LOCA EV ປະກາດຄວາມສຳເລັດເປີດຈຸດສາກລົດໄຟຟ້າແບບໄວໄດ້ເຖິງ 40 ຈຸດສາກທົ່ວປະເທດລາວແລ້ວ!

LOCA ປະກາດຄວາມສຳເລັດໃນການຕິດຕັ້ງຕູ້ສາກລົດໄຟຟ້າແບບໄວ ຈຳນວນ 40 ຈຸດສາກທົ່ວປະເທດລາວໃນປີ 2024 ໂດຍຈຸດສາກຕັ້ງຢູ່ ໃນຕົວເມືອງສຳຄັນໃນແຂວງຕ່າງໆ ແລະ ຕາມເສັ້ນທາງຫຼັກທີ່ເຊື່ອມຕໍ່ໄປຍັງເຂດນອກຕົວເມືອງ ເພື່ອສະໜັບສະໜູນການເຕີບໂຕຂອງຕະຫຼາດ EV ແລະ ສົ່ງເສີມການຜັນປ່ຽນສູ່ອານາຄົດທີ່ຍັ້ງຍືນ ຂະຫຍາຍຈຸດສາກລົດໄຟຟ້າ ຮອງຮັບການເຕີບໂຕຂອງລົດໄຟຟ້າ ຈຸດສາກລົດໄຟຟ້າ LOCA EV ໃນປີ 2023 ຈາກ 20 ຈຸດສາກ, ໃນປີ 2024 LOCA EV ໄດ້ເພີ່ມຈຳນວນຈຸດສາກຂຶ້ນເປັນສອງເທົ່າ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ລົດໄຟຟ້າທີ່ເພີ່ມຂຶ້ນຈຳນວນຫຼາຍ, LOCA EV ເປັນຕູ້ສາກໄວເຖິງ 120-240 kW ໃຊ້ເວລາສາກພຽງແຕ່ 20-30 ນາທີ ກໍເຕັມແລ້ວ, LOCA…


ໂລກ້າ ເປີດໂຕສະຖານີສາກໃໝ່ ທີ່ ມາພ້ອມກັບລະບົບສາກລົດໄຟຟ້າ 240KW ສາກໄວພຽງ 10 ນາທີ ກໍເດີນທາງໄດ້ເຖິງ 240 ກິໂລແມັດ

ຫຼ້າສຸດ ບໍລິສັດ ໂລກ້າ ຈຳກັດ ທີ່ ສ້າງຂື້ນ ແລະ ບໍລິຫານດ້ວຍຄົນລາວ ແລະ ຍັງເປັນຜູ້ນໍາດ້ານການພັດທະນາສະຖານີສາກລົດໄຟຟ້າຢູ່ໃນປະເທດລາວ ໄດ້ເປີດໂຕຫົວສາກລົດໄຟຟ້າລຸ້ນໃໝ່ທີ່ມາກັບຄວາມແຮງ 240KW ເຊິ່ງຈະສາມາດສາກລົດໄຟຟ້າໄດ້ໄວ ແລະ ເຮັດໃຫ້ພ້ອມເດີນທາງໄດ້ເຖີງ 240 ກິໂລແມັດ ພຽງສາກລົດພາຍໃນເວລາພຽງແຕ່ 10 ນາທີເທົ່ານັ້ນ ລະບົບສາກລົດໄຟຟ້າແບບໄວນີ້ ເປັນລະບົບໃໝ່ຫຼ້າສຸດ ທີ່ທາງ ບໍລິສັດ ໂລກ້າ ໄດ້ພັດທະນາຂຶ້ນມາ, ຖືວ່າເປັນຄັ້ງທໍາອິດທີ່ໄດ້ນໍາມາຕິດຕັ້ງຢູ່ໃນ ສປປ ລາວ. ບໍລິສັດ ໂລກ້າ ມີຈຸດປະສົງຢາກໃຫ້ຜູ້ໃຊ້ລົດໄຟຟ້າ ແລະ ຜູ້ທີ່ກໍາລັງຕັດສິນໃຈທີ່ຈະຫັນປ່ຽນໄປເປັນລົດໄຟຟ້າ ໄດ້ເຫັນເຖິງຄວາມສະດວກສະບາຍ ໃນການສາກລົດໄຟຟ້າໃນກໍລະນີທີ່ຕ້ອງເດີນທາງໄກແບບເລັ່ງດ່ວນ. ປັດຈຸບັນຕູ້ສາກດັ່ງກ່າວແມ່ນຕັ້ງຢູ່ທີ່ສະຖານີສາກ ອີ່ມສຸກ ຕັ້ງຢູ່ ບ້ານພະຂາວ,…


ລົດໄຟຟ້າສາມາດສາກໃນຕອນຝົນຕົກໄດ້ຫຼືບໍ່?

