງເປົ້າໝາຍເພີ່ມຈຸດສາກ 100 ຈຸດສາກ ພາຍໃນປີ 2026 ເພື່ອຮອງຮັບຈຳນວນຜູ້ໃຊ້ລົດໄຟຟ້າທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງການລົງທຶນຄັ້ງນີ້ ບໍ່ພຽງແຕ່ຊ່ວຍແກ້ໄຂບັນຫາໂຄງສ້າງພື້ນຖານ ແຕ່ຍັງເປັນການກະຕຸ້ນໃຫ້ຜູ້ບໍລິໂພກຫັນມາປ່ຽນໃຊ້ລົດໄຟຟ້າຢ່າງຈິງຈັງອີກດ້ວຍ

LOCA EV ບໍ່ໄດ້ເປັນພຽງຜູ້ໃຫ້ບໍລິການສະຖານີສາກລົດໄຟຟ້າ ແຕ່ເປັນຜູ້ນຳທີ່ສ້າງການປ່ຽນແປງລະບົບຂົນສົ່ງຂອງລາວ, ເຄືອຂ່າຍສາກລົດໄຟຟ້າທີ່ຄອບຄຸມນີ້ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງຜູ້ນຳໃຊ້ລົດໄຟຟ້າໃນປັດຈຸບັນ ແຕ່ຍັງເປັນຮາກຖານສຳຄັນສຳລັບອານາຄົດທີ່ສະອາດຍັ້ງຍືນຂອງປະເທດ  ໂລກ້າຍັງຄົງມຸງໝັ້ນພັດທະນານະວັດຕະກຳເພື່ອສົ່ງເສີມອານາຄົດທີ່ຍືນຍົງ ແລະ ຮ່ວມສ້າງຄວາມປ່ຽນແປງໃຫ້ກັບອານາຄົດປະເທດລາວຢ່າງແທ້ຈິງ.

LOCA EV ເຄື່ອຂ່າຍສາກລົດໄຟຟ້າອັນດັບ1ຂອງຄົນລາວ
📲ດາວໂຫຼດແອັບເລີຍ:

Related Posts

Loca Loyalty Program is finally here!

It’s no secret that Loca has been providing excellent services to all its...

LOCA พร้อมแล้ว! ให้บริการแท็กซี่รถไฟฟ้าในลาวเพื่อสร้างการเดินทางที่เป็นมิตรต่อสิ่งแวดล้อม

Loca หรือ โลก้า ผู้ให้บริการแท็กซี่ออนไลน์รายใหญ่ที่สุดในลาว ประกาศว่าพร้อมที่จะให้บริการแท็กซี่ไฟฟ้า รวมถึงมอเตอร์ไซค์ไฟฟ้า เพื่อส่งสินค้าและผู้โดยสาร เพื่อสร้างการเดินทางที่เป็นมิตรต่อสิ่งแวดล้อมและลดมลพิษทางอากาศ. โลก้าให้บริการแท็กซี่ออนไลน์มากกว่า 4 ปี โดยสามารถสร้างเครือข่ายแท็กซี่ได้มากกว่า 600...