LOCA ຮ່ວມຮັບລາງວັນທຸລະກິດດີເດັ່ນອາຊຽນປີ 2023 – ໝວດບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ

ພວກເຮົາມີຄວາມຕື່ນເຕັ້ນຫຼາຍ ທີ່ຈະປະກາດບາດກ້າວຄວາມສໍາເລັດທີ່ສໍາຄັນສໍາລັບ LOCA ຢູ່ທີ່ງານ ASEAN Business Award 2023 ທີ່ຈັດຂຶ້ນໃນນະຄອນຫຼວງຈາກາຕາໃນວັນທີ 4 ກັນຍາທີ່ຜ່ານມາ. ພວກເຮົາສາມາດຊະນະລາງວັນທຸລະກິດດີເດັ່ນອາຊຽນປີ 2023 ໃນໝວດ “ບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ” ເຊິ່ງນີ້ບໍ່ແມ່ນພຽງແຕ່ເປັນການສະແດງເຖິງການເຮັດວຽກໜັກຂອງພວກເຮົາ ແຕ່ມັນຍັງເປັນການສະທ້ອນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ທີ່ສ້າງບົດບາດໃໝ່ໃຫ້ກັບການເດີນທາງ ແລະ ປະສົບການການຈ່າຍເງິນໃຫ້ນັກທ່ອງທ່ຽວ.   ສໍາລັບ LOCA, ການເດີນທາງຂອງພວກເຮົາບໍ່ແມ່ນແຕ່ເພື່ອໄດ້ຮັບການຍ້ອງຍໍຊົມເຊີຍ ແຕ່ມັນຄືການສ້າງຄວາມຝັນນັ້ນໃຫ້ເປັນຈິງ. ພວກເຮົາມີຄວາມພາກພູມໃຈຢ່າງຍິ່ງໃນການເປັນ Startup ໂດຍຄົນລາວ ທີ່ໄດ້ຂຽນລົງປະຫວັດສາດໜ້າໃໝ່ໃຫ້ກັບວົງການການເດີນທາງ ແລະ ການຈ່າຍເງິນໃນລາວ. ໄຊຊະນະຂອງພວກເຮົາໃນງານອັນມີກຽດຄັ້ງນີ້ ແມ່ນໄດ້ເປັນເຄື່ອງໝາຍໃຫມ່ຕໍ່ການສ້າງນະວັດຕະກໍາທີ່ຍິ່ງໃຫຍ່ ທີ່ໄດ້ເກີດຂຶ້ນຢູ່ໃນປະເທດລາວ ແລະ ນີ້ຄືການຫັນປ່ຽນທີ່ສຳຄັນທີ່ທາງ LOCA ໄດ້ໃຫ້ສັນຍາໄວ້ກັບສັງຄົມ. ແຕ່ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງພວກເຮົາບໍ່ໄດ້ສິ້ນສຸດພຽງແຕ່ລາງວັນເທົ່ານັ້ນ…


LOCA Introduces “Climate Dashboard” Feature, Empowering Users to Track Their Environmental Impact in Real Time

LOCA, the leading ride-hailing app renowned for its commitment to sustainable transportation solutions, proudly announces the launch of its latest feature: the revolutionary “Climate Dashboard.” This innovative tool allows LOCA users to actively monitor and visualize their carbon footprint reduction…


LOCA ພ້ອມແລ້ວ! ໃຫ້ບໍລິການແທັກຊີລົດໄຟຟ້າໃນປະເທດລາວ ສ້າງການບໍລິການທີ່ເປັນມິດຕໍ່ສິ່ງແວດລ້ອມ

