ພ້ອມເປີດໄວໆນີ້ ເດືອນມິຖຸນາ! ໂລກ້າກຽມເປີດໃຫ້ບໍລິການຕູ້ສາກລົດໄຟຟ້າແບບໄວໃນເດືອນມິຖຸນານີ້ ແລະ ກຽມຂະຫຍາຍໄປທົ່ວປະເທດ

ໃນເດືອນ 6 ທີ່ຈະມາເຖິງນີ້ ທາງໂລກ້າຈະເລີ່ມຕິດຕັ້ງສະຖານີສາກລົດໄຟຟ້າແບບໄວທີ່ນະຄອນຫຼວງວຽງຈັນເປັນບ່ອນທຳອິດ ແລ້ວຄ່ອຍໆຂະຫຍາຍໄປແຕ່ລະແຂວງ ໂດຍຈະຕິດຕັ້ງຕາມເສັ້ນທາງເລກທີ 13 ເປັນຫຼັກ ເຊິ່ງກໍເປັນເສັ້ນທາງທີ່ຄົນສ່ວນໃຫຍ່ໃຊ້ເດີນທາງໃນເວລາອອກຕ່າງແຂວງຢູ່ແລ້ວນັ້ນເອງ.

ໂດຍຕູ້ສາກລົດໄຟຟ້າຂອງໂລກ້າຈະເປັນຕູ້ເປັນແບບ DC ເຊິ່ງສາມາດສາກລົດໄຟຟ້າເຕັມພາຍໃນ 20-40 ນາທີ ດ້ວຍກະແສໄຟ 120 KW ແລະ ມີຫົວສາກທັງແບບ GB/T ກັບ CCS 2 ເຊິ່ງຈະສາມາດຮອງຮັບລົດໄຟຟ້າທັງແບບມາດຕະຖານອາຊຽນ, ລົດໄຟຟ້າຈາກຈີນ ລວມທັງລົດໄຟຟ້າຈາກເອີຣົບໄດ້ອີກນຳ ບໍ່ວ່າຈະເປັນ BMW, BYD, Ford, Jaguar, Hyundai, Mazda, Tesla, Volkswagen ແລະ ອື່ນໆອີກຫຼາຍຍີ່ຫໍ້.

ຕູ້ສາກລົດໄຟຟ້າແບບ DC ຂອງໂລກ້າ

ໃນປີ 2022 ນີ້ ແມ່ນທາງໂລກ້າໄດ້ຕັ້ງເປົ້າທີ່ຈະຕິດຕັ້ງຕູ້ສາກໃຫ້ໄດ້ 12 ສະຖານີ ໂດຍທຸກສະຖານີຈະມີ 2 ຕູ້ສາກ ສາມາດສາກລົດໄຟຟ້າໄດ້ 4 ຄັນພ້ອມກັນໃນໜຶ່ງສະຖານີ. ຈາກນັ້ນໃນປີ 2023 ແມ່ນໂລກ້າຈະຂະຫຍາຍເພີ່ມໃຫ້ໄດ້ເປັນ 25 ສະຖານີ ແລະ ຕິດຕັ້ງເພີ່ມລວມເປັນທັງໝົດ 40 ສະຖານີທົ່ວປະເທດລາວໃນປີ 2025 ເຊິ່ງການວາງຈຸດຕູ້ສາກແມ່ນຈະການຄອບຄຸມຫຼາຍແຂວງ ເຮັດໃຫ້ສາມາດເດີນທາງແຕ່ເໜືອຮອດໃຕ້ດ້ວຍລົດໄຟຟ້າ ແບບບໍ່ຕ້ອງຢ້ານແບັດໝົດແນ່ນອນ ແລະ ສາມາດຂັບໄປເຈິຕູ້ສາກຂອງໂລກ້າໄດ້ຕະຫຼອດໃນລະຫວ່າງທາງ.

ແຜນທີ່ຈຳນວນສະຖານີຕູ້ສາກລົດໄຟຟ້າແບບຂອງໂລກ້າ ຕາມແຂວງຕ່າງໆ
ແຜນທີ່ຈຳນວນສະຖານີຕູ້ສາກລົດໄຟຟ້າແບບຂອງໂລກ້າ ຕາມແຂວງຕ່າງໆ

ໂດຍທີ່ 12 ສະຖານີໃນປີນີ້ທີ່ໂລກ້າກຽມຕິດຕັ້ງແມ່ນປະກອບມີ: ນະຄອນຫຼວງວຽງຈັນ 4 ສະຖານີ, ວັງວຽງ-ປາກຊັນ-ຄຳມ່ວນຫຼັກຊາວ-ທ່າແຂກ-ເຊໂນ-ສະຫວັນໄອເຕັກ-ສາລະວັນ-ປາກເຊ ອີກບ່ອນລະ 1 ສະຖານີ.

ທາງໂລກ້ານັ້ນ ແມ່ນໄດ້ຮັບໃບອະນຸຍາດຈາກກະຊວງພະລັງງານ ແລະ ບໍ່ແຮ່, ກົມສົ່ງເສີມ ແລະ ປະຢັດພະລັງງານ ໃນການດຳເນີນການບໍລິການ, ຈຳໜ່າຍ ແລະ ຕິດຕັ້ງສະຖານີສາກລົດໄຟຟ້າ ຈຶ່ງໄວ້ວາງໃຈໄດ້ວ່າຕູ້ສາກລົດໄຟຟ້າຂອງໂລກ້ານັ້ນ ຈະສາມາດໃຫ້ບໍລິການໄດ້ໃນທົ່ວປະເທດແນ່ນອນ.

ການນຳໃຊ້ຕູ້ສາກຕົວຈິງກັບລົດໄຟຟ້າ

ການນຳໃຊ້ຕູ້ສາກລົດໄຟຟ້າຂອງໂລກ້ານັ້ນ ສາມາດໃຊ້ງານງ່າຍໆຜ່ານແອັບ Loca ເຊິ່ງໃນແອັບແມ່ນຈະປະກອບມີທັງການຊຳລະຄ່າສາກຜ່ານແອັບ, ເບິ່ງເປີເຊັນການສາກລົດ, ເບິ່ງສະຖານີສາກບ່ອນໆຕ່າງໆໄດ້ອີກດ້ວຍ ເຊິ່ງຂໍ້ມູນດ້ານອື່ນໆແມ່ນຈະມີການເປີດເຜີຍຕື່ມອີກໃນພາຍຫຼັງ.

ດາວໂຫຼດແອັບໂລກ້າໄດ້ທີ່ແລ້ວທີ່: https://loca.la/download

Related Posts

10 Bars & Restaurants in Vientiane with The World Cup 2022 Show Screening

Loca takes you to 10 Bars & Restaurants that you can enjoy the...

We are partnering with Phongsavanh Insurance (APA) to insuring every ride for up to LAK 500,000,000

ພວກເຮົາເລັງເຫັນຄວາມສໍາຄັນດ້ານການບໍລິການ ແລະ ຄວາມປອດໄພ ເລີ່ມວັນທີ 1/01/2021 ເປັນຕົ້ນໄປ ທຸກໆຖ້ຽວບໍລິການຂອງໂລກ້າແທັກຊີອອນລາຍ 24ຊົ່ວໂມງ ຈະມີປະກັນໄພຄຸ້ມຄອງອຸບັດຕິເຫດສູງສຸດ 500ລ້ານກີບ ຕໍ່ 1 ອຸບັດຕິເຫດ...