ບໍລິສັດ ໂລກ້າ ຈຳກັດ ມອບ 60 ລ້ານກີບ ສະໜັບສະໜຸນງານວາງສະແດງສິນຄ້າລາວ Made in Laos 2020

 

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ LOCA ແລະ ບໍລິການແອັບຊັອບປິ້ງອອນລາຍ LOCA Gro ໄດ້ມອບເງິນສະໜັບສະໜຸນງານວາງສະແດງສິນຄ້າ Made in Laos 2020 ມູນຄ່າ 60 ລ້ານກີບ.

ພິທີມອບຮັບເງິນສະໜັບສະໜຸນດັ່ງກ່າວມີຂຶ້ນທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໃນຕອນເຊົ້າຂອງວັນທີ 21 ທັນວາ 2020, ມອບໂດຍທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການບໍລິສັດ ໂລກ້າ ຈຳກັດ ແລະ ຮັບໂດຍທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ.

ການສະໜັບສະໜຸນຈັດງານ Made in Laos ໃນຄັ້ງນີ້ ກໍເພື່ອເປັນການການສົ່ງເສີມຜະລິດຕະພັນລາວ ແລະ ຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ບໍລິສັດ ໂລກ້າ ຈຳກັດ ເຊິ່ງເປັນໜຶ່ງໃນຫົວໜ່ວຍທຸລະກິດທີ່ສືບຕໍ່ສ້າງວຽກເຮັດງານທຳໃຫ້ກັບຄົນລາວໂດຍໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເຊື່ອວ່າ ງານວາງສະແດງສິນຄ້າລາວຄັ້ງນີ້ ຈະເປັນໂອກາດອັນດີໃຫ້ບັນດາຫົວໜ່ວຍທຸລະກິດ ໄດ້ມີເວທີໃນການໂຄສະນາສິນຄ້າ, ເປີດໂຕຜະລິດຕະພັນໃໝ່ໆຂອງບໍລິສັດຕ່າງໆ ພ້ອມທັງເປັນການສົ່ງເສີມການຜະລິດເປັນສິນຄ້າທີ່ມີຄຸນນະພາບຂອງລາວໃນທຸກຂະແໜງການທີ່ມີທ່າແຮງຂອງນະຄອນຫຼວງວຽງຈັນ ແລະ ທົ່ວປະເທດລາວ.

ງານວາງສະແດງສິນຄ້າລາວ Made in Laos 2020 ຈະຈັດຂຶ້ນທີ່ສູນການຄ້າລາວໄອເຕັກ ລະຫວ່າງວັນທີ 25 ທັນວາ 2020 ຫາ 3 ມັງກອນ 2021 ນີ້ ເຊິ່ງໃນໂອກາດນີ້ທາງ ບໍລິສັດ ໂລກ້າ ຈຳກັດ ກໍຈະໄດ້ເປີດໂຕແອັບໂລກ້າໂກຣ (LOCA Gro) ແອັບຊັອບປິ້ງອອນລາຍພາຍໃນງານດັ່ງກ່າວນີ້ ພ້ອມທັງນຳເອົາຮ້ານຄ້າຫຼາຍກວ່າ 100 ຮ້ານ ແລະ ສິນຄ້າຫຼາຍກວ່າ 10,000 ລາຍການ ໃຫ້ຜູ້ເຂົ້າຮ່ວມງານສາມາດສັ່ງຊື້ຜ່ານທາງແອັບພລິເຄຊັນເທິງມືຖື ແລະ ຈັດສົ່ງໄປເຖິງບ້ານຂອງຜູ້ຊື້.

Related Posts

ພ້ອມເປີດໄວໆນີ້ ເດືອນມິຖຸນາ! ໂລກ້າກຽມເປີດໃຫ້ບໍລິການຕູ້ສາກລົດໄຟຟ້າແບບໄວໃນເດືອນມິຖຸນານີ້ ແລະ ກຽມຂະຫຍາຍໄປທົ່ວປະເທດ

ໃນເດືອນ 6 ທີ່ຈະມາເຖິງນີ້ ທາງໂລກ້າຈະເລີ່ມຕິດຕັ້ງສະຖານີສາກລົດໄຟຟ້າແບບໄວທີ່ນະຄອນຫຼວງວຽງຈັນເປັນບ່ອນທຳອິດ ແລ້ວຄ່ອຍໆຂະຫຍາຍໄປແຕ່ລະແຂວງ ໂດຍຈະຕິດຕັ້ງຕາມເສັ້ນທາງເລກທີ 13 ເປັນຫຼັກ ເຊິ່ງກໍເປັນເສັ້ນທາງທີ່ຄົນສ່ວນໃຫຍ່ໃຊ້ເດີນທາງໃນເວລາອອກຕ່າງແຂວງຢູ່ແລ້ວນັ້ນເອງ. ໂດຍຕູ້ສາກລົດໄຟຟ້າຂອງໂລກ້າຈະເປັນຕູ້ເປັນແບບ DC ເຊິ່ງສາມາດສາກລົດໄຟຟ້າເຕັມພາຍໃນ 20-40...

 老挝万象市和琅勃拉邦省可以使用LOCA了!LOCA线上叫车,24小时为您服务!

目前,LOCA有400多位司机,且不断增长。LOCA在老挝的车辆最大,服务范围最广。LOCA关注每位客户的行程,公正的价格。我们有系统跟随车辆,您可以放心使用LOCA。LOCA认真检查司机的简历,每次都会严格培训司机使用APP和驾车安全才允许司机接送客户。 LOCA支持多种方式付款,客户可以通过现金,VISA卡和Master卡来付款。另外,LOCA还有LOCA钱包(LOCA WALLET),在BCEL ONE和支付宝充值LOCA钱包,然后就可以进行支付了。   叫车的步骤:通过LOCA线上叫车,简单接送客户到达目的地。   备注:LOCA叫车使用GPS技术计算出总行程的价格。该系统会计算出公平清晰的价格。司机会按照这个价格跟客户收款,不允许司机外收客户的钱,您可以安心使用LOCA。 大家开始认识LOCA了,但可能有一部分人可能对LOCA的服务有怀疑。今天我们来介绍大家怎么用LOCA APP叫车。步骤顺序如下: 一、下载APP。在手机iOS版(Apple Store)在和Android版(Play Store)搜索...