ຮູ້ຈັກ “ປະກັນໄພໂລກ້າ” ປ່ຽນຄວາມເຂົ້າໃຈປະກັນໄພ ໃຫ້ເປັນເລື່ອງງ່າຍໆສໍາລັບທ່ານ

ຄຳວ່າ “ປະກັນໄພ” ຟັງເທື່ອໃດກໍຮູ້ສຶກເຂົ້າໃຈຍາກ

ມາຮູ້ຈັກກັບປະກັນໄພໂລກ້າ ປະກັນໄພອອນລາຍຂອງຄົນຍຸກໃໝ່ ທີ່ຈະເຮັດໃຫ້ເປັນເລື່ອງງ່າຍໆກວ່າທີ່ຄິດ

 

“ເຈົ້າຮູ້ບໍ່ວ່າປະກັນໄພທີ່ເຈົ້າຊື້ນັ້ນມີວົງເງິນຄຸ້ມຄອງສູງສຸດເທົ່າໃດ?” ເຊື່ອວ່າຖ້າທຸກຄົນໄດ້ຍິນຄຳຖາມນີ້ ກໍຄົງເປັນສຽງສ່ວນໃຫຍ່ທີ່ຈະຕອບວ່າບໍ່ຮູ້ ເພາະເລື່ອງຂອງປະກັນໄພສຳລັບຄົນຍຸກນີ້ ກັບກາຍເປັນເລື່ອງທີ່ໜ້າເບື່ອ, ເຂົ້າໃຈຍາກ, ບໍ່ເຫັນຈຳເປັນຕ້ອງມີ, ຊື້ມາກໍບໍ່ໄດ້ໃຊ້, ເສຍເງິນລ້າ ແລະ ອີກສາລະພັດເຫດຜົນທີ່ສຸດແຕ່ຈະພັນລະນາໄດ້.

ເຮົາບໍ່ຮູ້ວ່າເງິນທີ່ເສຍໄປກັບປະກັນໄພນັ້ນແມ່ນຈ່າຍໄປກັບຫຍັງແນ່? ບາງຢ່າງທີ່ເຮົາບໍ່ຕ້ອງການໃນປະກັນໄພ ກໍຕ້ອງໄດ້ເສຍເງິນຊື້ມັນມານຳ ເຮັດໃຫ້ເຮົາຮູ້ສຶກວ່າແລ້ວຈະມີປະກັນໄພໄປເຮັດຫຍັງກັນແທ້? ເຫດຜົນຫຼັກໆທີ່ເຮັດໃຫ້ຄົນບໍ່ສົນໃຈທີ່ຈະຊື້ປະກັນໄພໄວ້ກໍແມ່ນຍ້ອນວ່າ ບໍ່ເຕັມໃຈທີ່ຈະເສຍເງິນໃຫ້ມັນ, ກົດລະບຽບທີ່ຫຼາຍ ແລະ ຊັບຊ້ອນ, ບໍ່ເຂົ້າໃຈໃນລາຍລະອຽດປະກັນວ່າເຮັດຫຍັງໄດ້ແດ່?

 

ແລ້ວໃນເມື່ອການຊື້ປະກັນໄພມັນຫຍຸ້ງຍາກຂະໜາດນີ້ ແລ້ວ “ປະກັນໄພໂລກ້າ” ມັນຈະຕ່າງຫຍັງກັນ?

ກ່ອນອື່ນຕ້ອງບອກເລີຍວ່າ 

ໂລກ້າ ເຮັດໃຫ້ການຊື້ປະກັນໄພນັ້ນງ່າຍຂຶ້ນ ເຂົ້າໃຈງ່າຍ ແລະ ບໍ່ຕ້ອງຂັບລົດໄກໄປຮອດຫ້ອງການປະກັນໄພ ຫຼື ໂທໄປຊື້ໃຫ້ເສຍເວລາ. ພຽງແຕ່ເປີດແອັບໂລກ້າຂຶ້ນມາຢູ່ໂທລະສັບ, ກອກຂໍ້ມູນໃຫ້ຖືກຕ້ອງ-ຄົບຖ້ວນ ແລະ ກໍເລືອກຊື້ການຄຸ້ມຄອງທີ່ຕ້ອງການ ສາມາດປັບແຕ່ງໄດ້ຕາມໃຈ ແລ້ວຈ່າຍເງິນຊຳລະຜ່ານໂທລະສັບໄດູ້ເລີຍ.

