ສະຖານທີ່ທ່ຽວຖ່າຍຮູບແບບຊິກໆຢູ່ຕົວເມືອງຫຼວງພະບາງ

ສະຖານທີ່ທ່ຽວຖ່າຍຮູບແບບຊິກໆຢູ່ຕົວເມືອງຫຼວງພະບາງ

 

1. ອິນດີໂກ ຮາວ (Indigo house)

ໃຜທີ່ກຳລັງສົນໃຈຢາກໄປຫຼິ້ນຫຼວງພະບາງ ແລະ ຊອກຫາສະຖານທີ່ພັກທີ່ມີທຳເລທີ່ດີ, ບັນຍາກາດສະບາຍ, ເດີນທາງສະດວກຕິດກັບຕະຫຼາດນັດກາງຄືນ ແລະ ໃກ້ກັບແຫຼ່ງທ່ອງທ່ຽວທີ່ສຳຄັນ, ອິນດີໂກ ຮາວ (Indigo house) ເປັນຕົວເລືອກທີ່ດີ ແລະ ເໝາະສົມສຳລັບທ່ານ.

ອິນດີໂກ ຮາວ (Indigo house) ເປັນບ່ອນພັກຜ່ອນທີ່ດີ ໃນເລື່ອງຄວາມສະອາດຂອງຫ້ອງພັກ, ມີຄວາມເປັນກັນເອງຂອງພະນັກງານລວມທັງມີບໍລິການອາຫານເຊົ້າທີ່ຫຼາກຫຼາຍ, ມີຄາເຟ ແລະ ຮ້ານອາຫານ ໃຫ້ບໍລິການ.

 

2. ທາງລົງນ້ຳຄານ

ເວລາຍ່າງທ່ຽວຊົມເມືອງແລ້ວທຸກຄົນຕ້ອງໄດ້ຢ່າງມາເຖິງເສັ້ນທາງເສັ້ນນີ້ນັນກໍ່ຄື ທາງລົງນ້ຳຄານ.

 

3. ຂົວນ້ຳຄານ

ຂົວນ້ຳຄານ ເປັນຂົວໜຶ່ງທີ່ເກົ່າແກ່ ແລະ ເປັນເອກະລັກ, ຢ່າງທ່ຽວຊົມແມ່ນ້ຳຄານທີ່ສວຍສົດງົດງາມຂອງທິວທັດທຳມະຊາດທີ່ເຕັມໄປດ້ວຍຕົ້ນໄມ້ໃບຫຍ້າທີ່ເຮັດໃຫ້ເກີດຄວາມຜ່ອນຄາຍ ແລະ ສົດຊື່ນໃຈ.

 

4. ເຮືອແຄມນ້ຳ

ເຮືອແຄມນ້ຳ ເປັນເຮືອທີ່ຈະພາທຸກຄົນໄດ້ລ່ອງລອຍໄປຕາມສາຍນ້ຳ. ຍິ່ງໄປກວ່ານັ້ນ, ຄືການໄດ້ຮັບປະທານອາຫານທີ່ແຊບໆຂອງອາຫານພື້ນເມືອງຂອງຫຼວງພະບາງ, ຜ່ອນຄາຍ, ເພີດເພີນໄປຕາມສາຍນ້ຳ.

 

5. ຮ້ານອາຫານຊ້າງຄຳ

ຮ້ານອາຫານຊ້າງຄຳ ເປັນຮ້ານອາຫານທີ່ຢູ່ໃນຕົວເມືອງຫຼວງພະບາງ. ເມື່ອທ່ຽວຊົມຕົວເມືອງແລ້ວກໍ່ມາແວ່ຮັບປະທານອາຫານສະໄຕສ ອີຕາລີ ໃຜສາວົກອີຕາລີຕ້ອງຮ້ານນີ້ເລີຍ.

 

6. ວິລ່າ ບ້ານວັດແສນ

ຮ້ານອາຫານ ວິລ່າ ບ້ານວັດແສນ ກໍ່ເປັນອີກຮ້ານອາຫານແຫ່ງໜຶ່ງທີ່ຕັ້ງຢູ່ເທິ່ງຖະໜົນໃຫຍ່ທີ່ເປັນເສັ້້ນທາງທີ່ສໍາຄັນ ທາງປະຫວັດສາດລາວ. ຮ້ານອາຫານ ວິລ່າ ບ້ານວັດແສນ ແມ່ນບ່ອນທີ່ເໝາະສົມສຳລັບຄົນທີ່ຕ້ອງການຕື່ມຄວາມສົດຊື່ນ ແລະ ເຕີມພະລັງໃຫ້ກັບຕົວເອງກ່ອນທີ່ຈະເດີນທາງ.

 

7. ຫໍພິພິຕະພັນ ເຈົ້າສຸພານຸວົງ

ໃນເມື່ອມາທ່ຽວຫຼວງພະບາງແລ້ວ ກໍ່ຕ້ອງໄດ້ມາຢ້ຽມຊົມ ຫໍພິພິຕະພັນ ເຈົ້າສຸພານຸວົງ. ປະທານ ສຸພານຸວົງ ເຊິ່ງ ແມ່ນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນຂອງພັກ ແລະ ລັດເຮົາ ທີ່ໄດ້ສ້າງຜົນງານອັນຍິ່ງໃຫຍ່ ແລະ ມີຄຸນງາມຄວາມດີຢ່າງຫຼວງຫຼາຍ, ປະກອບສ່ວນເຂົ້າໃນການນຳພາລວມໝູ່ ຂອງພັກ ແລະ ແນວລາວຮັກຊາດ, ໄຊຊະນະຂອງ ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ລະບອບໃໝ່ ເພື່ອຄວາມຢູ່ດີ ກິນດີຊອງປະຊາຊົນລາວບັນດາເຜົ່າ ດັ່ງນັ້ນ ຫໍພິພິຕະພັນແຫ່ງນີ້ຈຶ່ງໄດ້ເປັນສະຖານທີ່ໜຶ່ງ​​​ທີ່ສຳຄັນເພື່ອໃຫ້ຄົນຮຸ່ນຫຼັງໄດ້ຈາລຶກເຖິງຄຸນງາມຄວາມດີ ແລະ ປະຫວັດຄວາມເປັນມາຂອງ ປະທານ ສຸພານຸວົງ.