LOCA ຫຼື ໂລກ້າ ຜູ້ໃຫ້ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນລາວ ປະກາດພ້ອມໃຫ້ບໍລິການແທັກຊີທີ່ເປັນລົດໄຟຟ້າ ລວມເຖິງລົດຈັກໄຟຟ້າ ໃນການສົ່ງເຄື່ອງ ແລະ ຮັບ-ສົ່ງຜູ້ໂດຍສານ ເພື່ອສ້າງການເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຫຼຸດຜ່ອນການປ່ອຍມົນລະພິດສູ່ອາກາດ. ປັດຈຸບັນ, ໂລກ້າແມ່ນໄດ້ໃຫ້ບໍລິການແທັກຊີອອນລາຍມາຫຼາຍກວ່າ 4 ປີ ເຊິ່ງສາມາດສ້າງເຄືອຂ່າຍລົດແທັກຊີໃນລະບົບຂອງໂລກ້າແລ້ວຫຼາຍກວ່າ 600 ຄັນ ເຊິ່ງໃນນັ້ນແມ່ນປະກອບມີລົດແທັກຊີທີ່ເປັນລົດໄຟຟ້າແລ້ວກວ່າ 52 ຄັນ. ພາຍໃນປີ 2025, ໂລກ້າຕັ້ງເປົ້າທີ່ຈະມີບໍລິການແທັກຊີໃນລະບົບຫຼາຍກວ່າ 1000 ຄັນ ເຊິ່ງໃນນັ້ນຈະເປັນລົດໄຟຟ້າ 500 ຄັນ ແລະ ໃນປີ 2030 ແມ່ນຈະຫັນເປັນບໍລິການແທັກຊີລົດໄຟຟ້າໃຫ້ໄດ້ 100% ເຊິ່ງຄາດການວ່າຈະມີແທັກຊີລົດໄຟຟ້າຫຼາຍກວ່າ 5000 ຄັນ. ຈາກບໍລິການແທັກຊີໂລກ້າທີ່ເປັນລົດໄຟຟ້າໃນຊ່ວງເວລາທີ່ຜ່ານມາ ແມ່ນໄດ້ກະແສຕອບຮັບທີ່ດີຫຼາຍຈາກຄົນລາວເອງ…


ອາຊີບໃໝ່ຂອງຄົນຍຸກໃໝ່ ມາຜ່ອນລົດໄຟຟ້າຂັບເປັນແທັກຊີກັບໂລກ້າ ລາຍໄດ້ດີ ມີອິດສະຫຼະ

ປັດຈຸບັນ, ການທ່ອງທ່ຽວໃນປະເທດລາວນັ້ນ ແມ່ນມີການເຕີບໂຕຢ່າງຕໍ່ເນື່ອງ ອີງຕາມການເປີດປະເທດມາຕັ້ງແຕ່ເດືອນພຶດສະພາມາ ກໍເຫັນໄດ້ວ່າມີນັກທ່ອງທ່ຽວຈາກທົ່ວໂລກໄດ້ຫຼັ່ງໄຫຼເຂົ້າມາທ່ຽວລາວຢ່າງຫຼວງຫຼາຍ. ແນ່ນອນວ່າ ເມື່ອມີນັກທ່ອງທ່ຽວເຂົ້າມາ ການເດີນທາງກໍຖືເປັນສິ່ງສຳຄັນໃນການໄປມາຂອງນັກທ່ອງທ່ຽວທີ່ອາດຈະບໍ່ຄຸ້ນເຄີຍກັບເສັ້ນທາງໃນລາວ. ນອກຈາກນັກທ່ອງທ່ຽວແລ້ວ ຄົນໃນປະເທດເອງກໍມີການໃຊ້ບໍລິການຂອງໂລກ້າຫຼາຍຂຶ້ນ ເນື່ອງຈາກຄວາມສະດວກສະບາຍ. ສະນັ້ນ, ໂລກ້າຂໍນຳສະເໜີອາຊີບໃໝ່ ຫຼື ການລົງທຶນແບບໃໝ່ທີ່ຈະເຮັດໃຫ້ທ່ານມີລາຍໄດ້ເພີ່ມຂຶ້ນຈາກການເຂົ້າມາຂອງນັກທ່ອງທ່ຽວ ນັ້ນກໍຄືການລົງທຶນໃນລົດແທັກຊີໄຟຟ້າ ເພື່ອຮັບ-ສົ່ງ ແລະ ໃຫ້ບໍລິການການເດີນທາງໃຫ້ກັບບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ທ່ານບໍ່ຈຳເປັນຕ້ອງລົງທຶນ 100% ໃນຕອນທຳອິດ, ເລີ່ມຕົ້ນຈ່າຍພຽງຈຳນວນໜຶ່ງຂອງລາຄາລົດ ກໍສາມາດຮັບລົດໄຟຟ້າໄປຂັບໄດ້ເລີຍ ເພື່ອຂັບເປັນແທັກຊີຮັບ-ສົ່ງຜູ້ໂດຍສານ ສ້າງລາຍໄດ້ໃຫ້ຕົວເອງ ແລະ ຊ່ວຍຈ່າຍຄ່າຜ່ອນລົດໃນແຕ່ລະເດືອນໄດ້ອີກນຳ. ຍິ່ງທ່ານຂັບຫຼາຍ ກໍຍິ່ງມີລາຍໄດ້ຫຼາຍ ເຮັດໃຫ້ສາມາດຜ່ອນລົດໄດ້ໝົດໄວຂຶ້ນນຳອີກດ້ວຍ. ແລ້ວເປັນຫຍັງຈຶ່ງຕ້ອງເປັນລົດໄຟຟ້າທີ່ເອົາມາຂັບເປັນແທັກຊີ? ເພາະລົດໄຟຟ້ານັ້ນສາມາດປະຢັດຕົ້ນທຶນຄ່ານ້ຳມັນໃຫ້ທ່ານໄດ້ຫຼາຍເທົ່າ ສາກເທື່ອໜຶ່ງກໍສາມາດແລ່ນລົດໄດ້ກວ່າ 400 ກິໂລແມັດ ໂດຍສາກລົດໃຊ້ເວລາພຽງ 30-40…


