Loca EV Fast Charger Station BLUEKOFF.High Way ພ້ອມໃຫ້ບໍລິການແລ້ວ!

 


ລົດໄຟຟ້າສາມາດສາກໃນຕອນຝົນຕົກໄດ້ຫຼືບໍ່?

ຫຼາຍໆຄົນອາດຈະສົງໄສ ແລະ ມີຄຳຖາມວ່າການສາກລົດໄຟຟ້າເພື່ອເຕີມແບັດເຕີລີ່ຕອນຝົນຕົກຈະເປັນອັນຕະລາຍ ຫຼື ບໍ່? ໂລກ້າມີຄຳຕອບ! ສຳລັບຕູ້ສາກທີ່ໄດ້ຜ່ານມາດຖະການກັນນ້ຳແລະຝຸ່ນໃນລະດັບ IP54 ຂຶ້ນໄປສາມາດສາກໄດ້ ແລະ ປອດໄພ ເຊິ່ງຕູ້ສາກຂອງໂລກ້ານັ້ນ ມີມາດຕະຖານກັນນ້ຳ ແລະ ຝຸ່ນໃນລະດັບ IP54. ນອກຈາກນັ້ນຕູ້ສາກຂອງໂລກ້າ ຍັງມີລະບົບປ້ອງກັນຕ່າງໆທີ່ໄດ້ມາດຕະຖານເຊັ່ນວ່າ: -ລະບົບສາຍດິນ -ລະບົບຕັດໄຟສຸກເສີນ -ລະບົບປ້ອງກັນໄຟຟ້າລັດວົງຈອນ ສໍາລັບລົດໄຟຟ້າເອງສ່ວນໃຫຍ່ແມ່ນມີມາດຕະຖານກັນນ້ຳ ແລະ ຝຸ່ນທີ່ສູງກວ່າ IP54 ເຊິ່ງບາງລຸ້ນອາດຈະສູງເຖິງ IP68 ທີ່ສາມາດຂັບລຸຍນໍ້າໄດ້ໃນລະດັບໜື່ງ ສາມາດລ້າງລົດດ້ວຍການອັດສີດຜ່ານເຄື່ອງສີດແຮງດັນສູງໄດ້ ໂດຍທີ່ລົດຈະບໍ່ໄດ້ຮັບຜົນກະທົບ. ສະນັ້ນຈື່ງບໍ່ຕ້ອງກັງວົນເພາະລົດໄຟຟ້າໂດຍສ່ວນໃຫຍ່ແມ່ນມີມາດຕະຖານຄວາມປອດໄພສຳລັບຜູ້ໃຊ້ງານສະເໝີ. ໝາຍເຫດ: ສໍາລັບຕູ້ສາກທີ່ທ່ານໃຊ້ປະຈໍາຢູ່ທີ່ບ້ານເຮືອນຂອງທ່ານເອງ ກະລຸນາກວດເຊັກສະເປັກໃຫ້ດີ ເນື່ອງຈາກບາງລຸ້ນອາດຈະບໍ່ໄດ້ຖືກອອກແບບໃຫ້ປ້ອງກັນຝົນໄດ້. ດາວໂຫຼດແອັບພິເຄຊັ່ນເພື່ອໃຊ້ງານ:iOS: https://link.loca.la/LOCA-EV_appstore Android: https://link.loca.la/LOCA-EV_playstore Website:…


Loca EV charger station ທີ່ Friendship Supermart ພ້ອມໃຫ້ບໍລິການແລ້ວ!

  ຕູ້ສາກເພີ່ມໃໝ່ໃນນະຄອນຫຼວງວຽງຈັນ ແມ່ນເປັນຕູ້ປະເພດ DC ຫຼື ຕູ້ສາກແບບໄວ ສາມາດສາກໄດ້ທັງ GB/T ແລະ CCS Type 2 ທີ່ໃຫ້ກໍາລັງໄຟສູງສຸດເຖິງ 120 ກິໂລວັດ.   ຕູ້ສາກແມ່ນຕັ້ງຢູ່ທີ່ Friendship Supermart Vientiane ທີ່ ບ້ານໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ   ໂດຍໃນຂະນະທີທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການທີ່ Friendship Supermart ໄດ້ ເພາະມີຮ້ານຄ້າຫຼາກຫຼາຍທີ່ອຳນວຍຄວາມສະດວກແກ່ລູກຄ້າ Daily queen ice cream ເໝາະກັບການພາລູກຫຼານໄປນັ່ງຫຼີ້ນ, Supermarket ທີ່ມີສິນຄ້າທຸກແບບໃຫ້ລູກຄ້າເລາະຊື້ ນອກຈາກນີ້ ກໍຈະມີຮ້ານກາແຟ…


