ໂລກ້າ ບໍລິການແທັກຊີອອນລາຍ 24ຊົ່ວໂມງ

ໂລກ້າ ແມ່ນແອັບພລິເຄຊັນໃຫ້ບໍລິການແທັກຊີອອນລາຍ ທີ່ເນັ້ນຄວາມສະດວກສະບາຍ ປອດໄພ ແລະ ລາຄາໂປ່ງໃສ

AppstoreGoogleplay * Requires iOS 8.0 or higher *Android 6.0 or higher
Appset image

ໂລກ້າ ແມ່ນແອັບພລິເຄຊັນໃຫ້ບໍລິການແທັກຊີອອນລາຍທີ່ເນັ້ນຄວາມທັນສະໄຫມ ເປີດໃຫ້ບໍລິການມາແລ້ວຕັ້ງແຕ່ປີ 2018 ເຊິ່ງເປັນບໍລິສັດຂອງຄົນລາວ ແລະ ໄດ້ກາຍບໍລິການທີ່ນັກທ່ອງທ່ຽວ, ແຂກຕ່າງປະເທດ, ສໍານັກຂ່າວຕ່າງໆຈາກພາຍໃນ ແລະ ຕ່າງປະເທດກ່າວເຖິງ ແລະ ແນະນໍາມາຕະຫຼອດ.

ຕະຫຼອດ 24ຊົ່ວໂມງ ພຽງແຕ່ເປີດແອັບຂຶ້ນມາ

ບໍ່ວ່າທ່ານຈະຢູ່ໃສ ກໍ່ສາມາດເອີ້ນລົດແທັກຊີຂອງໂລກ້າມາຮັບທ່ານໄດ້ຕະຫຼອດ 24ຊົ່ວໂມງ ພຽງແຕ່ເປີດແອັບຂຶ້ນມາ ແລ້ວກົດເອີ້ນ ເທົ່ານັ້ນລົດກໍ່ຈະມາຮັບທ່ານທັນທີແບບບໍ່ຕ້ອງລໍຖ້າ

ບໍລິການທີ່ມີຄວາມປອດໄພ ທັງກາງເວັນ ຫລື ກາງຄືນ.

ມີຂັ້ນຕອນການກວດກາປະຫວັດຄົນຂັບທຸກໆຄົນ ຜ່ານການເຊັນຢັ້ງຢືນຈາກບ້ານ, ມີໃບແຈ້ງໂທດ ແລະ ເອກະສານທີ່ສະແດງທີ່ຢູ່ເປັນຫຼັກແຫຼ່ງພ້ອມຄອບຄົວ. ມີປະກັນໄພອຸບັດຕິເຫດຕໍ່ຜູ້ໂດຍສານສູງເຖິງ 500ລ້ານກີບຕໍ່ຄັ້ງ

ບໍລິການທີ່ເປັນທໍາ ແລະ ລາຄາໂປ່ງໃສ

ລະບົບຂອງໂລກ້າຈະເປັນຄົນກໍານົດ ແລະ ຄໍານວນລາຄາ ໂດຍຈະສະແດງໃຫ້ຜູ້ໃຊ້ບໍລິການ ແລະ ຜູ້ໃຫ້ບໍລິການໄດ້ເຫັນພ້ອມກັນທັນທີ ເພື່ອໃຫ້ລູກຄ້າໝັ້ນໃຈໄດ້ວ່າຈະບໍ່ຖືກໂກງລາຄາ

External image

ສິ່ງທີ່ໂລກ້າປະຕິບັດ ເພື່ອຄວາມປອດໄພຂອງຜູ້ໃຊ້

ມີຄວາມປອດໄພ ບໍ່ວ່າທ່ານຈະໃຊ້ບໍລິການໃນຍາມກາງເວັນ ຫລື ກາງຄືນ

ຮູບແບບການຊໍາລະເງິນ

ຜູ້ໃຊ້ສາມາດຊໍາລະຄ່າບໍລິການຜ່ານເງິນສົດ, ຫລື ບັດ VISA, MASTER, JCB, ແລະ UnionPay ກໍ່ໄດ້

ນອກນັ້ນ ໂລກ້າ ຍັງຮັບການຊໍາລະ ຜ່ານການເຕີມເງິນເຂົ້າແອັບ ດ້ວຍຊໍາການຊໍາລະຜ່ານ BCEL ONE

External image
External image

ຢູ່ໃສກໍ່ເອີ້ນໄດ້ ລົດມາຮັບໄດ້

ໂລກ້າເນັ້ນຄວາມສະດວກສະບາຍໃນການເອີ້ນໃຊ້ບໍລິການແທັກຊີ ບໍ່ວ່າທ່ານຈະຢູ່ໃສ ກໍ່ສາມາດເອີ້ນລົດແທັກຊີຂອງໂລກ້າມາຮັບທ່ານໄດ້ຕະຫຼອດ 24ຊົ່ວໂມງ ພຽງແຕ່ເປີດແອັບຂຶ້ນມາ ແລ້ວກົດເອີ້ນ ເທົ່ານັ້ນລົດກໍ່ຈະມາຮັບທ່ານທັນທີແບບບໍ່ຕ້ອງລໍຖ້າ

ຄໍາຖາມທີ່ພົບເຫັນເລື້ອຍໆ

ລາຄາ ຄ່າບໍລິການ ໄລ່ແບບໃດ?