ໂລກ້າປະກາດໃນງານ Lao EV Forum ກຽມໃຫ້ບໍລິການຜ່ອນລົດໄຟຟ້າໃຫ້ກັບຄົນຂັບໂລກ້າ ແລະ ພ້ອມໃຫ້ບໍລິການຕູ້ສາກລົດໄຟຟ້າແລ້ວໃນເດືອນມິຖຸນານີ້!

ງານກອງປະຊຸມເສວະນາກ່ຽວກັບຍານພາຫະນະໄຟຟ້າໃນ ສປປ ລາວ ຫຼື Lao EV Forum ໃນວັນທີ 3 ມິຖຸນາ ທີ່ໂຮງແຮມຄຣາວພລາຊ່າທີ່ຜ່ານມາ ເປັນໜຶ່ງໃນງານທີ່ເປັນໝຸດໝາຍສຳຄັນໃນການເປີດຍຸກໃໝ່ໃຫ້ກັບສັງຄົມລາວກ່ຽວກັບການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. ທ່ານ ສຸລິໂຍ ວົງດາລາ, ຜູ້ອຳນວຍການບໍລິສັດໂລກ້າ ໄດ້ກ່າວໃນງານເຖິງແຜນການການຫັນປ່ຽນບໍລິການແທັກຊີໃນລະບົບຂອງໂລກ້ານັ້ນ ໃຫ້ເປັນລົດໄຟຟ້າໃຫ້ໄດ້ທຸກຄັນພາຍໃນປີ 2030, ໂດຍໃນປີ 2022​ ນີ້ແມ່ນໄດ້ຕັ້ງເປົ້າໄວ້ທີ່ 30 ຄັນ. ໃນໂຄງການຫັນປ່ຽນເປັນລົດໄຟຟ້າທັງໝົດນັ້ນ, ໂລກ້າຈະມີການປ່ອຍເປັນສິນເຊື່ອເພື່ອໃຫ້ຄົນຂັບໂລກ້ານັ້ນ ສາມາດມາຜ່ອນເອົາລົດໄຟຟ້າໄປຂັບໄດ້ ເພື່ອເຮັດໃຫ້ຕົ້ນທຶນທີ່ຖືກລົງ ແລະ ຄົນຂັບເອງກໍຈະມີລາຍໄດ້ທີ່ຫຼາຍຂຶ້ນເພື່ອສາມາດລ້ຽງຄອບຄົວໄດ້. ໃນເປົ້າໝາຍໄລຍະຍາວນັ້ນ, ພວກເຮົາຢາກທີ່ຈະສ້າງລະບົບນິເວດຂອງບໍລິການແທັກຊີທີ່ສ້າງມົນລະພິດເປັນສູນໃຫ້ໄດ້ 100% ເຊິ່ງເລີ່ມຕັ້ງແຕ່ການຕິດຕັ້ງລະບົບເກັບພະລັງງານຈາກແສງອາທິດ ຫຼື Solar Cells ທີ່ສາມາດສ້າງພະລັງງານໄຟຟ້າໃຫ້ກັບຕູ້ສາກລົດໄຟຟ້າຂອງໂລກ້າ ແລະ ສຸດທ້າຍກໍນຳມາເປັນພະລັງງານສາກໃຫ້ກັບລົດໄຟຟ້າທັງລົດຂອງຄົນທົ່ວໄປ…


