ຈັດໂປຣຮ່ວມກັບໂລກ້າ ດຶງລູກຄ້າເຂົ້າຮ້ານທ່ານ ແບບຟຣີໆ!

ໂຄສະນາຮ້ານກັບພວກເຮົາຟຣີ!

ຂໍເຊີນບັນດາຮ້ານອາຫານ ແລະ ຄາເຟ່ ມາເຂົ້າຮ່ວມໂຄງການຈັດໂປຣກັບ ແອັບ LOCA ແລະ ຊ່ອງທາງອື່ນອີກຫຼາກຫຼາຍຂອງເຮົາ ເພື່ອດຶງລູກຄ້າເຂົ້າຮ້ານທ່ານໂດຍບໍ່ເສຍຄ່າທໍານຽມໂຄສະນາ.

ໂຄງການຈັດໂປຣກັບ LOCA ແມ່ນຫຍັງ?
LOCA ມີແຜນຢາກດຶງດູດເອົາກຸ່ມລູກຄ້າຂອງເຮົາທີ່ເປັນກຸ່ມມັກຄົ້ນຫາສະຖານທີ່ໃໝ່ໆເພື່ອລອງກິນ, ລອງດື່ມ ແລະ ລອງນັ່ງຢູ່ສະເໝີ ໄປສູ່ຮ້ານອາຫານ ແລະ ຄາເຟ່ ທົ່ວນະຄອນຫຼວງວຽງຈັນ. ໂດຍເຮົາຢາກເປັນສ່ວນໜຶ່ງທີ່ພາລູກຄ້າໄປສ້າງບັນຍາກາດໃຫ້ບັນດາຮ້ານອາຫານ ແລະ ຄາເຟ່ ຄຶກຄື້ນຄືເກົ່າ ເຮົາຈຶ່ງໄດ້ຈັດໂຄງການນີ້ຂຶ້ນມາເພື່ອໃຫ້ບັນດາຮ້ານຄ້າມາໂຄສະນາຮ້ານກັບເຮົາຟຣີ!

ເປັນຫຍັງຈຶ່ງຄວນເຂົ້າຮ່ວມນໍາ LOCA?
ທ່ານສາມາດເຂົ້າເຖິງກຸ່ມລູກຄ້າໃໝ່ທີ່ຫຼາກຫຼາຍຜ່ານທາງ LOCA ທີ່ມີຍອດການດາວໂຫລດເຖິງ 50,000 ຄັ້ງ ແລະ ມີກຸ່ມຄົນໃຊ້ບໍລິການຫຼາກຫຼາຍ ບໍ່ວ່າຈະເປັນ ກຸ່ມຄົນຕ່າງປະເທດ, ກຸ່ມໄວລຸ້ນ ແລະ ກຸ່ມໄວເຮັດວຽກ. ທ່ານສາມາດຈັດໂປຣກັບເຮົາເພື່ອດຶງດູດເອົາລູກຄ້າເຂົ້າຮ້ານທ່ານ.

ໂປຣໂໝດຜ່ານຫຼາຍຊ່ອງທາງກວ່າທີ່ທ່ານຄິດ
ທ່ານສາມາດນໍາເອົາຮ້ານອາຫານ ຫຼື ຄາເຟ່ ຂອງທ່ານມາໂປຣໂໝດນໍາພວກເຮົາຜ່ານຊ່ອງທາງແອັບ LOCA ແລະ ຊ່ອງທາງອື່ນໆບໍ່ວ່າຈະເປັນທາງ Facebook, website ແລະ ເຮົາຍັງມີລະບົບຍິງການແຈ້ງເຕືອນໃຫ້ລູກຄ້າອີກພ້ອມ ແລະ ທີ່ສໍາຄັນທີ່ສຸດແມ່ນໂຄສະນາຟຣີໂດຍທີ່ທາງເຮົາຈະບໍ່ໄດ້ເກັບຄ່າທໍານຽມໃດໆ

ບໍ່ຕ້ອງຫ່ວງເລື້ອງການອອກແບບໂຄສະນາ
ທາງ LOCA ມີທີມງານທີ່ຈະຊ່ວຍເຫຼືອໃນການອອກແບບ ແລະ ອັບເດດ ລະບົບໃຫ້ກັບບັນດາຮ້ານຄ້າແບບບໍ່ມີຄ່າໃຊ້ຈ່າຍໃດໆ.

ຖ້າທ່ານໃດສົນໃຈແມ່ນສາມາດຕິດຕໍ່ໄດ້ຜ່ານຊ່ອງທາງ Facebook ຂອງພວກເຮົາ.
ໃຫ້ໂລກ້າພາລູກຄ້າໄປສ້າງບັນຍາກາດຮ້ານທ່ານໃຫ້ຄຶກຄື້ນຄືເກົ່າ 🤩🙏

Related Posts

ໄຮເນເກັນ ຮ່ວມມືກັບ ໂລກ້າ ເພື່ອສ້າງການປ່ຽນແປງພຶດຕິກຳດື່ມແລ້ວຂັບໃນນະຄອນຫຼວງວຽງຈັນ

ໄຮເນເກັນ ແບຣນເຄື່ອງດື່ມເບຍພຣີມ້ຽມລະດັບໂລກ ໄດ້ຮ່ວມມືກັບ ໂລກ້າ, ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນໂລກ ໄດ້ການສ້າງການຮັບຮູ້ໃນເລື່ອງຂອງດື່ມແລ້ວບໍ່ຄວນຂັບຜ່ານແຄມເປນ “When you drink, never drive” ແລະ ປ່ຽນແປງຄຸມພຶດຕິການການດື່ມແລ້ວຂັບໃນນະຄອນຫຼວງວຽງຈັນ...

1 Million Kilometers of Green Mobility: Leading the Charge for Sustainable Transportation

Since our establishment as a Laos-born startup back in 2018, we have been...