ໂລກ້າປະກາດໃນງານ Lao EV Forum ກຽມໃຫ້ບໍລິການຜ່ອນລົດໄຟຟ້າໃຫ້ກັບຄົນຂັບໂລກ້າ ແລະ ພ້ອມໃຫ້ບໍລິການຕູ້ສາກລົດໄຟຟ້າແລ້ວໃນເດືອນມິຖຸນານີ້!

ງານກອງປະຊຸມເສວະນາກ່ຽວກັບຍານພາຫະນະໄຟຟ້າໃນ ສປປ ລາວ ຫຼື Lao EV Forum ໃນວັນທີ 3 ມິຖຸນາ ທີ່ໂຮງແຮມຄຣາວພລາຊ່າທີ່ຜ່ານມາ ເປັນໜຶ່ງໃນງານທີ່ເປັນໝຸດໝາຍສຳຄັນໃນການເປີດຍຸກໃໝ່ໃຫ້ກັບສັງຄົມລາວກ່ຽວກັບການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. ທ່ານ ສຸລິໂຍ ວົງດາລາ, ຜູ້ອຳນວຍການບໍລິສັດໂລກ້າ ໄດ້ກ່າວໃນງານເຖິງແຜນການການຫັນປ່ຽນບໍລິການແທັກຊີໃນລະບົບຂອງໂລກ້ານັ້ນ ໃຫ້ເປັນລົດໄຟຟ້າໃຫ້ໄດ້ທຸກຄັນພາຍໃນປີ 2030, ໂດຍໃນປີ 2022​ ນີ້ແມ່ນໄດ້ຕັ້ງເປົ້າໄວ້ທີ່ 30 ຄັນ. ໃນໂຄງການຫັນປ່ຽນເປັນລົດໄຟຟ້າທັງໝົດນັ້ນ, ໂລກ້າຈະມີການປ່ອຍເປັນສິນເຊື່ອເພື່ອໃຫ້ຄົນຂັບໂລກ້ານັ້ນ ສາມາດມາຜ່ອນເອົາລົດໄຟຟ້າໄປຂັບໄດ້ ເພື່ອເຮັດໃຫ້ຕົ້ນທຶນທີ່ຖືກລົງ ແລະ ຄົນຂັບເອງກໍຈະມີລາຍໄດ້ທີ່ຫຼາຍຂຶ້ນເພື່ອສາມາດລ້ຽງຄອບຄົວໄດ້. ໃນເປົ້າໝາຍໄລຍະຍາວນັ້ນ, ພວກເຮົາຢາກທີ່ຈະສ້າງລະບົບນິເວດຂອງບໍລິການແທັກຊີທີ່ສ້າງມົນລະພິດເປັນສູນໃຫ້ໄດ້ 100% ເຊິ່ງເລີ່ມຕັ້ງແຕ່ການຕິດຕັ້ງລະບົບເກັບພະລັງງານຈາກແສງອາທິດ ຫຼື Solar Cells ທີ່ສາມາດສ້າງພະລັງງານໄຟຟ້າໃຫ້ກັບຕູ້ສາກລົດໄຟຟ້າຂອງໂລກ້າ ແລະ ສຸດທ້າຍກໍນຳມາເປັນພະລັງງານສາກໃຫ້ກັບລົດໄຟຟ້າທັງລົດຂອງຄົນທົ່ວໄປ…


ໂລກ້າເລີ່ມຫັນປ່ຽນບໍລິການແທັກຊີຂອງຕົນໃຫ້ເປັນລົດໄຟຟ້າທັງໝົດ 100% ພາຍໃນປີ 2030 ພ້ອມຕິດຕັ້ງຕູ້ສາກລົດໄຟຟ້າເພື່ອຮອງຮັບ ໃຫ້ຄອບຄຸມທົ່ວປະເທດ

ກະແສການນຳໃຊ້ລົດໄຟຟ້າໃນປະເທດລາວແມ່ນນັບມື້ນັບສູງຂຶ້ນເນື່ອງມາຈາກປັດໄຈຫຼາຍໆຢ່າງທີ່ເກີດຂຶ້ນ ເຊິ່ງບໍລິສັດໂລກ້າພວກເຮົາກໍເຫັນເຖິງທ່າແຮງໂຕນີ້ເຊັ່ນກັນ ຈຶ່ງໄດ້ເລີ່ມທີ່ຈະມີນະໂຍບາຍໃນການເລີ່ມຫັນປ່ຽນບໍລິການແທັກຊີຂອງຕົນ ຈາກທີ່ແຕ່ເດີມນັ້ນ ລ້ວນແຕ່ເປັນລົດທີ່ໃຊ້ພະລັງງານນ້ຳມັນ ໃຫ້ກາຍມາເປັນລົດໄຟຟ້າທີ່ໃຫ້ບໍລິການແທັກຊີໂລກ້າທຸກໆຄັນ ໂດຍຕັ້ງເປົ້າໝາຍທີ່ຈະບັນລຸຄວາມສຳເລັດນີ້ໃຫ້ໄດ້ພາຍໃນປີ 2030.   ການນຳໃຊ້ລົດໄຟຟ້ານັ້ນ, ນອກຈາກຈະຊ່ວຍປະຢັດຕົ້ນທຶນໃຫ້ແກ່ຄົນຂັບໂລກ້າ ເພາະລາຄາສາກໄຟລົດທີ່ຖືກກວ່າຄ່າເຕີມນ້ຳມັນແລ້ວ ການນຳໃຊ້ລົດໄຟຟ້າຍັງສາມາດຫຼຸດຜ່ອນການເຜົາໄໝ້ນ້ຳມັນ ແລະ ຫຼຸດຜ່ອນການປ່ອຍ CO2 ທີ່ອອກມາຈາກຕົວລົດໄດ້ອີກດ້ວຍ. ໂດຍໃນປັດຈຸບັນ, ໂລກ້າແມ່ນມີລົດໄຟຟ້າໃຫ້ບໍລິການແທັກຊີແລ້ວ 5 ຄັນ ຈາກແທັກຊີທັງໝົດຂອງໂລກ້າ 600 ຄັນ, ຮັບ-ສົ່ງຜູ້ໂດຍສານແລ້ວເປັນໄລຍະທາງທັງໝົດຫຼາຍກວ່າ 18,912 ກິໂລແມັດ ແລະ ສາມາດຫຼຸດຜ່ອນການປ່ອຍ CO2 ໄດ້ເຖິງ 4,352 ກິໂລກຣາມ. ພວກເຮົາໄດ້ເລີ່ມທີ່ຈະຊຸກຍູ້ຄົນຂັບແທັກຊີຂອງຕົນໃຫ້ຫັນມາໃຊ້ເປັນລົດໄຟຟ້າໃນການບໍລິການ ໂດຍໃຫ້ທັງຄຳແນະນຳ, ການໃຫ້ຄວາມຮູ້ເລື່ອງລົດໄຟຟ້າຕ່າງໆ ລວມທັງໃຜທີ່ມີລົດໄຟຟ້າຢູ່ແລ້ວກໍສາມາດມາເຂົ້າຮ່ວມເປັນແທັກຊີ ເພື່ອສ້າງລາຍໄດ້ໃຫ້ກັບຕົວເອງ ແລະ ທັງຍັງສ້າງການຂັບຂີ່ເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ…