[ພາສາລາວຢູ່ທາງລຸ່ມ]

Terms of Service for LOCA EXPRESS

English translation is coming soon…

ເງື່ອນໄຂໃນການສົ່ງສິນຄ້າຂອງໂລກ້າ (LOCA EXPRESS)

1. LOCA Express ແມ່ນບໍລິການຂົນສົ່ງດ່ວນຂອງໂລກ້າ ໂດຍໃຫ້ຄົນຂັບໄປຮັບສິນຄ້າ ຫຼື ເຄື່ອງ ຢູ່ຕົ້ນທາງທີ່ທ່ານໄດ້ປັກມຸດໄວ້ ເພື່ອນໍາໄປສົ່ງປາຍທາງທັນທີ ເຊິ່ງສາມາດໃຊ້ບໍລິການໄດ້ຜ່ານທາງແອັບໂລກ້າເທົ່ານັ້ນ.

2. ສິນຄ້າ ຫຼື ເຄື່ອງຂອງທ່ານຕ້ອງມີການແພັກໃສ່ຖົງ, ເກັບໃສ່ໃນກ່ອງ ຫຼື ແກັດເປັນຢ່າງດີ ກ່ອນທີ່ທ່ານນໍາໃຊ້ບໍລິການດັ່ງກ່າວ ເພື່ອປ້ອງກັນການສູນຫາຍ ຫຼື ເປ່ເພ ທາງບໍລິສັດຈະບໍ່ຮັບຜິດຊອບຖ້າຫາກເກີດຄວາມເສຍຫາຍໃນກໍລະນີທີ່ທ່ານບໍ່ຫຸ້ມຫໍ່ເຄື່ອງຂອງທ່ານຢ່າງດີ.

3. ຄົນຂັບໂລກ້າເປັນພຽງແຕ່ຜູ່ຮັບ ແລະ ສົ່ງສິນຄ້າ ຫຼື ເຄື່ອງຈາກຕົ້ນທາງໄປສົ່ງປາຍທາງເທົ່ານັ້ນ. ດັ່ງນັ້ນ, ສິນຄ້າ ຫຼື ເຄື່ອງແມ່ນຈະບໍ່ມີໃຜສາມາດເປີດເບິ່ງແພັກເກັດໄດ້ໃນລະຫວ່າງໃຊ້ບໍລິການດັ່ງກ່າວ

4. ຖ້າຫາກສິນຄ້າ ຫຼື ເຄື່ອງທີ່ທ່ານຈະໃຫ້ LOCA EXPRESS  ໄປຮັບ ບໍ່ມີການແພັກ, ຫໍ່ໃສ່ໃນຖົງ ຫຼື ແກັດເປັນຢ່າງດີທາງ LOCA EXPRESS ຈະບໍ່ຮັບສົ່ງສິນຄ້າ ຫຼື ເຄື່ອງຂອງທ່ານເດັດຂາດ.

5. ລູກຄ້າທີ່ໃຊ້ບໍລິການ LOCA EXPRESS ໃຫ້ໄປສົ່ງແມ່ນຈະຕ້ອງໄດ້ຕິດຕໍ່ນໍາຜູ່ຮັບສິນຄ້າ ຫຼື ເຄື່ອງໃຫ້ລະອຽດດີກ່ອນວ່າມີຫຍັງແນ່ ເພື່ອໃຫ້ຜູ່ຮັບສາມາດກວດເຊັກເບິ່ງສິນຄ້າ ຫຼື ເຄື່ອງໄດ້ໃນທັນທີທີ່ຮັບສິນຄ້າ ຫຼື ເຄື່ອງມາແລ້ວ. (ໝາຍເຫດ: ຖ້າສິນຄ້າ ຫຼື ເຄື່ອງມີຈໍານວນຫຼາຍ ແມ່ນໃຫ້ໝາຍ ຫຼື ລະບຸໄວ້ຢ່າງລະອຽດ ເພື່ອສະດວກໃຫ້ແກ່ຄົນຂັບ ແລະ ຜູ່ຮັບເຄື່ອງ)

6. ເນື່ອງຈາກມີການລະບາດຂອງພະຍາດ Covid – 19 ພາໃຫ້ຫຼາຍໆເສັ້ນທາງໄດ້ມີການປິດກັ້ນການເຂົ້າເຖິງ. ສະນັ້ນ, ເວລາ ແລະ ເສັ້ນທາງໃນການຂົນສົ່ງອາດຈະເພິ່ມຂື້ນ ພ້ອມທັງພາໃຫ້ລາຄາໃນການຂົນສົ່ງເພີ່ມຂຶ້ນ.

