ບໍລິສັດ ໂລກ້າ ໄດ້ຂະຫຍາຍຮອບລະດົມທຶນດ້ວຍຮຸ້ນກູ້ສີຂຽວ 2.5 ລ້ານໂດລາສະຫະລັດ ເພື່ອຮອງຮັບ ແລະ ຂະຫຍາຍການນຳໃຊ້ລົດໄຟຟ້າ ແລະ ການຂັບຂີ່ສີຂຽວ (Green Mobility) ໃນລາວ.

ບໍລິສັດ ໂລກ້າ ໄດ້ຂະຫຍາຍຮອບລະດົມທຶນດ້ວຍຮຸ້ນກູ້ສີຂຽວ 2.5 ລ້ານໂດລາສະຫະລັດ ເພື່ອຮອງຮັບ ແລະ ຂະຫຍາຍການນຳໃຊ້ລົດໄຟຟ້າ ແລະ ການຂັບຂີ່ສີຂຽວ (Green Mobility) ໃນລາວ. ນະຄອນຫຼວງວຽງຈັນ, ສປປ ລາວ – ເດືອນມິຖຸນາ 2025 – ໂລກ້າ ເຊິ່ງເປັນບໍລິສັດ ໃຫ້ບໍລິການເອີ້ນລົດໂດຍສານອອນລາຍ ລາຍໃຫຍ່ໃນປະເທດ ແລະ ເປັນບໍລິສັດຊັ້ນນໍາຂອງປະເທດທີ່ເລີ່ມຕົ້ນການຂັບເຄື່ອນລົດໂດຍສານດ້ວຍລົດໄຟຟ້າ, ມີຄວາມພູມໃຈທີ່ຈະປະກາດການຂະຫຍາຍຮອບການລະດົມທຶນໃນປັດຈຸບັນ ໂດຍຜ່ານການອອກຮຸ້ນກູ້ສີຂຽວ ລວມເຖິງ 2.5 ລ້ານໂດລາສະຫະລັດ (ທຽບເທົ່າ). ເງິນທຶນໃໝ່ນີ້ ຈະຊ່ວຍເລັ່ງເຮັດໃຫ້ວິໄສທັດຂອງ ບໍລິສັດ ໂລກ້າ ໃນການຫັນປ່ຽນການຂົນສົ່ງໃນຕົວເມືອງໃນລາວ ດ້ວຍການຂັບເຄື່ອນດ້ວຍລົດໄຟຟ້າ ແລະ ໂຄງລ່າງແບບຍືນຍົງ…