Appset image

LOCA PAY ແມ່ນຫຍັງ?

Loca Pay ຫຼື ໂລກ້າເພ ແມ່ນບໍລິການຮັບຊຳລະຈາກບັດເຄຣິດິດ/ເດບິດ ມາສູ່ ຮ້ານຄ້າໂດຍການຈ່າຍຜ່ານຄິວອາໂຄ້ດທີ່ມີຢູ່ແລ້ວຂອງທະນາຄານໃນລາວ.

Loca Pay ເຮົານັ້ນມີເປົ້າໝາຍໃນການເປັນຕົວກາງໃຫ້ນັກທ່ອງທ່ຽວນັ້ນ ສາມາດຈັບຈ່າຍໃຊ້ສອຍໃນຮ້ານອາຫານ ຫຼື ຮ້ານຄ້າຕ່າງໆ ທີ່ເປັນທຸລະກິດຂະໜາດນ້ອຍ ໄດ້ຫຼາຍຂຶ້ນ ໂດຍທີ່ທາງຮ້ານນັ້ນບໍ່ຈຳເປັນຕ້ອງມີເຄື່ອງຮູດບັດເຄຣດິດ, ບໍ່ຕ້ອງສະຫມັກໃຫມ່, ພຽງໃຊ້ QR CODE ທີ່ມີຢູ່ແລ້ວກໍສາມາດຮັບເງິນຈາກນັກທ່ອງທ່ຽວທີ່ໃຊ້ບັດເຄຣດິດໄດ້ເລີຍ

Appset image

ຮັບເງິນຈາກນັກທ່ອງທ່ຽວຢ່າງງ່າຍດາຍ

ທຸລະກິດຂອງທ່ານບໍ່ເປັນຕ້ອງມີເຄື່ອງຮູດບັດເຄຣິດິດ ຫຼື ເຄື່ອງມືອື່ນໆໃຫ້ຫຍຸ້ງຍາກ, ແລະ ບໍ່ຈໍາເປັນຕ້ອງເປີດບັນຊີໃຫມ່ໃດໆ. ທ່ານຕ້ອງການພຽງກວດສອບວ່າ QR CODE ຂອງທ່ານ ເປັນມາດຕະຖານກາງ LAO QR ແລ້ວ ເທົ່ານີ້ນັກທ່ອງທ່ຽວກໍສາມາດໃຊ້ຈ່າຍໄດ້ໃນບໍລິການ ຫຼື ສິນຄ້າຂອງທ່ານແລ້ວ!

Appset image

ຄິວອາໂຄ້ດ ທະນາຄານໃດແນ່ທີ່ຮັບເງິນຈາກ LOCA PAY ໄດ້?

ຫາກທ່ານຍັງບໍ່ທັນມີ QR CODE ພຽງແຕ່ນຳທຸລະກິດຂອງທ່ານ ມາເປີດບັນຊີກັບທະນາຄານ JDB ເພື່ອເຮັດຄິວອາ YES PAY ໃນການຮັບຊຳລະເງິນ ເທົ່ານີ້ກໍພ້ອມທີ່ຮັບລູກຄ້ານັກທ່ອງທ່ຽວຈາກຕ່າງປະເທດໄດ້ແບບສະບາຍແລ້ວ. ຫລື ຖ້າເປັນທະນາຄານອື່ນກໍ່ໄດ້ເຊັ່ນດຽວກັນ ພຽງແຕ່ເປີດຄິວອາທີ່ມີສັນຍາລັກ LAO QR ຢ່າງເຊັ່ນ: ທະນາຄານພັດທະນາລາວ,​ ທະນາຄານ BIC, ທະນາຄານອິນໂດຈີນ, ທະນາຄານສົ່ງເສີມກະສິກຳ, ທະນາຄານມາຣູຮານ, ທະນາຄານອິນໂດຈີນ, ແລະ ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທ່ານກໍສາມາດຮັບຊຳລະ LOCA PAY ໄດ້ເຊັ່ນກັນ.

ປອດໄພ ໝັ້ນໃຈໃນການຮັບເງິນ

ບໍລິການ LOCA PAY ແມ່ນໄດ້ຮັບການຢັ້ງຢືນຈາກກົມຄຸ້ມຄອງລະບົບຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ, ຈຶ່ງໝັ້ນໃຈໄດ້ເລີຍວ່າການຊຳລະເງິນຂອງທ່ານນັ້ນ ລວມທັງຈາກນັກທ່ອງທ່ຽວ ແມ່ນມີຄວາມປອດໄພສູງ, ເຊື່ອຖືໄດ້ ແລະ ໄດ້ຮັບເງິນຢ່າງແນ່ນອນ.

Appset image

ເພີ່ມໂອກາດຂອງທຸລະກິດທ່ານກັບ LOCA PAY ແລະ JDB