ໂລກ້າເລີ່ມຫັນປ່ຽນບໍລິການແທັກຊີຂອງຕົນໃຫ້ເປັນລົດໄຟຟ້າທັງໝົດ 100% ພາຍໃນປີ 2030 ພ້ອມຕິດຕັ້ງຕູ້ສາກລົດໄຟຟ້າເພື່ອຮອງຮັບ ໃຫ້ຄອບຄຸມທົ່ວປະເທດ

ກະແສການນຳໃຊ້ລົດໄຟຟ້າໃນປະເທດລາວແມ່ນນັບມື້ນັບສູງຂຶ້ນເນື່ອງມາຈາກປັດໄຈຫຼາຍໆຢ່າງທີ່ເກີດຂຶ້ນ ເຊິ່ງບໍລິສັດໂລກ້າພວກເຮົາກໍເຫັນເຖິງທ່າແຮງໂຕນີ້ເຊັ່ນກັນ ຈຶ່ງໄດ້ເລີ່ມທີ່ຈະມີນະໂຍບາຍໃນການເລີ່ມຫັນປ່ຽນບໍລິການແທັກຊີຂອງຕົນ ຈາກທີ່ແຕ່ເດີມນັ້ນ ລ້ວນແຕ່ເປັນລົດທີ່ໃຊ້ພະລັງງານນ້ຳມັນ ໃຫ້ກາຍມາເປັນລົດໄຟຟ້າທີ່ໃຫ້ບໍລິການແທັກຊີໂລກ້າທຸກໆຄັນ ໂດຍຕັ້ງເປົ້າໝາຍທີ່ຈະບັນລຸຄວາມສຳເລັດນີ້ໃຫ້ໄດ້ພາຍໃນປີ 2030.   ການນຳໃຊ້ລົດໄຟຟ້ານັ້ນ, ນອກຈາກຈະຊ່ວຍປະຢັດຕົ້ນທຶນໃຫ້ແກ່ຄົນຂັບໂລກ້າ ເພາະລາຄາສາກໄຟລົດທີ່ຖືກກວ່າຄ່າເຕີມນ້ຳມັນແລ້ວ ການນຳໃຊ້ລົດໄຟຟ້າຍັງສາມາດຫຼຸດຜ່ອນການເຜົາໄໝ້ນ້ຳມັນ ແລະ ຫຼຸດຜ່ອນການປ່ອຍ CO2 ທີ່ອອກມາຈາກຕົວລົດໄດ້ອີກດ້ວຍ. ໂດຍໃນປັດຈຸບັນ, ໂລກ້າແມ່ນມີລົດໄຟຟ້າໃຫ້ບໍລິການແທັກຊີແລ້ວ 5 ຄັນ ຈາກແທັກຊີທັງໝົດຂອງໂລກ້າ 600 ຄັນ, ຮັບ-ສົ່ງຜູ້ໂດຍສານແລ້ວເປັນໄລຍະທາງທັງໝົດຫຼາຍກວ່າ 18,912 ກິໂລແມັດ ແລະ ສາມາດຫຼຸດຜ່ອນການປ່ອຍ CO2 ໄດ້ເຖິງ 4,352 ກິໂລກຣາມ. ພວກເຮົາໄດ້ເລີ່ມທີ່ຈະຊຸກຍູ້ຄົນຂັບແທັກຊີຂອງຕົນໃຫ້ຫັນມາໃຊ້ເປັນລົດໄຟຟ້າໃນການບໍລິການ ໂດຍໃຫ້ທັງຄຳແນະນຳ, ການໃຫ້ຄວາມຮູ້ເລື່ອງລົດໄຟຟ້າຕ່າງໆ ລວມທັງໃຜທີ່ມີລົດໄຟຟ້າຢູ່ແລ້ວກໍສາມາດມາເຂົ້າຮ່ວມເປັນແທັກຊີ ເພື່ອສ້າງລາຍໄດ້ໃຫ້ກັບຕົວເອງ ແລະ ທັງຍັງສ້າງການຂັບຂີ່ເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ…