LOCA EV
ແອັບ Loca EV ເປັນແອັບທີ່ຈະມາຊ່ວຍໃຫ້ການສາກລົດໄຟຟ້າຂອງເຈົ້າສະດວກຂຶ້ນ, ໄວຂຶ້ນ ແລະ ງ່າຍຂຶ້ນ. Loca EV ເປັນບ່ອນຮວບຮວມເອົາທຸກຄວາມຕ້ອງການໃນການສາກລົດໄຟຟ້າຂອງເຈົ້າມາໄວ້ທີ່ດຽວ ບໍ່ວ່າຈະເປັນຊອກຫາຈຸດທີ່ຕັ້ງຕູ້ສາກ, ການສາກລົດໄຟຟ້າ ແລະ ການຈ່າຍເງິນ.
- ເບິ່ງຕູ້ສາກໂລກ້າໄດ້ທຸກບ່ອນ
- ຮວບຮວມການສາກໄວ້ທີ່ແອັບດຽວ
- ຈັດການທຸກຂັ້ນຕອນເລື່ອງການຊຳລະ


ເບິ່ງຕູ້ສາກໂລກ້າທຸກບ່ອນທົ່ວປະເທດລາວ
- ຄົ້ນຫາຕູ້ສາກທີ່ຢູ່ໃກ້ທ່ານ ບໍ່ຕ້ອງຊອກຫາໃຫ້ເສຍເວລາ.
- ກວດສະຖານະວ່າງຂອງຫົວສາກກ່ອນໄປ ເພື່ອບໍ່ໃຫ້ເສຍເວລາເດີນທາງໄປ.
- ເບິ່ງລາຍລະອຽດຕູ້ສາກໄດ້ບໍ່ວ່າຈະເປັນປະເພດຫົວສາກ, ສິ່ງອຳນວຍຄວາມສະດວກໃນບໍລິເວນຕູ້ສາກ.
ຮອງຮັບທັງລົດທີ່ມີຮູສາກ GB/T ແລະ CCS Type 2.
ຮວບຮວມການສາກໄວ້ທີ່ແອັບດຽວ
- ກວດທຸກປະຫວັດການສາກໄດ້ທຸກບ່ອນທີ່ເຄີຍໄປສາກ.
- ຈອງຫົວສາກໄດ້ກ່ອນເດີນທາງໄປຮອດ 15 ນາທີ.
- ຕິດຕາມເປີເຊັນການສາກລົດ ແລະ ການຄິດໄລ່ລາຄາສາກແບບ Real Time.


ຈັດການທຸກຂັ້ນຕອນເລື່ອງຊຳລະ
- ເຕີມເງິນເຂົ້າແອັບງ່າຍໆ ບໍ່ວ່າຈະເປັນບັດເຄຣິດິດ ຫຼື ທະນາຄານໃນລາວ.
- ຊຳລະຄ່າສາກອັດຕະໂນມັດໃນແອັບໄດ້ເລີຍ.
- ບໍ່ຕ້ອງໃຊເງິນສົດ, ຈ່າຍທຸກຢ່າງຜ່ານ LOCA EV.
ບັດ LOCA EV ຄົບທຸກຄວາມຕ້ອງການ ທີ່ຜູ້ໃຊ້ລົດໄຟຟ້າຕ້ອງມີ




ລາຄາບັດ Loca EV ນັ້ນແມ່ນມີແຕ່ພຽງ 70,000 ກີບ
ສົນໃຈຕິດຕໍ່ຊື້ບັດໄດ້ທີ່ເບີ: 02055761630 (ໂທ ແລະ ວັອດແອັບ)
