ຕູ້ສາກຈຸດທີ່ 6 ນະຄອນຫຼວງວຽງຈັນ ທີ່ BLUEKOFF.High Way ແມ່ນຕູ້ສາກປະເພດ Dc ຫຼື ຕູ້ສາກແບບໄວ ທີ່ໃຫ້ກຳລັງໄຟສູງເຖິງ 120 ກິໂລວັດ ສາມາດສາກລົດທີ່ໃຊ້ງານຫົວສາກແບບ ເອເຊຍ GB/T ແລະ ລົດໂຊນຢູໂຣບ CCS Type 2 ຢູ່ໃນແອັບ LOCA EV ກໍ່ຍັງສາມາດເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ, ເບີ່ງສະຖານະຕູ້ສາກແບບ Online, ກວດປະຫວັດການສາກຄືນໄດ້, ສະແດງຜົນການສາກແບບ Real Time ຜ່ານມືຖື ໃນລະຫວ່າງທີ່ລໍຖ້າສາກກໍສາມາດໃຊ້ບໍລິການ BLUEKOFF.High Way ໄດ້ ໃນທຸກມຸມຂອງຮ້ານແມ່ນຖ່າຍຮູບອອກມາໄດ້ງາມທຸກມຸມ ໂຕອາຄານແມ່ນຖືກອອກແບບໃຫ້ມີຄວາມງາມແປກຕາມີເອກະລັກໂດດເດັ່ນດ້ວຍຊົງໂມເດີນສາມຫຼ່ຽມຊ້ອນກັນ ຫຼື ເບີ່ງອີກແບບໜື່ງກໍ່ແມ່ນຊົງເລຂາຄະນິດສວນດ້ານນອກແມ່ນມີຄວາມຂຽວຮົ່ມເຢັນ…
ໂລກ້າ ແລະ ມິນີໂຣ ໄດ້ຮ່ວມຈັບມືກັນສ້າງກິດຈະກຳດີໆແຈກນ້ຳດື່ມແຮ່ທາດມິນີໂຣ ເພື່ອມອບໃຫ້ແກ່ຜູ້ໃຊ້ບໍລິການ ໂລກ້າແທັກຊີ ໄດ້ພົບກັບປະສົບການທີ່ດີທີ່ມີແຕ່ຄວາມຊົດຊື່ນຈາກມິນີໂຣ. ກິດຈະກຳໄດ້ເລີ່ມຕັ້ງແຕ່ ເດືອນຕຸລາ ຈົນຮອດ ເດືອນທັນວາ 2023. ເຊິ່ງມີຄົນຂັບໂລກ້າ ໄດ້ເຂົ້າຮ່ວມກິດຈະກຳລວມເຖີງ 25 ຄັນ ທີ່ ນະຄອນຫຼວງວຽງຈັນ ເຖີງ 20 ຄັນ(ລົດໄຟຟ້າ) ແລະ ຫຼວງພະບາງ ອີກ 5 ຄັນ. ມິນີໂຣ ມີຈຸດປະສົງຢາກແບ່ງປັນນ້ຳທີ່ດີທີ່ສຸດທີ່ເປັນຂອງຂັວນຈາກທຳມະຊາດ ຈາກແຫຼ່ງນ້ຳພູພຶງ ຫຼວງພະບາງ ໃຫ້ກັບທຸກທ່ານ ດ້ວຍຄວາມໂດດເດັ່ນທາງດ້ານຄຸນປະໂຫຍດ ອຸດົມໄປດ້ວຍແຮ່ທາດທຳມະຊາດຫລາຍຊະນິດ ພ້ອມກັບຄ່າ pH7 ທີ່ຊ່ວຍປັບສົມດຸນ ແລະ ເສີມພູມຄຸ້ມກັນໃຫ້ກັບຮ່າງກາຍ. …