ຕອບໂຈດການຂົນສົ່ງດ່ວນຂອງທ່ານດ້ວຍ LOCA EXPRESS ບໍລິການຂົນສົ່ງດ່ວນທີ່ປອດໄພ ແລະ ໄວ້ໃຈໄດ້

ສົ່ງເອກະສານ, ສົ່ງຂອງຂັວນ, ສົ່ງພັດສະດຸ, ຫຼື ຈະສົ່ງສິງຂອງໃດໆກໍ່ຕາມ ພວກເຮົາພ້ອມບໍລິການໄດ້ທັນທີ ແລະ ດ່ວນທີ່ສຸດ

ຄລິກອ່ານເງື່ອນໄຂການໃຊ້ບໍລິການ

ເປັນຫຍັງຈຶ່ງຕ້ອງເລືອກໃຊ້ບໍລິການຂົນສົ່ງດ່ວນ

LOCA EXPRESS?

ເຊື່ອຖືໄດ້ ແລະ ສົ່ງໄດ້ໄວທີ່ສຸດ

ໄປຮັບ ແລະ ໄປສົ່ງທັນທີ ດ້ວຍການໝຸນໃຊ້ຄົນຂັບແທັກຊີຈໍານວນຫຼາຍ

ປອດໄພ ແລະ ຕິດຕາມໄດ້

ທ່ານຈະສາມາດຕິດຕາມເຄື່ອງຂອງທ່ານໄດ້ ຕັ້ງແຕ່ອອກເດີນທາງເຖິງປາຍທາງ ຜ່ານ GPS

ລາຄາທີ່ເໝາະສົມ

ຈັດສົ່ງງ່າຍ ແລະ ໄວໄດ້ໃຈຂອງ ໃນລາຄາທີ່ເໝາະສົມຕາມໄລຍະທາງ

LOCA EXPRESS Ultra-fast Door-to-door package delivery solution for personal or business

ວິທີເອີ້ນໃຊ້ບໍລິການ LOCA EXPRESS ຂົນສົ່ງດ່ວນ

LOCA EXPRESS ລາຄາເລີ່ມຕົ້ນທີ່
20,000

ສໍາລັບ 3 KM ທໍາອິດ (ຫຼັງຈາກນັ້ນ 3 KM, 5000ກີບ ຕໍ່ ກມ)

Get Started Now

ສອບຖາມເພີ່ມເຕີມ

ເວລາທໍາການຂອງ LOCA EXPRESS ມື້ໃດໂມງໃດ?

LOCA EXPRESS ໃຫ້ບໍລິການທຸກມື້ເລີ່ມ 6:00 ເຊົ້າ ເຖິງ 11:50 ແລງ. ເນື່ອງຈາກຊ່ວງລະບາດຂອງພະຍາດ covid-19 ໂມງໃຫ້ບໍລິການອາດມີການປ່ຽນແປງ.

LOCA EXPRESS ໃຊ້ລົດຫຍັງສົ່ງ ມີລົດຈັກບໍ?

LOCA EXPRESS ປັດຈຸບັນມີພຽງລົດໃຫຍ່ ເຊິ່ງຈະເປັນລົດ ເກັງ ແລະ ລົດກະບະ ເປັນຕົ້ນ. ຕອນນີ້ບໍລິການພວກເຮົາແມ່ນບໍ່ມີລົດຈັກ

ຂະຫນາດສໍາໃດທີ່ LOCA EXPRESS ສາມາດສົ່ງໄດ້ສູງສຸດ?

LOCA EXPRESS ຮັບເຄື່ອງໄດ້ສູງສຸດ 20 ກິໂລກຼັມ. ເຄື່ອງທີ່ລູກຄ້າຈະສົ່ງຕ້ອງຮວມກັນ ແລະ ພັກລວມໄວ້ໃນກ່ອງ 1ກ່ອງ ແລະ ປິດໃຫ້ສະໜິດ ໃນຂະຫນາດບໍ່ເກີນ 60ຊມ x 60ຊມ x 60 ຊມ

LOCA EXPRESS ມີການຮັບປະກັນການຂົນສົ່ງແນວໃດ?

LOCA EXPRESS ແມ່ນແຈ້ງໃຫ້ລູກຄ້າແພັກເຄື່ອງທຸກຢ່າງເປັນ 1ກ່ອງ ແລະ ທາງຄົນຂັບຈະບໍ່ມີການເປີດກ່ອງດັ່ງກ່າວ. ໃນກໍລະນີທີ່ມີອຸບັດຕິເຫດເກດຂຶ້ນ ຫລື ການປຸ້ນຈີ້ ຖ້າເຄື່ອງທີ່ລູກຄ້າສົ່ງນັ້ນໄດ້ຮັບຄວາມເສຍຫາຍ ທາງບໍລິສັດຈະມີການຮັບປະກັນສູງສຸດເຖິງ 5,000,000ກີບ ອີງຕາມເຄື່ອງທີ່ລູກຄ້າສົ່ງກັບພວກເຮົາ.

ຂ້ອຍນັ່ງໄປກັບລົດ LOCA EXPRESS ໄດ້ບໍ?

LOCA EXPRESS ຈະບໍ່ຮັບຜູ້ໂດຍສານຂຶ້ນໄປກັບເຄື່ອງ. ພະນັກງານຂອງພວກເຮົາຈະຮັບເອົາພຽງເຄື່ອງທີ່ຈະຕ້ອງການໄປສົ່ງເທົ່ານັ້ນ

LOCA EXPRESS ມີຄ່າປັບໄຫມບໍ ກໍລະນີຍົກເລີກ ຫລື ເອົາເຄື່ອງກັບຄືນມາ?

LOCA EXPRESS ຈະເກັບ 15,000 ກີບ ເພີ່ມຈາກຄ່າບໍລິການທີ່ໄປສົ່ງເຄື່ອງ ໃນກໍລະນີທີ່ໄປສົ່ງແລ້ວບໍ່ພົບເຫັນຜູ້ຮັບເຄື່ອງ ຫລື ມີຄວາມຈໍາເປັນຕ້ອງເອົາເຄື່ອງກັບຄືນມາຫາຜູ້ສົ່ງ. LOCA EXPRESS ຈະເກັບເງິນ 15,000 ກີບ ຖ້າລູກຄ້າເອີ້ນໃຊ້ບໍລິການແລ້ວ 10ນາທີ ແລ້ວລູກຄ້າຍົກເລີກ ຫລື ປ່ຽນໃຈ.