ຫຼາຍໆຄົນອາດຈະສົງໄສ ແລະ ມີຄຳຖາມວ່າການສາກລົດໄຟຟ້າເພື່ອເຕີມແບັດເຕີລີ່ຕອນຝົນຕົກຈະເປັນອັນຕະລາຍ ຫຼື ບໍ່? ໂລກ້າມີຄຳຕອບ! ສຳລັບຕູ້ສາກທີ່ໄດ້ຜ່ານມາດຖະການກັນນ້ຳແລະຝຸ່ນໃນລະດັບ IP54 ຂຶ້ນໄປສາມາດສາກໄດ້ ແລະ ປອດໄພ ເຊິ່ງຕູ້ສາກຂອງໂລກ້ານັ້ນ ມີມາດຕະຖານກັນນ້ຳ ແລະ ຝຸ່ນໃນລະດັບ IP54. ນອກຈາກນັ້ນຕູ້ສາກຂອງໂລກ້າ ຍັງມີລະບົບປ້ອງກັນຕ່າງໆທີ່ໄດ້ມາດຕະຖານເຊັ່ນວ່າ: -ລະບົບສາຍດິນ -ລະບົບຕັດໄຟສຸກເສີນ -ລະບົບປ້ອງກັນໄຟຟ້າລັດວົງຈອນ ສໍາລັບລົດໄຟຟ້າເອງສ່ວນໃຫຍ່ແມ່ນມີມາດຕະຖານກັນນ້ຳ ແລະ ຝຸ່ນທີ່ສູງກວ່າ IP54 ເຊິ່ງບາງລຸ້ນອາດຈະສູງເຖິງ IP68 ທີ່ສາມາດຂັບລຸຍນໍ້າໄດ້ໃນລະດັບໜື່ງ ສາມາດລ້າງລົດດ້ວຍການອັດສີດຜ່ານເຄື່ອງສີດແຮງດັນສູງໄດ້ ໂດຍທີ່ລົດຈະບໍ່ໄດ້ຮັບຜົນກະທົບ. ສະນັ້ນຈື່ງບໍ່ຕ້ອງກັງວົນເພາະລົດໄຟຟ້າໂດຍສ່ວນໃຫຍ່ແມ່ນມີມາດຕະຖານຄວາມປອດໄພສຳລັບຜູ້ໃຊ້ງານສະເໝີ. ໝາຍເຫດ: ສໍາລັບຕູ້ສາກທີ່ທ່ານໃຊ້ປະຈໍາຢູ່ທີ່ບ້ານເຮືອນຂອງທ່ານເອງ ກະລຸນາກວດເຊັກສະເປັກໃຫ້ດີ ເນື່ອງຈາກບາງລຸ້ນອາດຈະບໍ່ໄດ້ຖືກອອກແບບໃຫ້ປ້ອງກັນຝົນໄດ້. ດາວໂຫຼດແອັບພິເຄຊັ່ນເພື່ອໃຊ້ງານ:iOS: https://link.loca.la/LOCA-EV_appstore Android: https://link.loca.la/LOCA-EV_playstore Website:…


LOCA ຮ່ວມຮັບລາງວັນທຸລະກິດດີເດັ່ນອາຊຽນປີ 2023 – ໝວດບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ

ພວກເຮົາມີຄວາມຕື່ນເຕັ້ນຫຼາຍ ທີ່ຈະປະກາດບາດກ້າວຄວາມສໍາເລັດທີ່ສໍາຄັນສໍາລັບ LOCA ຢູ່ທີ່ງານ ASEAN Business Award 2023 ທີ່ຈັດຂຶ້ນໃນນະຄອນຫຼວງຈາກາຕາໃນວັນທີ 4 ກັນຍາທີ່ຜ່ານມາ. ພວກເຮົາສາມາດຊະນະລາງວັນທຸລະກິດດີເດັ່ນອາຊຽນປີ 2023 ໃນໝວດ “ບໍລິສັດທີ່ສ້າງປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ແກ່ລູກຄ້າ” ເຊິ່ງນີ້ບໍ່ແມ່ນພຽງແຕ່ເປັນການສະແດງເຖິງການເຮັດວຽກໜັກຂອງພວກເຮົາ ແຕ່ມັນຍັງເປັນການສະທ້ອນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ທີ່ສ້າງບົດບາດໃໝ່ໃຫ້ກັບການເດີນທາງ ແລະ ປະສົບການການຈ່າຍເງິນໃຫ້ນັກທ່ອງທ່ຽວ.   ສໍາລັບ LOCA, ການເດີນທາງຂອງພວກເຮົາບໍ່ແມ່ນແຕ່ເພື່ອໄດ້ຮັບການຍ້ອງຍໍຊົມເຊີຍ ແຕ່ມັນຄືການສ້າງຄວາມຝັນນັ້ນໃຫ້ເປັນຈິງ. ພວກເຮົາມີຄວາມພາກພູມໃຈຢ່າງຍິ່ງໃນການເປັນ Startup ໂດຍຄົນລາວ ທີ່ໄດ້ຂຽນລົງປະຫວັດສາດໜ້າໃໝ່ໃຫ້ກັບວົງການການເດີນທາງ ແລະ ການຈ່າຍເງິນໃນລາວ. ໄຊຊະນະຂອງພວກເຮົາໃນງານອັນມີກຽດຄັ້ງນີ້ ແມ່ນໄດ້ເປັນເຄື່ອງໝາຍໃຫມ່ຕໍ່ການສ້າງນະວັດຕະກໍາທີ່ຍິ່ງໃຫຍ່ ທີ່ໄດ້ເກີດຂຶ້ນຢູ່ໃນປະເທດລາວ ແລະ ນີ້ຄືການຫັນປ່ຽນທີ່ສຳຄັນທີ່ທາງ LOCA ໄດ້ໃຫ້ສັນຍາໄວ້ກັບສັງຄົມ. ແຕ່ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງພວກເຮົາບໍ່ໄດ້ສິ້ນສຸດພຽງແຕ່ລາງວັນເທົ່ານັ້ນ…


LOCA Celebrates ASEAN Business Award 2023 – The Best Customer Experience

We are thrilled to announce a momentous achievement for LOCA at the ASEAN Business Award 2023. Held in Jakarta on September 4th, LOCA’s outstanding victory in the category of “The Best Customer Experience” is not just a recognition of our…


LOCA EV charger station Map ບໍລິການສາກໄຟຟ້າໃນລາວທີ່ຄອບຄຸມທົ່ວປະເທດ

ຜູ້ໃຊ້ລົດໄຟຟ້າບໍ່ຕ້ອງກັງວົນເລື່ອງການເດີນທາງກັນແລ້ວ ເພາະບໍລິການສາກລົດໄຟຟ້າໂລກ້າ ມີເຖິງ 14 ຈຸດສາກ ແຕ່ເໜືອ-ໃຕ້, ສາມາດສາກກັບລົດໄຟຟ້າທີ່ມີຫົວສາກເຊື່ອມຕໍ່ CCS Type 2 ແລະ ເອເຊຍ GB/T ທີ່ໃຫ້ກໍາລັງໄຟສູງສຸດເຖິງ 120 kW. ພຽງແຕ່ໃຊ້ແອັບ Loca EV ໃນການສາກ ກໍເຮັດໃຫ້ຜູ້ໃຊ້ງານສະດວກສະບາຍທີ່ສຸດ ເພາະແອັບສາກລົດໄຟຟ້າໄດ້ມີຄວາມສາມດຕ່າງໆດັ່ງລຸ່ມນີ້:  ເບີ່ງຕໍາແໜ່ງຂອງສະຖານີຕູ້ສາກ  ເບີ່ງສະຖານະຕູ້ສາກແບບ Online  ກວດປະຫວັດການສາກຄືນໄດ້  ສະແດງຜົນການສາກແບບ Real Time ຜ່ານມືຖື ວິທີການໃຊ້ງານແອັບ Loca EV ງ່າຍໆ ສາມາດເບີ່ງໄດ້ທີ່ລີ້ງນີ້ເລີຍ: https://youtu.be/1v6_XUd_H5E ໂລກ້າ ໄດ້ລວມຕູ້ສາກທັງໝົດ 14 ຈຸດສາກທົ່ວປະເທດ:…