ປັດຈຸບັນນີ້ແມ່ນສາມາດສາກພ້ອມກັນໄດ້ເຖິງ 4 ຄັນແລ້ວສໍາລັບຕູ້ສາກທີ່ ເຊໂນ ສະຫວັນນະເຂດ ໄດ້ເພິ່ມຕູ້ສາກປະເພດ DC ທີ່ໃຫ້ກຳລັງໄຟສູງເຖິງ 120 ກິໂລວັດ ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 (ມີ 1 ຫົວສາກ) ແລະ ເອເຊຍ GB/T (ມີ 3 ຫົວສາກ). ຕູ້ສາກ ແມ່ນຕັ້ງຢູ່ທີ່ ຈຸດພັກລົດເຊໂນ, ບ້ານ ໄຊອຸດົມ, ເມືອງ ອຸທຸມພອນ, ແຂວງ ສະຫວັນນະເຂດ, ບໍລິເວນໃກ້ຄຽງກໍມີຫ້ອງນ້ຳ, ຮ້ານອາຫານລາວ, ຮ້ານປີ້ງໄກ່ເຊໂນ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ສະຖານນີສາກ…
ສຳລັບຕູ້ສາກທີ່ໄດ້ຕິດຕັ້ງເພີ່ມໃໝ່ແຫ່ງນີ້ ເປັນຕູ້ຮູບແແບບໃໝ່ ແລະ ໃຫ້ກຳລັງໄຟສູງເຖິງ 120 ກິໂລວັດ, ສາກພ້ອມກັນໄດ້ເຖິງ 4 ຄັນ ມີຫົວສາກລົດປະເພດ ໂຊນຢູໂຣບ CCS 2 ແລະ ຫົວສາກລົດປະເພດ ໂຊນເອເຊຍ GB/T. ຕູ້ສາກຈຸດທີ 27 ແມ່ນຕັ້ງຢູ່ທີ່ ສູນລົດ CHERY, ທີ່ບ້ານສີບຸນເຮືອງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ສະຖານທີ່ສາກ: https://maps.app.goo.gl/k7xVoYPfU5TU7YBg9 ເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ ເບີ່ງສະຖານະຕູ້ສາກແບບ Online ກວດປະຫວັດການສາກຄືນໄດ້ ສະແດງຜົນການສາກແບບ Real Time ຜ່ານມືຖື ດາວໂຫຼດແອັບເພື່ອໃຊ້ງານ: iOS: https://link.loca.la/LOCA-EV_appstore Android: https://link.loca.la/LOCA-EV_playstore…
ຫຼ້າສຸດ ບໍລິສັດ ໂລກ້າ ຈຳກັດ ທີ່ ສ້າງຂື້ນ ແລະ ບໍລິຫານດ້ວຍຄົນລາວ ແລະ ຍັງເປັນຜູ້ນໍາດ້ານການພັດທະນາສະຖານີສາກລົດໄຟຟ້າຢູ່ໃນປະເທດລາວ ໄດ້ເປີດໂຕຫົວສາກລົດໄຟຟ້າລຸ້ນໃໝ່ທີ່ມາກັບຄວາມແຮງ 240KW ເຊິ່ງຈະສາມາດສາກລົດໄຟຟ້າໄດ້ໄວ ແລະ ເຮັດໃຫ້ພ້ອມເດີນທາງໄດ້ເຖີງ 240 ກິໂລແມັດ ພຽງສາກລົດພາຍໃນເວລາພຽງແຕ່ 10 ນາທີເທົ່ານັ້ນ ລະບົບສາກລົດໄຟຟ້າແບບໄວນີ້ ເປັນລະບົບໃໝ່ຫຼ້າສຸດ ທີ່ທາງ ບໍລິສັດ ໂລກ້າ ໄດ້ພັດທະນາຂຶ້ນມາ, ຖືວ່າເປັນຄັ້ງທໍາອິດທີ່ໄດ້ນໍາມາຕິດຕັ້ງຢູ່ໃນ ສປປ ລາວ. ບໍລິສັດ ໂລກ້າ ມີຈຸດປະສົງຢາກໃຫ້ຜູ້ໃຊ້ລົດໄຟຟ້າ ແລະ ຜູ້ທີ່ກໍາລັງຕັດສິນໃຈທີ່ຈະຫັນປ່ຽນໄປເປັນລົດໄຟຟ້າ ໄດ້ເຫັນເຖິງຄວາມສະດວກສະບາຍ ໃນການສາກລົດໄຟຟ້າໃນກໍລະນີທີ່ຕ້ອງເດີນທາງໄກແບບເລັ່ງດ່ວນ. ປັດຈຸບັນຕູ້ສາກດັ່ງກ່າວແມ່ນຕັ້ງຢູ່ທີ່ສະຖານີສາກ ອີ່ມສຸກ ຕັ້ງຢູ່ ບ້ານພະຂາວ,…