ໂລກ້າປະກາດໃນງານ Lao EV Forum ກຽມໃຫ້ບໍລິການຜ່ອນລົດໄຟຟ້າໃຫ້ກັບຄົນຂັບໂລກ້າ ແລະ ພ້ອມໃຫ້ບໍລິການຕູ້ສາກລົດໄຟຟ້າແລ້ວໃນເດືອນມິຖຸນານີ້!

ງານກອງປະຊຸມເສວະນາກ່ຽວກັບຍານພາຫະນະໄຟຟ້າໃນ ສປປ ລາວ ຫຼື Lao EV Forum ໃນວັນທີ 3 ມິຖຸນາ ທີ່ໂຮງແຮມຄຣາວພລາຊ່າທີ່ຜ່ານມາ ເປັນໜຶ່ງໃນງານທີ່ເປັນໝຸດໝາຍສຳຄັນໃນການເປີດຍຸກໃໝ່ໃຫ້ກັບສັງຄົມລາວກ່ຽວກັບການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ.

ທ່ານ ສຸລິໂຍ ວົງດາລາ, ຜູ້ອຳນວຍການບໍລິສັດໂລກ້າ ໄດ້ກ່າວໃນງານເຖິງແຜນການການຫັນປ່ຽນບໍລິການແທັກຊີໃນລະບົບຂອງໂລກ້ານັ້ນ ໃຫ້ເປັນລົດໄຟຟ້າໃຫ້ໄດ້ທຸກຄັນພາຍໃນປີ 2030, ໂດຍໃນປີ 2022​ ນີ້ແມ່ນໄດ້ຕັ້ງເປົ້າໄວ້ທີ່ 30 ຄັນ.

ໃນໂຄງການຫັນປ່ຽນເປັນລົດໄຟຟ້າທັງໝົດນັ້ນ, ໂລກ້າຈະມີການປ່ອຍເປັນສິນເຊື່ອເພື່ອໃຫ້ຄົນຂັບໂລກ້ານັ້ນ ສາມາດມາຜ່ອນເອົາລົດໄຟຟ້າໄປຂັບໄດ້ ເພື່ອເຮັດໃຫ້ຕົ້ນທຶນທີ່ຖືກລົງ ແລະ ຄົນຂັບເອງກໍຈະມີລາຍໄດ້ທີ່ຫຼາຍຂຶ້ນເພື່ອສາມາດລ້ຽງຄອບຄົວໄດ້.

ໃນເປົ້າໝາຍໄລຍະຍາວນັ້ນ, ພວກເຮົາຢາກທີ່ຈະສ້າງລະບົບນິເວດຂອງບໍລິການແທັກຊີທີ່ສ້າງມົນລະພິດເປັນສູນໃຫ້ໄດ້ 100% ເຊິ່ງເລີ່ມຕັ້ງແຕ່ການຕິດຕັ້ງລະບົບເກັບພະລັງງານຈາກແສງອາທິດ ຫຼື Solar Cells ທີ່ສາມາດສ້າງພະລັງງານໄຟຟ້າໃຫ້ກັບຕູ້ສາກລົດໄຟຟ້າຂອງໂລກ້າ ແລະ ສຸດທ້າຍກໍນຳມາເປັນພະລັງງານສາກໃຫ້ກັບລົດໄຟຟ້າທັງລົດຂອງຄົນທົ່ວໄປ ແລະ ລົດຂອງຄົນຂັບໂລກ້າ.

ໃນປີ 2025, ໂລກ້າເຮົາຕັ້ງເປົ້າທີ່ຈະໃຫ້ບໍລິການແທັກຊີໃຫ້ກັບຄົນໃນປະເທດ ແລະ ລວມທັງນັກທ່ອງທ່ຽວ ເຊິ່ງຄາດວ່າຈະແລ່ນແທັກຊີໄປທັງໝົດ 10 ລ້ານກິໂລແມັດ ແລະ ຖ້າໂລກ້າສາມາດປ່ຽນເປັນລົດໄຟຟ້າໄດ້ ກໍຈະສາມາດຫຼຸດຜ່ອນການປ່ອຍຄາບອນໄດອອກໄຊໄດ້ເຖິງ 1,200 ໂຕນ.

