Loca EV Fast Charger Station BLUEKOFF.High Way ພ້ອມໃຫ້ບໍລິການແລ້ວ!

 


LOCA ຮ່ວມຮັບລາງວັນທຸລະກິດດີເດັ່ນອາຊຽນປີ 2023 – ໝວດບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ

ພວກເຮົາມີຄວາມຕື່ນເຕັ້ນຫຼາຍ ທີ່ຈະປະກາດບາດກ້າວຄວາມສໍາເລັດທີ່ສໍາຄັນສໍາລັບ LOCA ຢູ່ທີ່ງານ ASEAN Business Award 2023 ທີ່ຈັດຂຶ້ນໃນນະຄອນຫຼວງຈາກາຕາໃນວັນທີ 4 ກັນຍາທີ່ຜ່ານມາ. ພວກເຮົາສາມາດຊະນະລາງວັນທຸລະກິດດີເດັ່ນອາຊຽນປີ 2023 ໃນໝວດ “ບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ” ເຊິ່ງນີ້ບໍ່ແມ່ນພຽງແຕ່ເປັນການສະແດງເຖິງການເຮັດວຽກໜັກຂອງພວກເຮົາ ແຕ່ມັນຍັງເປັນການສະທ້ອນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ທີ່ສ້າງບົດບາດໃໝ່ໃຫ້ກັບການເດີນທາງ ແລະ ປະສົບການການຈ່າຍເງິນໃຫ້ນັກທ່ອງທ່ຽວ.   ສໍາລັບ LOCA, ການເດີນທາງຂອງພວກເຮົາບໍ່ແມ່ນແຕ່ເພື່ອໄດ້ຮັບການຍ້ອງຍໍຊົມເຊີຍ ແຕ່ມັນຄືການສ້າງຄວາມຝັນນັ້ນໃຫ້ເປັນຈິງ. ພວກເຮົາມີຄວາມພາກພູມໃຈຢ່າງຍິ່ງໃນການເປັນ Startup ໂດຍຄົນລາວ ທີ່ໄດ້ຂຽນລົງປະຫວັດສາດໜ້າໃໝ່ໃຫ້ກັບວົງການການເດີນທາງ ແລະ ການຈ່າຍເງິນໃນລາວ. ໄຊຊະນະຂອງພວກເຮົາໃນງານອັນມີກຽດຄັ້ງນີ້ ແມ່ນໄດ້ເປັນເຄື່ອງໝາຍໃຫມ່ຕໍ່ການສ້າງນະວັດຕະກໍາທີ່ຍິ່ງໃຫຍ່ ທີ່ໄດ້ເກີດຂຶ້ນຢູ່ໃນປະເທດລາວ ແລະ ນີ້ຄືການຫັນປ່ຽນທີ່ສຳຄັນທີ່ທາງ LOCA ໄດ້ໃຫ້ສັນຍາໄວ້ກັບສັງຄົມ. ແຕ່ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງພວກເຮົາບໍ່ໄດ້ສິ້ນສຸດພຽງແຕ່ລາງວັນເທົ່ານັ້ນ…


Loca EV charger station ເພີ່ມໃໝ່ໃນນະຄອນຫຼວງວຽງຈັນ ທີ່ I’m souk Station ພ້ອມໃຫ້ບໍລິການແລ້ວ!

ໂລກ້າ ເພີ່ມຈຸດສາກແຫ່ງໃໝ່ໃນນະຄອນຫຼວງວຽງຈັນ ທີ່ I’m souk Station ທີ່ ບ້ານຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໃນຈຸດສາກ ທີ່ ອິ່ມສຸກ ມີຕູ້ສາກທັງໝົດ 2 ຕູ້ ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນ ໃຫ້ກຳລັງໄຟສູງສຸດຕູ້ລະ 120 ກິໂລວັດ, ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ແລະ ເອເຊຍ GB/T.       ໃນຂະນະທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການ ທີ່ ຮ້ານກາແຟ Treekoff ໄດ້  …