7. ບໍລິການ LOCA EXPRESS ຈະບໍ່ຮັບສົ່ງສິນຄ້າ ຫຼື ເຄື່ອງຢູ່ໃນໝວດດັ່ງລຸ່ມນີ້:

  • ວັດຖຸໄວໄຟ
  • ສັດລ້ຽງ
  • ສິ່ງເສຍຕິດ ແລະ ສີ່ງທີ່ຜິດກົດໝາຍທັງໝົດ
  • ວັດຖຸສົງຄາມ
  • ວັດຖຸທີ່ໃຫຍ່ ແລະ ໜັກເກີນທີ່ຈະສາມາດຂົນສົ່ງໄດ້.
  • ສິນຄ້າ ແລະ ສັບສິນທີ່ມີມູນຄ່າສຸງ,

8. ຖ້າຫາກເກີດຄວາມເສຍຫາຍທາງບໍລິສັດຈະບໍ່ຮັບຜິດຊອບ.

  1. ຖ້າຫາກສິນຄ້າ ຫຼື ເຄື່ອງທີ່ທ່ານຈະໃຫ້ບໍລິການດັ່ງກ່າວໄປສົ່ງ ເປັນສິ່ງທີ່ຜິດກົດໝາຍ ລູກຄ້າທີ່ໃຊ້ບໍລິການຈະເປັນຜູ່ຮັບຜິດຊອບແຕ່ພຽງຜູ່ດຽວ.
  2. ກະລຸນາກວດສິນຄ້າ ຫຼື ເຄື່ອງທີ່ຕົ້ນທາງໄດ້ຝາກມາທຸກຄັ້ງທີ່ຄົນຂັບໄດ້ໄປສົ່ງ.
  3. ລູກຄ້າທີ່ໃຊ້ບໍລິການຈະບໍ່ໄດ້ຮັບຜິດຊອບຄວາມເສຍຫາຍທີ່ເກີດຈາກອຸບັດຕິເຫດໃນລະຫວ່າງການຂົນສົ່ງ.
  4. ຖ້າຫາກສິນຄ້າ ຫຼື ເຄື່ອງຂອງທ່ານມີການສູນຫາຍໃຫ້ຕິດຕໍ່ ແລະ ແຈ້ງມາທີ່ບໍລິສັດໃນທັນທີ ບໍລິສັດຈະດໍາເນີນກວດສອບ ແລະ ຊົດໃຊ້ຄືນຕາມເງື່ອນໄຂການຂົນສົ່ງຂອງບໍລິການດັ່ງກ່າວເທົ່ານັ້ນ.
  5. ໃນການຮຽກຮ້ອງຄ່າເສຍຫາຍໃນທີ່ລະນີທີ່ເຄື່ອງຂອງທ່ານເສຍ ຕ້ອງແຈ້ງເປັນລາຍລັກອັກສອນ ແລະ ຕິດຕໍ່ຫາບໍລິສັດພາຍໃນ 1 ມື້ ຖ້າບໍ່ດັ່ງນັ້ນທາງບໍລິສັດຈະບໍ່ມີສ່ວນຮັບຜິດຊອບນຳ.

9. ການຮັບຜິດຊອບຕໍ່ກໍລະນີປຸ້ນຈີ້ ຫຼື ອຸບັດຕິເຫດລະຫວ່າງຂົນສົ່ງ ແມ່ນພວກເຮົາຈະມີການກວດສອບ, ທຸກໆການສົ່ງແມ່ນມີການຄຸ້ມຄອງສູງສຸດບໍ່ເກີນ 5,000,000ກີບ

LOCA EXPRESS服务条款:

  1. LOCA EXPRESS(LOCA快递)是LOCA新服务,通过LOCA APP订单。LOCA司机到寄件人地址收取快件送到收件人地址。
  2. 寄件人应妥善包装交寄物品,确保符合寄递要求。因快件包装不善造成快件损毁、遗失的,LOCA公司不予赔偿;因此造成LOCA公司或第三方人身财产损害的,寄件人应当予以赔偿。
  3. LOCA司机只负责快件送达因此,不许对快递造成损毁、遗失,快件损失不承担赔偿责任。
  4. 若寄件人的快件包装不善,LOCA 司机取消订单。
  5. 使用LOCA EXPRESS 服务时,寄件人必须提前联系收件人,为了方便收件人及时检查快件。(备注:如果快件较多时,寄件人可以在包装上标明清楚快件的数量,以便收件人检查快件。)
  6. 由于老挝新型冠状病毒传播期间,万象市采取封城措施,可能会影响到行程时间、路线和服务费,请各位客户谅解。
  7. 寄件人承诺不得交寄以下禁寄物品和危险品,违者须承担相应责任:
  • 武器、弹药及仿真武器、管制刀具;
  • 易燃品或易爆物品;
  • 宠物或动物;
  • 毒品、麻醉药物或国家法律法规规章明令禁止寄递的其他物品
  • 武器、弹药及仿真武器、管制刀具;
  • 超重量物品;
  • 贵重物品。
  1. LOCA公司对因下列原因之一造成的快件损失不承担赔偿责任:
  • 所寄物品是禁寄物品和危险品。
  • 收件人未及时检查快件。
  1. 若快递遗失,请寄件人在当天之内,及时联系LOCA公司。公司会对此事件进行检查以及合理赔偿。
  2. 在寄递过程中发生意外或偷盗时,LOCA公司会对此事件进行检查,寄件人和收件人不承担责任。(每快递订单含保险额5,000,000吉普)