Loca EV charger station ທີ່ Friendship Supermart ພ້ອມໃຫ້ບໍລິການແລ້ວ!

  ຕູ້ສາກເພີ່ມໃໝ່ໃນນະຄອນຫຼວງວຽງຈັນ ແມ່ນເປັນຕູ້ປະເພດ DC ຫຼື ຕູ້ສາກແບບໄວ ສາມາດສາກໄດ້ທັງ GB/T ແລະ CCS Type 2 ທີ່ໃຫ້ກໍາລັງໄຟສູງສຸດເຖິງ 120 ກິໂລວັດ.   ຕູ້ສາກແມ່ນຕັ້ງຢູ່ທີ່ Friendship Supermart Vientiane ທີ່ ບ້ານໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ   ໂດຍໃນຂະນະທີທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການທີ່ Friendship Supermart ໄດ້ ເພາະມີຮ້ານຄ້າຫຼາກຫຼາຍທີ່ອຳນວຍຄວາມສະດວກແກ່ລູກຄ້າ Daily queen ice cream ເໝາະກັບການພາລູກຫຼານໄປນັ່ງຫຼີ້ນ, Supermarket ທີ່ມີສິນຄ້າທຸກແບບໃຫ້ລູກຄ້າເລາະຊື້ ນອກຈາກນີ້ ກໍຈະມີຮ້ານກາແຟ…


ໂລກ້າປະກາດໃນງານ Lao EV Forum ກຽມໃຫ້ບໍລິການຜ່ອນລົດໄຟຟ້າໃຫ້ກັບຄົນຂັບໂລກ້າ ແລະ ພ້ອມໃຫ້ບໍລິການຕູ້ສາກລົດໄຟຟ້າແລ້ວໃນເດືອນມິຖຸນານີ້!

ງານກອງປະຊຸມເສວະນາກ່ຽວກັບຍານພາຫະນະໄຟຟ້າໃນ ສປປ ລາວ ຫຼື Lao EV Forum ໃນວັນທີ 3 ມິຖຸນາ ທີ່ໂຮງແຮມຄຣາວພລາຊ່າທີ່ຜ່ານມາ ເປັນໜຶ່ງໃນງານທີ່ເປັນໝຸດໝາຍສຳຄັນໃນການເປີດຍຸກໃໝ່ໃຫ້ກັບສັງຄົມລາວກ່ຽວກັບການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. ທ່ານ ສຸລິໂຍ ວົງດາລາ, ຜູ້ອຳນວຍການບໍລິສັດໂລກ້າ ໄດ້ກ່າວໃນງານເຖິງແຜນການການຫັນປ່ຽນບໍລິການແທັກຊີໃນລະບົບຂອງໂລກ້ານັ້ນ ໃຫ້ເປັນລົດໄຟຟ້າໃຫ້ໄດ້ທຸກຄັນພາຍໃນປີ 2030, ໂດຍໃນປີ 2022​ ນີ້ແມ່ນໄດ້ຕັ້ງເປົ້າໄວ້ທີ່ 30 ຄັນ. ໃນໂຄງການຫັນປ່ຽນເປັນລົດໄຟຟ້າທັງໝົດນັ້ນ, ໂລກ້າຈະມີການປ່ອຍເປັນສິນເຊື່ອເພື່ອໃຫ້ຄົນຂັບໂລກ້ານັ້ນ ສາມາດມາຜ່ອນເອົາລົດໄຟຟ້າໄປຂັບໄດ້ ເພື່ອເຮັດໃຫ້ຕົ້ນທຶນທີ່ຖືກລົງ ແລະ ຄົນຂັບເອງກໍຈະມີລາຍໄດ້ທີ່ຫຼາຍຂຶ້ນເພື່ອສາມາດລ້ຽງຄອບຄົວໄດ້. ໃນເປົ້າໝາຍໄລຍະຍາວນັ້ນ, ພວກເຮົາຢາກທີ່ຈະສ້າງລະບົບນິເວດຂອງບໍລິການແທັກຊີທີ່ສ້າງມົນລະພິດເປັນສູນໃຫ້ໄດ້ 100% ເຊິ່ງເລີ່ມຕັ້ງແຕ່ການຕິດຕັ້ງລະບົບເກັບພະລັງງານຈາກແສງອາທິດ ຫຼື Solar Cells ທີ່ສາມາດສ້າງພະລັງງານໄຟຟ້າໃຫ້ກັບຕູ້ສາກລົດໄຟຟ້າຂອງໂລກ້າ ແລະ ສຸດທ້າຍກໍນຳມາເປັນພະລັງງານສາກໃຫ້ກັບລົດໄຟຟ້າທັງລົດຂອງຄົນທົ່ວໄປ…