ສາກລົດໄຟຟ້າຜ່ານແອັບ LOCA EV ຈະສາກດ້ວຍວິທີໃດກໍເຮັດງ່າຍໆ
ໃຊ້ເວລາບໍ່ເຖິງນາທີ
ແບບທີ 1: ສະແກນສາກ
- ກົດທີ່ປຸ່ມຮູບ QR Code
- ກົດເລືອກຫົວສາກທີ່ຕູ້ສາກໂລກ້າ ແລະ ສະແກນທີ່ QR Code ນັ້ນ
- ກົດ Start Charging ແລ້ວຖອດຫົວສາກອອກມາເລີ່ມສາກລົດໄດ້ເລີຍ

ແບບທີ 2: ໃຊ້ແອັບສາກ
- ກົດເລືອກເອົາສະຖານີສາກທີ່ຕົວເອງຢູ່
- ປັດຈໍຂຶ້ນມາ ແລະ ເລືອກເອົາຫົວສາກຂອງຕົວເອງ
- ກົດ Start Charging ແລະ ຖອດຫົວສາກອອກມາເລີ່ມສາກລົດໄດ້ເລີຍ

ແບບທີ 3: ໃຊ້ບັດ LOCA EV ສາກ
- ກົດເລືອກຫົວສາກທີ່ຕ້ອງການຢູ່ທີ່ຕູ້ສາກໂລກ້າ
- ນຳບັດໄປແປະທີ່ຈຸດຕູ້ສາກກຳນົດໄວ້
- ກົດທີ່ປຸ່ມທຳອິດ Charging Automatically ແລະ ຖອດຫົວສາກອອກມາສາກລົດໄດ້ເລີຍ
