ເປີດໃຫ້ບໍລິການແລ້ວ ໂລກ້າ ມິນິ ແທັກຊີໄຟຟ້າ ລົດນ້ອຍແຕ່ໜ້າຮັກ ມີແອເຢັນສະບາຍ ລາຄາປະຢັດ ປອດໄພກວ່າ ບໍລິການໃໝ່ທີ່ສ້າງຂື້ນມາເພື່ອຕອບໂຈດການເດີນທາງພາຍໃນຕົວເມືອງ ບໍ່ວ່າຈະເປັນການນັ່ງລົດມີແອເຢັນສະບາຍໃນລາຄາປະຢັດ, ໝົດກົງວົນເລື່ອງຕາກແດດ ຫຼື ປຽກຝົນ ໄປຈົນເຖິງມົນລະພິດຈາກຄວັນລົດພາຍນອກ. ນອກຈາກນີ້, ຍັງມີສາຍຮັດນິລະໄພ ແລະ ຖົງລົມນິລະໄພ ເພື່ອເພິ່ມຄວາມປອດໄພໃຫ້ຜູ້ໂດຍສານທູກຄົນຕະຫຼອດການເດິນທາງ ໂດຍໃຫ້ບໍລິການເລີ່ມຕົ້ນທີ່ 29,500 ກີບ ໃນລັດສະໝີບໍ່ເກີນ 3 ກິໂລແມັດ, ຫຼັງຈາກ 3 ກິໂລແມັດໄປ ແມ່ນຈະໄລ່ 7,000 ກີບ ຕໍ່ 1 ກິໂລແມັດເທົ່ານັ້ນ
ໂລກ້າ ມິນິ ແທັກຊີໄຟຟ້າ ມາພ້ອມຮູບແຕ້ມທີ່ໄດ້ຮັບການອອກແບບສ້າງສັນໂດຍສິລະປິນໄວໜຸ່ມລາວ ຈາກການແຂ່ງຂັນໂຄງການ “ອອກແບບສິລະປະໃຫ້ຄຽງຄູ່ກັບນະວັດຕະກຳການຂົນສົ່ງທີທັນສະໄໝ Loca Mini Art Contest” ຕາມປະຕູລົດຂອງ ໂລກ້າ ມິນິ ອີກດ້ວຍ.
ສໍາລັບໂລກ້າມິນິ ຮູບແບບໃໝ່ ຂອງໂລກ້າ ນັ້ນເປັນລົດໄຟຟ້າທັງໝົດ.ໂລກ້າມິນິພ້ອມໃຫ້ບໍລິການແລ້ວສຳລັບລູກຄ້າທຸກທ່ານ ບໍ່ວ່າຈະເປັນໄວລຸ້ນ, ນັກສຶກສາ ແລະ ພະນັກງານ. ເດີນທາງສະດວກ, ໃຫ້ຄວາມຮູ້ສຶກນັ່ງສະບາຍທີ່ຕ້ອງໄດ້ລອງ ແລະ ປອດກວ່າໄພທັນສະໄຫມ. ບໍ່ວ່າຈະໄປວຽກ, ພົບປະໝູ່ເພື່ອນ, ບໍລິການຂອງພວກເຮົາພ້ວມໃຫ້ບໍລິການ 24ຊມ.