ທາງດ້ານຕູ້ສາກລົດໄຟຟ້າຂອງໂລກ້ານັ້ນ, ພວກເຮົາແມ່ນຈະໄດ້ເປີດໃຫ້ບໍລິການແລ້ວໃນເດືອນມິຖຸນານີ້  ແລະ ພາຍໃນເດືອນ 7 ນີ້ຈະຕັ້ງສະຖານີສາກຕັ້ງແຕ່ກາສີ ລົງໄປຮອດທ່າແຂກ ໂດຍຕິດຕັ້ງໃສ່ທາງເລກ​ 13 ແລະ ຈະຂະຫຍາຍສະຖານີໄປຮອດສະຫວັນນະເຂດ ພາຍໃນປີ 2022 ນີ້. ສ່ວນໃນເລື່ອງຂອງແອັບການສາກລົດໄຟຟ້ານັ້ນ ໂລກ້າກໍກຽມພ້ອມແລ້ວທີ່ຈະເປີດໃຫ້ໃຊ້ສາທາລະນະ ຫຼັງຈາກທີ່ກ່ອນໜ້ານັ້ນແມ່ນເປີດແອັບໃຫ້ໃຊ້ສະເພາະກຸ່ມ.

 

ແຜນງານຄັ້ງນີ້ຂອງໂລກ້າທີ່ໄດ້ນຳສະເໜີໃນງານ Lao EV Forum ນັ້ນ, ກໍເພື່ອເປັນການບັນລຸເປົ້າໝາຍການພັດທະນາຢ່າງຍືນຍົງ ຫຼື Sustainable Development Goals ທີ່ທາງສະຫະປະຊາຊາດໄດ້ວາງອອກຢ່າງເຊັ່ນ: ການສ້າງວຽກເຮັດງານທຳ ແລະ ພັດທະນາເສດຖະກິດ, ສ້າງເມືອງ ແລະ ຊຸມຊົນໃຫ້ພັດທະນາຢ່າງຍືນຍົງ, ສ້າງການປົກປັກຮັກສາສະພາບອາກາດໃຫ້ຍືນຍົງ. ໂດຍທັງສາມຂໍ້ນີ້ ກໍຈະເປັນເປົ້າໝາຍຫຼັກທີ່ທາງໂລກ້ານັ້ນ ຕ້ອງບັນລຸໃຫ້ໄດ້ພາຍໃນປີ 2030 ນີ້.

ສາມາດເບິ່ງວິດີໂອການນຳສະເໜີຂອງໂລກ້າໄດ້ທີ່:

https://youtu.be/rvrEXyPhqrM 

Related Posts

ໂລກ້າ x ຟູດແພນດ້າ: ສະສົມຄະແນນໂລກ້າເມມເບີ ແລກສ່ວນຫຼຸດຟູດແພນດ້າ!

ທ່ານຮູ້ແລ້ວບໍ່ວ່າ ບໍລິການໂລກ້າໃນແຕ່ລະຖ້ຽວ ແມ່ນຈະໄດ້ຮັບຄະແນນໄວ້ສະສົມ ເພື່ອແລກເປັນສ່ວນຫຼຸດຈາກ ແອັບຟູດແພນດ້າໄດ້ແລ້ວ! ສໍາລັບລາຍລະອຽດໃນແລກສ່ວນຫຼຸດ: ເງື່ອນໄຂດ່ັງກ່າວແມ່ນສະເພາະຜູ້ທີ່ລົງທະບຽນ Loca Members ເທົ່ານັ້ນ. ທ່ານສາມາດແລກໄດ້ 1 ສິດຕໍ່ເດືອນ....

ໂລກ້າ (LOCA) ບໍລິການເອີ້ນແທັກຊີອອນລາຍ ຜ່ານແອັບພລິເຄຊັນເທິງມືຖື ເນັ້ນລາຄາໂປ່ງໃສເປັນທໍາ

ໂລກ້າ ແມ່ນບໍລິການເອີ້ນລົດແທັກຊີອອນລາຍ ທີ່ໃຫ້ບໍລິການຜ່ານ Application ເທິງມືຖື ແລະ ໃຫ້ບໍລິການມາແລ້ວ 3ປີ. ໂລກ້າໄດ້ຮັບການຍອມຮັບ ແລະ ໄດ້ຮັບຄວາມນິຍົມຫຼາຍ ໃນກຸ່ມນັກທຸລະກິດ, ນັກທ່ອງທ່ຽວ,...