ເຊື່ອມຕໍ່ບັດ LOCA EV ເຂົ້າກັບແອັບ LOCA EV
ໃຊ້ສາກລົດດ້ວຍບັດ ແບບບໍ່ຕ້ອງມີໂທລະສັບ
ຂັ້ນຕອນທີ 1
- ກົດເລືອກຫົວສາກຫົວໃດກໍໄດ້ທີ່ຕູ້ສາກ
- ກຽມບັດໃຫ້ພ້ອມ
- ເປີດແອັບ LOCA EV ແລ້ວໄປທີ່ເມນູ
- ເຂົ້າໄປທີ່ “RFID Cards”

ຂັ້ນຕອນທີ 2
- ກົດປຸ່ມ “Add RFID Tag”
- ກົດປຸ່ມ “Scan QR Code”
- ສະແກນ QR Code ທີ່ໜ້າຈໍຂອງຕູ້ສາກ

ຂັ້ນຕອນທີ 3
- ຫຼັງຈາກສະແກນແລ້ວ ໃຫ້ເອົາບັດ LCOA EV ໄປແປະໃສ່ຕູ້ທີ່ຈຸດຂອງມັນ
- ໃຫ້ເບິ່ງທີ່ແອັບ LOCA EV ທີ່ຈະເດັ້ງເປັນໜ້າໃຫ້ໃສ່ຂໍ້ມູນຂຶ້ນມາ
- ໃສ່ອີເມວ ແລະ ຕັ້ງລະຫັດຜ່ານໃຫ້ກັບບັນຊີ Loca EV ຂອງທ່ານ
- ໃສ່ຊື່ບັດຂອງທ່ານ ພຽງເທົ່ານີ້ທ່ານສາມາດນຳໃຊ້ບັດ LOCA EV ໃນການສາກລົດແທນການໃຊ້ແອັບໄດ້ແລ້ວ

