ຫຼ້າສຸດ ບໍລິສັດ ໂລກ້າ ຈຳກັດ ທີ່ ສ້າງຂື້ນ ແລະ ບໍລິຫານດ້ວຍຄົນລາວ ແລະ ຍັງເປັນຜູ້ນໍາດ້ານການພັດທະນາສະຖານີສາກລົດໄຟຟ້າຢູ່ໃນປະເທດລາວ ໄດ້ເປີດໂຕຫົວສາກລົດໄຟຟ້າລຸ້ນໃໝ່ທີ່ມາກັບຄວາມແຮງ 240KW ເຊິ່ງຈະສາມາດສາກລົດໄຟຟ້າໄດ້ໄວ ແລະ ເຮັດໃຫ້ພ້ອມເດີນທາງໄດ້ເຖີງ 240 ກິໂລແມັດ ພຽງສາກລົດພາຍໃນເວລາພຽງແຕ່ 10 ນາທີເທົ່ານັ້ນ
ລະບົບສາກລົດໄຟຟ້າແບບໄວນີ້ ເປັນລະບົບໃໝ່ຫຼ້າສຸດ ທີ່ທາງ ບໍລິສັດ ໂລກ້າ ໄດ້ພັດທະນາຂຶ້ນມາ, ຖືວ່າເປັນຄັ້ງທໍາອິດທີ່ໄດ້ນໍາມາຕິດຕັ້ງຢູ່ໃນ ສປປ ລາວ. ບໍລິສັດ ໂລກ້າ ມີຈຸດປະສົງຢາກໃຫ້ຜູ້ໃຊ້ລົດໄຟຟ້າ ແລະ ຜູ້ທີ່ກໍາລັງຕັດສິນໃຈທີ່ຈະຫັນປ່ຽນໄປເປັນລົດໄຟຟ້າ ໄດ້ເຫັນເຖິງຄວາມສະດວກສະບາຍ ໃນການສາກລົດໄຟຟ້າໃນກໍລະນີທີ່ຕ້ອງເດີນທາງໄກແບບເລັ່ງດ່ວນ. ປັດຈຸບັນຕູ້ສາກດັ່ງກ່າວແມ່ນຕັ້ງຢູ່ທີ່ສະຖານີສາກ ອີ່ມສຸກ ຕັ້ງຢູ່ ບ້ານພະຂາວ, ເມືອງໄຊທານີ ກົງກັນຂ້າມກັບໂຮງຮຽນນານາຊາດ ອອສກ້າ.
ເຖິງຢ່າງໃດກໍຕາມ ການສາກລົດດ້ວຍຄວາມໄວສູງນັ້ນແມ່ນຂຶ້ນກັບແຮງຮອງຮັບຂອງປະເພດລຸ້ນຂອງລົດ ເຊິ່ງລົດທີ່ນໍາມາທົດລອງເບື້ອງຕົ້ນແມ່ນເຫັນໄດ້ວ່າ: ລົດ Xpeng G6 ສາມາດສາກໄດ້ 240 ກິໂລແມັດ ໃນເວລາພຽງ 10 ນາທີ, ແລະ ລົດ Hyudai IONIC 5 ສາກໄດ້ 150 KM ໃນເວລາ 10 ນາທີ.
ປັດຈຸບັນ ບໍລິສັດ ໂລກ້າ ມີຕູ້ສາກແຈກຢາຍຢູ່ທົ່ວປະເທດທັງໝົດ 25 ສະຖານີ ເລີ່ມຈາກຫຼວງພະບາງ-ແຂວງວຽງຈັນ-ນະຄອນຫຼວງວຽງຈັນ ແລະ ເສັ້ນທາງ 13 ໃຕ້ ຈົນເຖິງ ປາກເຊ. ເຊິ່ງໄດ້ວາງເປົ້າໝາຍ ແລະ ໄດ້ປະຕິບັດຕາມແຜນທີ່ຈະມີສະຖານີທັງໝົດ 40 ສະຖານີໃນທ້າຍປີ 2024 ນີ້. ບໍລິສັດ ໂລກ້າ ປັດຈຸບັນແມ່ນກໍາລັງເພີ່ມສະຖານີສາກຂຶ້ນໄປທາງພາກເໜືອ ໂດຍເບື້ອງຕົ້ນຈະເລີ່ມຕິດຕັ້ງຢູ່ທີ່ແຂວງ: ຊຽງຂວາງ, ຫົວພັນ, ອຸດົມໄຊ, ໄຊຍະບູລີ, ບໍ່ແກ້ວ, ແລະ ຫຼວງນໍ້າທາ.
ໝາຍເຫດ:
ການສາກລົດໄຟຟ້າດ້ວຍຕູ້ສາກຄວາມໄວສູງ ຈະບໍ່ສົ່ງຜົນກະທົບໃດໆຕໍ່ກັບແບັດເຕີຣີ ເນື່ອງຈາກລົດຈະເປັນຕົວກໍານົດກໍາລັງໄຟຟ້າທີ່ເໝາະກັບລົດ ດ້ວຍລະບົບອັດຕະໂນມັດ ເຮັດໃຫ້ແບັດເຕີຣີຂອງທ່ານບໍ່ຮ້ອນ. ເຊິ່ງລົດໄຟຟ້າສ່ວນໃຫຍ່ຈະໃຊ້ເວລາສາກຜ່ານຕູ້ສາກໄວພຽງແຕ່ 30 ນາທີ ເທົ່ານັ້ນ ເພື່ອໃຫ້ໄດ້ໄຟຟ້າຈາກ 10-80%




