ອາຍຸບໍ່ສຳຄັນ! ພໍ່ບຸນລ້ຽງອາຍຸ 70 ປີ ມີລາຍໄດ້ຕໍ່ເດືອນກວ່າ 10 ລ້ານກີບ ເພາະມາຂັບໂລກ້າ

ການເປັນຜູ້ສູງອາຍຸນັ້ນ ຖືເປັນເລື່ອງລຳບາກໃນການຊອກຫາວຽກເຮັດງານທຳໃນສັງຄົມ ແລ້ວບາງຄັ້ງກໍໄດ້ສົ່ງຜົນໃຫ້ຜູ້ສູງອາຍຸນັ້ນ ກາຍເປັນພາລະໃຫ້ກັບລູກຫຼານ ໃນການເບິ່ງແຍງດູແລ ລວມທັງມີຄ່າໃຊ້ຈ່າຍຕ່າງໆທີ່ກໍຕ້ອງເປັນໜ້າທີ່ຂອງຄອບຄົວທີ່ຈະຕ້ອງຮັບຜິດຊອບໃຫ້ກັບພໍ່ແມ່. ແຕ່ນັ້ນບໍ່ແມ່ນກັບພໍ່ບຸນລ້ຽງ ທີ່ເຖິງຈະອາຍຸ 70 ປີແລ້ວ ພໍ່ກໍຍັງສາມາດທີ່ເຮັດວຽກຫາເງິນໄດ້ຫຼາຍກັບໂລກ້າ ແລະ ມີລາຍໄດ້ໃນການຫາລ້ຽງຊີບໄດ້ ໂດຍບໍ່ຕ້ອງຫວັງເພິ່ງລູກຫຼານເລີຍ. ພໍ່ບຸນລ້ຽງເຄີຍມີອາຊີບເປັນຄົນຂັບລົດໃຫ້ກັບອົງກອນຕ່າງປະເທດມາເປັນເວລາຫຼາຍປີ ຈົນມາເຖິງປີ 2016 ນັ້ນ ພໍ່ບຸນລ້ຽງກໍໄດ້ກະສຽນການເຮັດວຽກ ພ້ອມກັບຮັບເງິນບຳນານແທນ ໂດຍທີ່ບໍ່ຕ້ອງເຮັດວຽກອີກຕໍ່ໄປ. ແຕ່ດ້ວຍທີ່ພໍ່ນັ້ນ ເປັນຄົນທີ່ບໍ່ຢຸດນິ້ງໃນການທຳມາຫາກິນ ແລະ ບໍ່ຢາກທີ່ຈະເປັນພາລະໃຫ້ກັບລູກຫຼານ, ພໍ່ບຸນລ້ຽງຈຶ່ງໄດ້ຕັດສິນໃຈທີ່ຈະເອົາລົດຂອງຕົວເອງ ແລະ ເວລາວ່າງທີ່ມີຢູ່ ເພື່ອມາຂັບໃຫ້ບໍລິການແທັກຊີກັບໂລກ້າໃນປີ 2019 ຈາກທີ່ເຫັນຕາມການໂຄສະນາເທິງສື່ ແລະ ການແນະນຳຈາກລູກຫຼານ. “ໃນຊ່ວງເລີ່ມຕົ້ນ, ແນ່ນອນວ່າຕ້ອງມີອຸປະສັກທີ່ຕ້ອງພົບຫຼາຍຢ່າງ ເພາະພໍ່ເອງກໍເປັນຄົນທີ່ບໍ່ມີຄວາມຮູ້ເລື່ອງການນຳໃຊ້ເທັກໂນໂລຢີ ຫຼື ການນຳໃຊ້ແອັບຫຼາຍ, ແຕ່ກໍໂຊກດີທີ່ມີທີມງານໂລກ້າ ໄດ້ໃຫ້ຄຳແນະນຳ,…