ໃນປະຈຸບັນນີ້ ໃນແອັບໂລກ້າແມ່ນໄດ້ໃຫ້ບໍລິການປະກັນໄພອອນລາຍ 2 ປະເພດຄື: ປະກັນໄພລົດ ແລະ ປະກັນໄພສຸຂະພາບ.

ອ່ານເພິ່ມເຕິມຂໍ້ມູນກ່ຽວກັບປະກັນໄພລົດໄດ້ທີ່: https://loca.la/blog/4303

ອ່ານເພິ່ມເຕິມຂໍ້ມູນກ່ຽວກັບປະກັນໄພສຸຂະພາບໄດ້ທີ່: https://loca.la/blog/4305

ຕົວຢ່າງ: ການຊື້ປະກັນໄພກັບໂລກ້າງ່າຍໆເລີຍພຽງ 5 ຂັ້ນຕອນເທົ່ານັ້ນ!

 

ແລ້ວເຮົາຈະຮູ້ໄດ້ແນວໃດວ່າຊື້ປະກັນໄພອອນລາຍກັບໂລກ້າຈະບໍ່ຄືກັບບ່ອນອື່ນໆ?

ນັ້ນກໍເພາະວ່າທຸກໆການຄຸ້ມຄອງຈາກປະກັນໄພໂລກ້າ ແມ່ນໄດ້ຖືກອອກແບບມາເພື່ອທຸກຄົນ ໃຫ້ເຮົາສາມາດເລືອກສິ່ງຢາກ ແລະ ບໍ່ຢາກຄຸ້ມຄອງໄດ້ ເພາະໂລກ້າເຊື່ອວ່າເຮົາທຸກຄົນມີຮູບແບບການໃຊ້ຊີວິດທີ່ບໍ່ຄືກັນ, ມີຄວາມຕ້ອງການດ້ານການຄຸ້ມຄອງໃນປະກັນທີ່ບໍ່ຄືກັນ ແລະ ທຸກຄົນກໍມີລາຍຮັບທີ່ບໍ່ເທົ່າກັນ ຈຶ່ງຕ້ອງຫາຄວາມເໝາະສົມຂອງປະກັນໄພຕົວເອງໃຫ້ເຂົ້າກັບລາຍໄດ້ຂອງເຮົາ.

ເຮົາອາດຈະຄິດວ່າເລື່ອງປະກັນໄພ ມັນໄກຕົວເຮົາເກີນໄປ. ແຕ່ເຊື່ອໂລດວ່າ ຖ້າມື້ໜຶ່ງມີເຫດບໍ່ຄາດຝັນເກີດຂຶ້ນກັບເຮົາບໍ່ວ່າທັງອຸບັດຕິເຫດລົດ ຫຼື ການປ່ວຍຂອງສຸຂະພາບທີ່ຮ້າຍແຮງ, ຮອດຕອນນັ້ນເຮົາຕ້ອງໄດ້ຮັບຜິດຊອບຄ່າໃຊ້ທັງໝົດເອງເລີຍ.

ດັ່ງນັ້ນ, ເຮົາຈຶ່ງຄວນມີປະກັນໄພໄວ້ ເພື່ອໃຫ້ເຮົາໃຊ້ຊີວິດຢ່າງບໍ່ປະໝາດ ແລະ ປະກັນໄພໂລກ້າເອງກໍຈະຊ່ວຍໃຫ້ການຊື້ປະກັນໄພນັ້ນ ເປັນເລື່ອງງ່າຍພຽງປາຍນິ້ວແນ່ນອນ ລວມທັງເຮັດໃຫ້ເຮົາເຂົ້າໃຈໃນສິ່ງທີ່ເຮົາຊື້ ເພື່ອໃຫ້ເຮົາບໍ່ຈ່າຍໄປກັບສິ່ງທີ່ບໍ່ຕ້ອງການ ເພາະປະກັນໄພໂລກ້າຄືປະກັນໄພອອນລາຍຂອງຄົນຍຸກໃໝ່ ທີ່ຈະເຮັດໃຫ້ເຮົາເລືອກຈ່າຍແຕ່ສິ່ງທີ່ເຮົາຕ້ອງການຄຸ້ມຄອງ.

Related Posts

5 Processes LOCA takes to select the driver for the best service standard and your safety

Many customers may be wondering how the Loca has a standard and procedure...

How to LOCA PAY – China

LOCA PAY 简单3步快速付款 每笔转账手续费按转账金额1.5%收费 老挝商店有LAO QR都可以扫码支付(一共支持老挝10家银行) 高安全性的支付系统,输入验证码后才可以支付成功 第一步: 进入LOCA PAY 点击 PAY 第二步:...