LOCA EV charger station Map ບໍລິການສາກໄຟຟ້າໃນລາວທີ່ຄອບຄຸມທົ່ວປະເທດ

ຜູ້ໃຊ້ລົດໄຟຟ້າບໍ່ຕ້ອງກັງວົນເລື່ອງການເດີນທາງກັນແລ້ວ ເພາະບໍລິການສາກລົດໄຟຟ້າໂລກ້າ ມີເຖິງ 14 ຈຸດສາກ ແຕ່ເໜືອ-ໃຕ້, ສາມາດສາກກັບລົດໄຟຟ້າທີ່ມີຫົວສາກເຊື່ອມຕໍ່ CCS Type 2 ແລະ ເອເຊຍ GB/T ທີ່ໃຫ້ກໍາລັງໄຟສູງສຸດເຖິງ 120 kW. ພຽງແຕ່ໃຊ້ແອັບ Loca EV ໃນການສາກ ກໍເຮັດໃຫ້ຜູ້ໃຊ້ງານສະດວກສະບາຍທີ່ສຸດ ເພາະແອັບສາກລົດໄຟຟ້າໄດ້ມີຄວາມສາມດຕ່າງໆດັ່ງລຸ່ມນີ້:  ເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ  ເບີ່ງສະຖານະຕູ້ສາກແບບ Online  ກວດປະຫວັດການສາກຄືນໄດ້  ສະແດງຜົນການສາກແບບ Real Time ຜ່ານມືຖື ວິທີການໃຊ້ງານແອັບ Loca EV ງ່າຍໆ ສາມາດເບີ່ງໄດ້ທີ່ລີ້ງນີ້ເລີຍ: https://youtu.be/1v6_XUd_H5E ໂລກ້າ ໄດ້ລວມຕູ້ສາກທັງໝົດ 14 ຈຸດສາກທົ່ວປະເທດ:…


Loca EV charger statio ທີ່ The Kao ພ້ອມໃຫ້ບໍລິການສາກລົດໄຟຟ້າພ້ອມກັນເຖິງ 4 ຄັນ!

  ໂລກ້າ ໄດ້ເພີ່ມຕູ້ສາກລົດໄຟຟ້າແບບໄວ ທີ່ The kao ລວມເປັນ 2 ຕູ້  ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນແລ້ວ ແລະ  ໃຫ້ກຳລັງໄຟສູງສຸດຕູ້ລະ 120 ກິໂລວັດ, ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ແລະ ເອເຊຍ GB/T. ໃນລະຫວ່າງທີ່ລໍຖ້າສາກລົດ ສາມາດໃຊ້ບໍລິການຕ່າງໆໃນບໍລິເວນຕູ້ສາກໂລກ້າໄດ້ ເພາະຈຸດສາກທີ່ The Kao ແມ່ນມີຮ້ານຄ້າຫຼາກຫຼາຍຄ່ອຍລໍຖ້າໃຫ້ບໍລິການທ່ານ   ທີ່ຈຸດສາກລົດໄຟຟ້າແຫ່ງນີ້ ແມ່ນມີຮ້ານຄ້າຫຼາຍປະເພດເລີຍເຊັ່ນ: ອາຫານ The Kao, ຮ້ານ The Kafe, ຮ້ານຊີ້ນດາດກະທະທອງ,…


Loca EV charger station ເພີ່ມໃໝ່ໃນນະຄອນຫຼວງວຽງຈັນ ທີ່ I’m souk Station ພ້ອມໃຫ້ບໍລິການແລ້ວ!

ໂລກ້າ ເພີ່ມຈຸດສາກແຫ່ງໃໝ່ໃນນະຄອນຫຼວງວຽງຈັນ ທີ່ I’m souk Station ທີ່ ບ້ານຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໃນຈຸດສາກ ທີ່ ອິ່ມສຸກ ມີຕູ້ສາກທັງໝົດ 2 ຕູ້ ສາມາດສາກລົດໄຟຟ້າພ້ອມກັນໄດ້ເຖິງ 4 ຄັນ ໃຫ້ກຳລັງໄຟສູງສຸດຕູ້ລະ 120 ກິໂລວັດ, ມີຫົວສາກທີ່ໃຊ້ສາກໄດ້ ທັງລົດໂຊນຢູໂຣບ CCS Type 2 ແລະ ເອເຊຍ GB/T.       ໃນຂະນະທີ່ກຳລັງສາກລົດ ສາມາດເຂົ້າໃຊ້ບໍລິການ ທີ່ ຮ້ານກາແຟ Treekoff ໄດ້  …