Loca EV charger station ທີ່ EVX Auto Import Laos ເປີດໃຫ້ບໍລິການແລ້ວ

ຕູ້ສາກຈຸດທີ 35 ແມ່ນຕັ້ງຢູ່ທີ່ EVX Auto Import Laos ທີ່ ບ້ານດອນກອຍ ເມືອງໄຊເສດຖາ ແຂວງນະຄອນຫຼວງວຽງຈັນ
ໂດຍໃນຂະນະທີ່ກຳລັງສາກລົດ ສາມາດຍ່າງຫຼີ້ນຊົມລົດທີ່ສູນ EVX Auto Import Laos ກ່ອນໄດ້
ນອກຈາກນັ້ນແລ້ວ ບໍລິເວນຕູ້ສາກໂລກ້າຍັງມີ ຄາເຟ Spacebar ໃຫ້ນັ່ງພັກຜ່ອນ ມີຮ້ານສະດວກຊື້ Jiffy ແລະ ຕະຫຼາດດອນກອຍ ໃຫ້ທ່ານສາມາດເລືອກຊື້ເຄື່ອງ ໃນລະຫວ່າງສາກລົດໄດ້.