 

8. ວັດວາອາຣາມ

ວັດວາອາຣາມທີ່ຫຼວງພະບາງຖືວ່າເປັນວັດທີ່ສວຍສົດງົດງາມທີ່ສຸດແຫ່ງໜຶ່ງຂອງລາວເຮົາບໍ່ວ່າແຕ່ຄົນລາວເຮົາເອງ ຫຼື ຄົນຕ່າງຊາດທີ່ໄດ້ເຂົ້າມາທ່ອງທ່ຽວ ຕ່າງກໍ່ຫຼົງໄຫຼໃນຄວາມເປັນເອກະລັກຂອງຄວາມເປັນຮີດຄອງປະເພນີຂອງລາວ ດັ່ງນັ້ນເຮົາຄວນທີ່ຈະປົກປັກຮັກສາ ແລະ ຄົງຄວາມເປັນລາວແບບນີ້ຕະຫຼອດໄປ.

 

ພິເສດ!

ສຳລັບໃຜທີ່ຢາກທົວຫຼວງພະບາງແບບຈຸໃຈແບບນີ້ ແຕ່ບໍ່ຮູ້ຈະໃຊ້ບໍລິການໃດດີ ພວກເຮົາຂໍແນະນຳ ໂລກ້າໂກຣ ບໍລິການລົດຕູ້ພ້ອມຄົນຂັບ. ຄົນຂັບສຸພາບ, ລົດສະອາດ, ໄປໄດ້ເຖິງ 12 ຄົນ/ຄັນ ຫານກັນແບບສະບາຍສະບາຍ! ຢາກໄປທ່ຽວບ່ອນໃດຂອງຫຼວງພະບາງກໍໄປໄດ້ພຽງແຕ່ບອກຄົນຂັບວ່າຢາກໄປໃສ ຕັ້ງແຕ່ 8ໂມງເຊົ້າ ຮອດ 9ໂມງແລງ. ບໍລິການເຊົ່າລົດຕູ້ດີໆແບບນີ້ພາດໄດ້ແນວໃດ!

ໂທສອບຖາມຂໍ້ມູນເພີ່ມເຕີມເລີຍທີ່: 020 98111129.

ຕິດຕາມລາຄາໄດ້ທີ່ແອັບ Loca GRO ດາວໂຫຼດໄດ້ທັງ IOS ແລະ  Android.

Facebook page ກໍມີເຊັ່ນດຽວກັນພຽງແຕ່ຄົ້ນຫາຄຳວ່າ Locagro ແລະ ກົດຕິດຕາມ ພຽງເທົ່ານີ້ທ່ານກໍບໍ່ພາດຂ່າວສານດີໆຈາກທາງ Page ແລ້ວ.

ຢາກເຊົ່າລົດ, ບໍລິການດີໆ, ລາຄາເປັນກັນເອງ, ຢ່າລືມຄິດຫາໂລກ້າໂກຣເດີ້!

 

Related Posts

这些地方拍照打卡必去 @琅勃拉邦

欢迎大家来到琅勃拉邦 这些地方拍照打卡必去! @琅勃拉邦   1.Indigo House 如果您想去琅勃拉邦玩儿,但不知道去哪里住比较好,我们推荐您去Indigo House酒店。这里的位置很特别,离琅勃拉邦夜市和旅游景点都非常近。 Indigo House 酒店重视房间的清洁卫生。并且,这里的服务员都很热情。另外,Indigo House的早餐也特别丰富哦!  ...

ປະກັນໄພລົດໃນແອັບໂລກ້າ ໃຫ້ການຄຸ້ມຄອງຫຍັງແນ່?

ໂລກ້າອໍານວຍຄວາມສະດວກໃຫ້ທຸກທ່ານໃນການຊື້ປະກັນໄພງ່າຍໆຜ່ານແອັບໂລກ້າ ປະກັນໄພພາຫະນະ ສໍາລັບຜູ້ທີ່ມີການໃຊ້ພາຫະນະເປັນປະຈໍາ ເພື່ອຫຼຸດຜ່ອນຄວາມສ່ຽງຄ່າໃຊ້ຈ່າຍທີ່ອາດເກີດຂື້ນໄດ້ໃນອຸບັດຕິເຫດທາງລົດ. ການຊື້ປະກັນໄພພາຫະນະໃນແອັບໂລກ້າສາມາດເລືອກຮັບການຄຸ້ມຄອງໃດແດ່? ຄຸ້ມຄອງບຸກຄົນທີ່ສາມ, ຄຸ້ມຄອງຄົນຂັບຂີ່ ແລະ ຄຸ້ມຄອງການຊົດເຊີຍ I. ການຄຸ້ມຄອງບຸກຄົນທີສາມແມ່ນຫຍັງ? – ການຄຸ້ມຄອງຄູ່ກໍລະນີ...