ໂລກ້າ ແບ່ງບໍລິການອອກເປັນ 6 ປະເພດ ໂດຍແຕ່ລະປະເພດຈະມີຫົວຫນ່ວຍລາຄາທີ່ແຕກຕ່າງກັນດັ່ງລຸ່ມນີ້

ລົດໃຫຍ່ທົ່ວໄປ ລົດເກັງ ລົດມີແອ:

ເງິນພື້ນຖານ 12,000 ກີບ

+ ໄລຍະທາງ 9,600 ກີບ/ກມ

+ ເວລາ 350 ກີບ/ນາທີ ທີ່ນັ່ງລົດ

+ ປະກັນໄພ 1,500 ກີບ/ຖ້ຽວ

 

ລົດຈັກຮັບຈ້າງ

ເງິນພື້ນຖານ 15,000 ກີບ

+ ໄລຍະທາງ 6,500 ກີບ/ກມ (ຫຼັງຈາກ 2 ກິໂລແມັດຂຶ້ນໄປ)

+ ເວລາ 0 ກີບ/ນາທີ ທີ່ນັ່ງລົດ

+ ປະກັນໄພ 1,500 ກີບ/ຖ້ຽວ

 

ລົດພລັສ ລົດເກັງຂະຫນາດໃຫຍ່ນັ່ງຫຼາຍຄົນ:

ເງິນພື້ນຖານ 15,000 ກີບ

+ ໄລຍະທາງ 10,200 ກີບ/ກມ

+ ເວລາ 400 ກີບ/ນາທີ ທີ່ນັ່ງລົດ (ຫຼັງຈາກ 2 ນາທີຂຶ້ນໄປ)

+ ປະກັນໄພ 1,500 ກີບ/ຖ້ຽວ

 

ບໍລິການສົ່ງເຄື່ອງດ່ວນ

ເງິນພື້ນຖານ 20,000 ກີບ

+ ໄລຍະທາງ 7,000 ກີບ/ກມ

+ ເວລາ 0 ກີບ/ນາທີ ທີ່ນັ່ງລົດ

+ ປະກັນໄພ 1,500 ກີບ/ຖ້ຽວ

 

ລົດຄິ້ວນ້ອຍ ບໍ່ມີແອ:

ເງິນພື້ນຖານ 15,000 ກີບ

+ ໄລຍະທາງ 6,000 ກີບ/ກມ

+ ເວລາ 350 ກີບ/ນາທີ ທີ່ນັ່ງລົດ (ຫຼັງຈາກ 2 ນາທີຂຶ້ນໄປ)

+ ປະກັນໄພ 1,500 ກີບ/ຖ້ຽວ

 

ລົດກະບະ ສໍາລັບນັ່ງຫຼາຍຄົນ ຫລື ໃສ່ເຄື່ອງຈໍານວນຫຼາຍ:

ເງິນພື້ນຖານ 25,000 ກີບ

+ ໄລຍະທາງ 12,000 ກີບ/ກມ

+ ເວລາ 500 ກີບ/ນາທີ ທີ່ນັ່ງລົດ (ຫຼັງຈາກ 2 ນາທີຂຶ້ນໄປ)

+ ປະກັນໄພ 1,500 ກີບ/ຖ້ຽວ

ປະກັນໄພອຸບັດຕິເຫດ 500ລ້ານ ຕໍ່ຄັ້ງ ປະກອບມີຫຍັງແນ່?

ພວກເຮົາເລັງເຫັນຄວາມສໍາຄັນດ້ານການບໍລິການ ແລະ ຄວາມປອດໄພ ເລີ່ມວັນທີ 1/01/2021 ເປັນຕົ້ນມາ ທຸກໆຖ້ຽວບໍລິການຂອງໂລກ້າແທັກຊີອອນລາຍ 24ຊົ່ວໂມງ ຈະມີປະກັນໄພຄຸ້ມຄອງອຸບັດຕິເຫດສູງສຸດ 500ລ້ານກີບ ຕໍ່ 1 ອຸບັດຕິເຫດ ຈາກພົງສະຫວັນປະກັນໄພ ເຊິ່ງມີລາຍລະອຽດດັ່ງນີ້:
  • ຄຸ້ມຄອງກໍລະນີບາດເຈັບສູງສຸດຕໍ່ຄັ້ງ 500,000,000 ກີບ
  • ເສຍຊີວິດ ຫຼື ພິການຖາວອນ (ສູງສຸດຕໍ່ຄົນ) 80,000,000ກີບ
  • ຄ່າປິ່ນປົວກໍລະນີບາດເຈັບ (ສູງສຸດຕໍ່ຄົນ) 8,000,000ກີບ
  • ເງິນຊົດເຊີຍອອກໂຮງໝໍ 300,000ກີບ
  • ຊົດໃຊ້ຄ່າເສຍຫາຍຕໍ່ຊັບສິນສູງສຸດ 50,000,000ກີບ

ໂລກ້າມີບໍລິການຢູ່ແຂວງໃດແນ່?

ປັດຈຸບັນໂລກ້າ ມີບໍລິການຢູ່ ນະຄອນຫຼວງວຽງຈັນ, ຫຼວງພະບາງ, ປາກເຊ, ສະຫວັນນະເຂດ, ວັງວຽງ.